Homeຂ່າວ​ໄອ​ທີຄຸນປະໂຫຍດຂອງອິນເຕີເນັດໄຟເບີ້ຂອງສະກາຍເນັດທຽບກັບ ເນັດບອດແບນ ກັບ ບອດແບນມືຖື

ຄຸນປະໂຫຍດຂອງອິນເຕີເນັດໄຟເບີ້ຂອງສະກາຍເນັດທຽບກັບ ເນັດບອດແບນ ກັບ ບອດແບນມືຖື

Published on

ເມື່ອຍບໍກັບການທີ່ຕ້ອງມາໃຊ້ອິນເຕີເນັດຊ້າໆ ? ກັບອິນເຕີເນັດດາຕ້າຂອງ 4G ທີ່ໝົດຢ່າງໄວວາ ແລະ ບາງເທື່ອເນັດໂທລະສັບຍັງຫລຸດຄວາມໄວໄປເປັນ 3G ຫຼື ໜ້ອຍກວ່ານັ້ນອີກ? ແຕ່ສະກາຍເນັດມີທາງອອກສຳລັບທ່ານ.

ສະກາຍເນັດໃຫ້ການເຊື່ອມຕໍ່ອິນເຕີເນັດຄວາມໄວສູງທີ່ສຸດຜ່ານທາງສາຍໄຟເບີ້ໃຕ້ດິນທີ່ຮອງຮັບຄວາມໄວສູງເຖິງ 1000 Megabit/ວິນາທີ (Mbps). ການຕິດຕັ້ງກໍງ່າຍ ສາມາດຕິດຕັ້ງໄດ້ທຸກທີ່ ທີ່ສາຍດິນໄປເຖິງ, ໃຫ້ທ່ານເຂົ້າເຖິງການເຊື່ອມຕໍ່ທີ່ມີປະສິດທິພາບ ແລະ ມີຄວາມປອດໄພໃນການເຂົ້າເວັບໄດ້ທຸກທີ່ ທີ່ທ່ານຕ້ອງການ.

ສາມາດເຮັດວຽກໄດ້ດີກວ່າເນັດບອດແບນມືຖື, ສາຍໄຟເບີ້ອອບຕິກ ຈະເຮັດໃຫ້ສັນຍານຈາກຈຸດສົ່ງໄປຍັງບ້ານ, ອາຄານສຳນັກງານ, ຮ້ານກາເຟ ຫຼື ທຸລະກິດ ມີຄວາມສະຖຽນ. ພ້ອມທັງບໍ່ຈຳກັດຈຳນວນດາຕ້າໃນການດາວໂຫລດ ແລະ ບໍ່ຈຳເປັນຕ້ອງເສຍເງິນເພີ່ມໃນການດາວໂຫລດເກີນຄືກັບແພັກເກັດເນັດບອດແບນມືຖື.

ສະກາຍເນັດຍັງມີແພັກເກັດຫຼາກຫຼາຍທີ່ບໍ່ຈຳກັດຈຳນວນດາຕ້າ – ຄວາມໄວສູງ ລາຄາທຽບເທົ່າລາຄາເນັດບອດແບນມືຖືໂດຍທີ່ຄວາມໄວຫຼາຍກວ່າ ແລະ ບໍ່ຈຳກັດຄວາມໄວໃນການດາວໂຫລດ/ອັບໂຫລດ. ໝາຍຄວາມວ່າທ່ານຈະສາມາດໄລຟ໌/ດາວໂຫລດໜັງ/ລາຍການຕ່າງໆ ໃນລະດັບ SD, HQ, HD ແລະ ຄວາມລະອຽດລະດັບ 4K ໄດ້ໂດຍບໍ່ຈຳເປັນຕ້ອງຖ້າດາວໂຫລດ/ບັບເຟີ ດົນ.

ໃຫ້ຄວາມບັນເທີງທີ່ຄົມຊັດ ແລະ ມີຄຸນນະພາບໂດຍບໍ່ມີສິ່ງໃດມາລົບກວນທ່ານ, ຄອບຄົວ, ໝູ່ເພື່ອນ, ລູກຄ້າ ຫຼື ຢູ່ຫ້ອງການ.

ແພັກເກັດບໍ່ຈຳກັດຈຳນວນດາຕ້າ ໃຫ້ບໍລິການເນັດຄວາມໄວສູງທີ່ສະຖຽນເຖິງບ້ານຂອງທ່ານ. ບໍ່ມີຄວາມຫ່ວງອີກຕໍ່ໄປ; ໂດຍສະເພາະຖ້າທ່ານເປັນນັກຫຼີ້ນເກມ. ຜູ້ໃຊ້ທຸກຄົນສາມາດຈະນຳໃຊ້ເນັດຄວາມໄວສູງໄດ້, ດັ່ງນັ້ນຖ້າຫາກວ່າທ່ານມີສະມາຊິກໃນຄອບຄົວຫຼາຍຄົນ ຫຼື ມີທຸລະກິດທີ່ຕ້ອງການອິນເຕີເນັດທີ່ມີຄວາມໄວ – ສະຖຽນ ເນັດສາຍໄຟເບີ້ຂອງສະກາຍເນັດເປັນສີ່ງທີ່ທ່ານຕ້ອງເລືອກ. ເນັດບໍ່ຫລຸດໃນເວລາສຳຄັນບໍ່ວ່າຈະເປັນຕອນລົມໂທລະສັບ/ວິດີໂອຄໍ ແລະ ເນັດຄວາມໄວບໍ່ຕົກ ຫຼື ການລົບກວນໃນການເຊື່ອມຕໍ່ດ້ວຍສະກາຍເນັດ.

ລອງເບິ່ງແພັກເກັດໃໝ່ລ່າສຸດກັບອິນເຕີເນັດສາຍໄຟເບີ້ຂອງສະກາຍເນັດຢູ່ລຸ່ມນີ້ ຫຼື ເຂົ້າໄປທີເຟສບຸ໊ກເພສ http://Skynet Lao.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...