spot_img
Homeມຸມຂ່າວ AECຄະນະແພດທະຫານອາຊຽນ ຫາລືວຽກມະນຸດສະທຳ ແລະ ບັນເທົາທຸກ

ຄະນະແພດທະຫານອາຊຽນ ຫາລືວຽກມະນຸດສະທຳ ແລະ ບັນເທົາທຸກ

Published on

ປລ. ​ໃນ​ວັນ​ທີ 13 ກໍລະກົດ 2017 ນີ້ ທີ່​ນະຄອນຫລວງ​ວຽງ​ຈັນ, ກອງທັບ​ປະຊາຊົນ​ປະຕິວັດ​ລາວ ​ໄດ້​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ ​ຫົວໜ້າ​ແພດ​ທະຫານ​ອາ​ຊຽນ ຄັ້ງ​ທີ 7 ​ແລະ ກອງ​ປະຊຸມ​ແລກປ່ຽນ​ແພດ​ທະຫານ​ໜຸ່ມ​ອາ​ຊຽນ ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ພັນ​ເອກ ດຣ ບົວ​ສິງ ອິນ​ທະ​ວົງ ຫົວໜ້າ​ກົມ​ເສນາ​ຮັກ ກົມ​ໃຫຍ່​ພະລາທິການ​ ຂອງ​ກອງທັບ​ປະຊາຊົນ​ລາວ, ມີ ​ທ່ານ ພົ.ຕ ຄຳ​ສີ ວົງ​ຄຳ​ຊາວ ຫົວໜ້າ​ຫ້ອງ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ, ຫົວໜ້າຄະນະ​ກົມ​ເສນາ​ຮັກ ​ແລະ ຕົວ​ແທນ​ແພດ​ທະຫານ​ໜຸ່ມ ​ຂອງ​ກອງທັບ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນກໍ​ໃຫ້​ກຽດ​ເຂົ້າ​ຮ່ວມ​.

​ ​ທ່ານ ພັນ​ເອກ ດຣ ບົວ​ສິງ ອິນ​ທະ​ວົງ ​ໄດ້​ກ່າວ​ວ່າ: ກອງ​ປະຊຸມ​ຫົວໜ້າ​ແພດ​ທະຫານ​ອາ​ຊຽນ ​​ເຕີບ​ໃຫຍ່​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ​ ນັບ​ແຕ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ ​ໃນ​ປີ 2011 ທີ່​ນະຄອນຫລວງ​ຮ່າ​ໂນ້ຍ, ສສ ຫວຽດນາມ ​ເຊິ່ງບາດກ້າວ​ໃຫມ່​ໃນ​ການ​ຮ່ວມມື​ວຽກ​ງານ​ດັ່ງກ່າວ ໂດຍສະ​ແດງ​ອອກ​ໃນ​ຄວາມ​ເອົາ​ໃຈ​ໃສ່ ​ແລະ ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ ຂອງ​ບັນດາ​ສະ​ຖາ​ບັນ​ແພດ​ທະຫານ​ຂອງ​ປະ​ເທດ​ສະມາຊິກ​ອາ​ຊຽນ ​ໃນ​ການ​ເປັນ​ເຈົ້າພາບ ​ແລະ ການ​ເປັນ​ປະທານ​ຈັດ​ກອງ​ປະຊຸມ​ຫົວໜ້າ​ແພດ​ທະຫານ​ອາ​ຊຽນ ​ແລະ ກິດຈະກຳ​ອື່ນໆ​ ທີ່​ກ່ຽວຂ້ອງ, ກິດຈະກຳ​ເຫລົ່າ​ນີ້​​ເປັນ​ການ​ປະກອບສ່ວນ​ອັນ​ສຳຄັນ ​ເຂົ້າ​ໃນ​ການ​ສ້າງ​ຂີດ​ຄວາມ​ສາມາດ​ໃນ​ດ້ານ​ຕ່າງໆ ​ໂດຍ​ຜ່ານ​ເວທີ​ການ​ປຶກສາ​ຫາລື, ການ​ແລກປ່ຽນ​ຄວາມ​ຮູ້​ຄວາມ​ສາມາດ, ການ​ສຶກສາ​ຄົ້ນຄວ້າ ​ແລ​ະ ປະສົບ​ການ ​ໃນ​ການ​ພົວພັນ​ຮ່ວມ​ມື​​ແພດ​ທະຫານ.

ພ້ອມ​ນີ້, ​ທ່ານ ຫົວໜ້າ​ກົມ​ເສນາ​ຮັກ ຍັງ​ໄດ້​ກ່າວ​ຕື່ມ​ອີກ​ວ່າ: ກອງ​ປະຊຸມ​​ແພດ​ທະຫານ​ອາ​ຊຽນ​ໃນ​ຄັ້ງນີ້ ຈະ​ໄດ້​ແລກປ່ຽນ​ທັດສະນະ ​ກ່ຽວ​ກັບ​ການ​ເສີມ​ສ້າງ​ການ​ຮ່ວມ​ມື ຂອງ​ແພດ​ທະຫານ​ອາ​ຊຽນ​ໃນ​ການ​ຊ່ວຍ​ເຫລືອ​ມະນຸດສະທຳ ​ແລະ ບັນ​ເທົາ​ທຸກ​ໄພພິບັດ. ​ ໃນ​ປີ​ທີ່​ຜ່ານ​ມາ ພາກ​ພື້ນ​ຂອງ​ພວກ​ເຮົາ​ແມ່ນ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາ​ຍ ຕໍ່​ຄວາມ​ໝັ້ນຄົງ​ຫລາຍ​ບັນຫາ ​ໂດຍ​ສະ​ເພາະ​ແມ່ນ​ໄພພິບັດ​ທາງ​ທຳ​ມະ​ຊາດ ເຊິ່ງ​ໄພ​ຂົ່ມຂູ່​ດັ່ງກ່າວ ​ໄດ້​ສົ່ງ​ຜົນ​ກະທົບ​ອັນ​ໃຫຍ່​ຫລວງ​ຕໍ່​ຊີວິດ, ຊັບ​ສິນ​ຂອງ​ປະຊາຊົນ ​ແລະ ການພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ຊາດ ​ແລະ ພາກ​ພື້ນ. ອີກ​ດ້ານ​ໜຶ່ງ​ ການ​ຊ່ວຍ​ເຫລືອ​ມະນຸດສະທຳ ​ແລະ ການ​ບັນ​ເທົາ​ທຸກ​ໄພພິບັດ ​ແມ່ນ​ໜຶ່ງ​ ໃນ​ຂົງ​ເຂດ​ວຽກ​ງານ​ການ​ຮ່ວມ​ມື​ຂອງ​ກອງ​ປະຊຸມ​ລັດຖະມົນຕີ ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນ, ອາ​ຊຽນບວກ ​ແລະ ​ເວດ​ທີ​ພາກ​ພື້ນ​ອາ​ຊຽນ.

​ລະຫວ່າງກອງ​ປະຊຸມ​​ໃນ​ຄັ້ງ​ນີ້, ກອງທັບ​ປະຊາຊົນ​ລາວ ​ໄດ້​ນຳ​ສະ​ເໜີ 3 ຫົວ​ບົດ ​ຄື: ​ເຫລົ່າ​ຮົບ​ເສນາ​ຮັກ​ຂອງ​ກອງທັບ​ປະຊາຊົນ​ລາວ ​ແລະ ຄວາມ​ພ້ອມ​ ໃນ​ການ​ຊ່ວຍ​ເຫ​ລື​ອມະນຸດສະທຳ ​ແລະ ການ​ບັນ​ເທົາ​ທຸກ​ໄພພິບັ​ດ; ການ​ເຝົ້າ​ລະວັງ​ພະຍາດ​ໄຂ້ຍຸງ​ລາຍ ​ໃນ​ນະຄອນຫລວງ​ວຽງ​ຈັນ​ຂອງ​ສະ​ຖາ​ບັນ​ອະນາ​ໄມ​ກັນ​ພະຍາດ ​ແລະ ສົ່ງ​ເສີມ​ສຸຂະພາບ​ຂອງ​ກອງ​ທັບ; ​ແລະ ບົດ​ຄົ້ນຄວ້າ​ກ່ຽວກັບ​ການກວດ​ອາຈົມ​ເພື່ອ​ຊອກ​ພະຍາດ​ໃບ​ໄມ້​ໃນ​ຕັບ​ ໃນ​ໂຮງໝໍ 103. ພ້ອມ​ນີ້, ກອງ​ປະຊຸມຫົວໜ້າ​ແພດ​ທະຫານ​ອາ​ຊຽນ ຄັ້ງ​ທີ 8 ​ແມ່ນ​ປະ​ເທດ​ສິງກະ​ໂປ​ ຈະ​ໄດ້​ເປັນ​ເຈົ້າພາບ​​ອັນ​ດັບ​ຕໍ່​ໄປ.

 

ແຫລ່ງຂ່າວ: ຂປລ

ບົດຄວາມຫຼ້າສຸດ

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...

ຈະເປີດໃຫ້ບໍລິການໃນປີ 2030 ທາງລົດໄຟວຽງຈັນ-ໜອງຄາຍ ໂດຍຈະເລີ່ມລົງມືກໍ່ສ້າງໃນປີ 2027

ກອງ​ປະຊຸມ​ໄດ້​ຈັດ​ຂຶ້ນ​ຢູ່​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຫ່ງ ສປປ ລາວ ​ໃນ​ວັນ​ທີ 17 ຕຸລາ 2025 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ກໍ່ສ້າງ​ຂົວ​ທາງ​ລົດ​ໄຟ​ຂ້າມ​ແມ່ນ້ຳຂອງ​ແຫ່ງ​ໃໝ່. ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ທ່ານ ຈັນທອນ...

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...