spot_img
Homeຂ່າວການພັດທະນາຊຸມຊົນເພື່ອການຮຽນຮູ້ ແລະ ສ້າງສັນ ແຫ່ງທຳອິດຂອງລາວ

ຊຸມຊົນເພື່ອການຮຽນຮູ້ ແລະ ສ້າງສັນ ແຫ່ງທຳອິດຂອງລາວ

Published on

ການເປີດໂຕຂອງ ຊຸມຊົນເພື່ອການຮຽນຮູ້ ແລະ ສ້າງສັນ ສາທາລະນະແຫ່ງທຳອິດຂອງປະເທດລາວ, ເຊິ່ງ The Makerbox Lao ແມ່ນຜູ້ຈັດຫາສະຖານທີ່ ແລະ ອຸປະກອນ ເພື່ອສົ່ງເສີມການແບ່ງປັນຄວາມຄິດ, ການລິເລີ່ມໂຄງການ, ການພັດທະນາ ແລະ ເຮັດໃຫ້ແນວຄວາມຄິດກາຍເປັນຈິງ.

ໃນວັນທີ 16 ເດືອນມັງກອນ, ປີ2022 ທາງ Makerbox Lao (MBL) ໄດ້ຈັດງານເປີດໂຕຢ່າງເປັນທາງການ ທີ່ World Trade Center ເຊິ່ງຕັ້ງຢູ່ໃນໃຈກາງຂອງນະຄອນຫຼວງວຽງຈັນ ໂດຍທ່ານ ສຸພົນ ຈັນທະວີໄຊ, ຜູ້ອຳນວຍການໃຫຍ່ຂອງ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ໃຫ້ກຽດເປັນປະທານເປີດງານໃນມື້ນັ້ນ.

ພາຍໃນງານຍັງມີບັນດາຕົວແທນຈາກ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ບຸກຄະລາກອນທາງການທູດ ຈາກສະຖານທູດຕ່າງໆ ລວມທັງ ຕົວແທນຈາກບໍລິສັດ ເອກະຊົນ ແລະ ອົງກອນພັດທະນາເອກະຊົນ (NGOs).

ພາຍໃນງານ, ບັນດາແຂກຜູ້ມີກຽດໄດ້ເລາະຊົມເບິ່ງ ອຸປະກອນ ແລະ ສິ່ງອໍານວຍຄວາມສະດວກ ພາຍໃຕ້ການນໍາພາຂອງ ຜູ້ຮ່ວມກໍ່ຕັ້ງທັງ 9 ຄົນ, ພະນັກງານບໍລິສັດ ແລະ ບັນດານ້ອງໆອາສາສະໝັກ. ພາຍໃນງານໄດ້ມີການສາທິດ ການນຳໃຊ້ເຄື່ອງປຼີ້ນ ສາມມິຕິ (3D Printers) ແລະ ການວາງສະແດງ ໂຄງການຕ່າງໆຂອງ MBL ທີ່ກ່ຽວຂ້ອງກັບ ອຸປະກອນ ເອເລັກໂຕຣນິກ, ອິນເຕີເນັດຂອງສິ່ງຕ່າງໆ (IoT), ກະສິກຳແບບໃໝ່ (Smart Agriculture), ສະຖາປັດຕະຍະກຳ ແລະ ສິນລະປະກຳ.

ບໍລິສັດ Makerbox Lao (MBL) ແມ່ນສະຖານທີ່ຮຽນຮູ້ເພື່ອການສ້າງສັນ ຫຼື ຫ້ອງທົດລອງປະດິດ (FabLab) ສາທາລະນະ ແຫ່ງທຳອິດຂອງປະເທດລາວ.

ສະມາສິກ ແລະ ຜູ້ຕ້ອງການໃຊ້ບໍລິການ ທຸກເພດທຸກໄວ ສາມາດເຂົ້າມາໃຊ້ບໍລິການ ພື້ນທີ່ເຮັດວຽກຮ່ວມກັນ ແລະ ສິ່ງອໍານວຍຄວາມສະດວກທີ່ທັນສະໄໝ ເພື່ອໃຊ້ໃນການທົດລອງ ແລະ ຄົ້ນພົບສິ່ງໃໝ່ໆທາງດ້ານວິທະຍາສາດ, ເຕັກໂນໂລຊີ, ວິສະວະກໍາ, ສິນລະປະກຳ ແລະ ຄະນິດສາດ (STEAM).

ນອກຈາກການຕອບສະຫນອງຄວາມຕ້ອງການໃນດ້ານ ອຸປະກອນ ແລະ ສິນຄ້າບໍລິໂພກ ເພື່ອໃຊ້ໃນການເຮັດໂຄງການເກືອບທຸກປະເພດ, ທາງ MBL ກໍຍັງມີຊ່ອງທາງໃນການເຂົ້າຫາຜູ້ຊ່ຽວຊານໃນຫຼາຍດ້ານ ທີ່ສາມາດຊ່ວຍອອກແນວຄິດ, ສ້າງຕົວຕົ້ນແບບ ແລະ ຕໍ່ຍອດສິນຄ້າໃຫ້ກາຍເປັນທຸກລະກິດ.

ທາງ Makerbox Lao ຈະໄດ້ຈັດງານເຝິກອົບຮົມ ສຳລັບຄົນຫຼາກຫຼາຍປະເພດ ບໍ່ວ່າຈະແມ່ນບຸກຄົນທີ່ມີສີໄມ້ລາຍມື, ຜູ້ທີ່ມີຄວາມມັກ ແລະ ສົນໃຈ ແລະ ບຸກຄົນທົ່ວໄປທີ່ຕ້ອງການຮຽນຮູ້. ຜູ້ເຂົ້າຮ່ວມງານເຝິກອົບຮົມຈະໄດ້ຮັບປະສົບການຕົວຈິງຈາກຫຼາກຫຼາຍ ຫົວຂໍ້ທີ່ກ່ຽວກັບ IT ຈົນໄປເຖິງດ້ານ ສິນລະປະ ແລະ ຫັດຖະກຳ ເຊິ່ງຈະໄດ້ສິດສອນ ແລະ ນຳພາໂດຍບຸກຄົນທີ່ເປັນທີ່ຮູ້ຈັກ ບໍ່ວ່າຈະພາຍໃນ ຫຼື ຕ່າງປະເທດ.

ນອກຈາກເປົ້າໝາຍໄລຍະຍາວທີ່ຕ້ອງການ ສົ່ງເສີມ ແລະ ຕິດຕາມ ການປ່ຽນແປງຂອງປະເທດລາວ ໄປສູ່ ເສດຖະກິດດິຈິຕອລ ຢ່າງໝັ້ນຄົງ, The Makerbox Lao ຍັງໄດ້ຕັ້ງເປົ້າສຸມໃສ່ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ ບັນດາໄວໜຸ່ມລຸ້ນໃໝ່ ພ້ອມທັງມອບອຸປະກອນ ແລະ ສິ່ງອຳນວຍຄວາມສະດວກທີ່ຈຳເປັນໃນການພັດທະນາແນວຄວາມຄິດ ທີ່ສາມາດນຳມາເປັນສ່ວນໜຶ່ງ ໃນການລິເລີ່ມກໍ່ຕັ້ງ ບໍລິສັດ ແລະ ສະຕາດອັບ ທາງດ້ານ STEAM ທີ່ມີຄຸນນະພາບ.

The Makerbox Lao ໄດ້ເປີດໃຫ້ບຸກຄົນທົ່ວໄປເຂົ້າມາໃຊ້ບໍລິການທຸກມື້, ຕັ້ງແຕ່ເວລາ 09:00 ໂມງ ຫາ 18:00 ໂມງ.

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...