spot_img
Homeຂ່າວພາຍ​ໃນຄະນະລັດຖະບານ ຮັບຮອງບັນຫາສຳຄັນປະຈຳເດືອນທັນວາ 2013

ຄະນະລັດຖະບານ ຮັບຮອງບັນຫາສຳຄັນປະຈຳເດືອນທັນວາ 2013

Published on

79013406-8FF9-439F-ADF1-F7E947607F73_mw1024_n_s (1)

ໃນ​ຕອນ​ບ່າຍ​ວັນ​ທີ 14 ມັງກອນ 2014 ນີ້ ທ່ານ​ນາງ ບຸນ​ເພັງ ມູນ​ໂພ​ໄຊ ລັດຖະມົນຕີ​ປະຈຳ​ຫ້ອງ​ວ່າການ​ລັດຖະບານ ໂຄສົກ​ລັດຖະບານ ໄດ້​ຖະແຫຼງ​ກ່ຽວ​ກັບ​ຜົນສຳເລັດ ຂອງ​ກອງ​ປະຊຸມ​ລັດຖະບານ​ປະຈຳ​ເດືອນ​ທັນວາ 2013 ທີ່​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 13-14 ມັງກອນ 2014 ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີ ມີ​ບັນດາ​ຮອງ​ນາຍົກລັດຖະມົນຕີ ແລະ ສະມາຊິກ​ລັດຖະບານ​ເຂົ້າ​ຮ່ວມ.

ໃນ​ວາລະ​ດຳເນີນ​ເປັນ​ເວລາ 2 ວັນ​ນັ້ນ ກອງ​ປະຊຸມ​ໄດ້​ຄົ້ນຄວ້າ​ປຶກສາ​ຫາລື ແລະ ເຫັນ​ດີ​ດ້ານ​ຫຼັກການ​ຮັບຮອງ​ບັນຫາ​ສຳຄັນ​ຈຳນວນ​ໜຶ່ງ ເປັນຕົ້ນ ກອງ​ປະຊຸມ​ໄດ້​ຜ່ານ​ບົດ​ລາຍ​ງານ ການ​ກະກຽມ​ກອງ​ປະຊຸມ​ວຽກ​ງານ​ຍຸຕິ​ທຳ ລາວ-ຫວຽດນາມ 10 ແຂວງ​ທີ່​ມີ​ຊາຍ​ແດນ​ຕິດ​ຈອດ​ກັນ ຜ່ານ​ບົດ​ລາຍ​ງານ​ກ່ຽວ​ກັບ​ການຈັດຕັ້ງ​ປະຕິບັດ ການ​ຮ່ວມ​ມື​ດ້ານ​ເສດຖະກິດ-ເຕັກນິກ ລາວ-ຈີນ ໄລຍະ 1 ປີຜ່ານມາ ບົດ​ລາຍ​ງານ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ ການ​ນຳ​ໃຊ້​ລະບົບ​ເຄືອ​ຂ່າຍ​ສື່ສານ​ເອ​ເລັກ​ໂຕຼ​ນິກ (ສື່ສານ​ສັງຄົມ​ອອນ​ລາຍ) ໂດຍ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂອງ​ເວັບ​ໄຊ ແລະ ເຕັກ​ໂນ​ໂລ​ຊີ​ມື​ຖື​ໃນ​ການ​ສ້າງ-ເຜີຍແຜ່ ແລກປ່ຽນ ແລະ ເຂົ້າ​ເຖິງ​ຂໍ້​ມູນ​ຂ່າວສານ​ຕ່າງໆ​ໄດ້​ຢ່າງ​ວ່ອງໄວ ດ້ວຍ​ຄຸນ​ລັກສະນະ ແລະ ຄວາມ​ສາມາດ​ຂອງ​ລະບົບ​ດັ່ງກ່າວ ຈຶ່ງ​ເຮັດ​ໃຫ້​ມີ​ການ​ນຳ​ໃຊ້​ຫຼາຍ ຈຳນວນ​ກໍ​ເພີ່ມ​ຂຶ້ນ​ຢ່າງ​ໄວວາ ຊຶ່ງ​ຈຳນວນ​ຜູ້​ໃຊ້​ນັ້ນ ມີ​ທັງ​ຜູ້​ທີ່​ມີ​ເຈຕະນາ​ດີ ແລະ ເຈຕະນາ​ບໍ່​ດີ ຈຶ່ງ​ເກີດ​ມີ​ທັງ​ດ້ານ​ດີ ແລະ ດ້ານ​ຫຍໍ້ທໍ້​ໃນ​ສັງຄົມ​ລາວ​ປັດຈຸບັນ ສະນັ້ນ ໃນ​ສະເພາະ​ໜ້າ​ນີ້ ໃຫ້​ກະຊວງ​ກ່ຽວຂ້ອງ​ກວດກາ​ຄືນ ບັນດາ​ນິຕິ​ກຳ​ຕ່າງໆ​ທີ່​ພົວພັນ​ກັບ​ບັນຫາ​ນີ້ ແລະ ເຂັ້ມ​ງວດ​ໃນ​ການ​ກວດກາ ແລະ ຕອບ​ຕ້ານ​ດ້ວຍ​ວິທີ​ການ​ຕ່າງໆ​ໃຫ້​ທັນ​ການ ພ້ອມ​ດຽວ​ກັນ​ນັ້ນ ກໍ​ໃຫ້​ເອົາໃຈໃສ່​ໂຄສະນາ​ເຜີຍແຜ່ ສ້າງ​ຈິດ​ສຳນຶກ ແລະ ໃຫ້ການ​ສຶກ​ສາ​ແກ່​ສັງຄົມ ໂດຍ​ສະເພາະ ນັກຮຽນ ແລະ ຊາວ​ໜຸ່ມ​ກ່ຽວ​ກັບ​ຜົນ​ດີ ແລະ ຜົນ​ກະທົບ​ດ້ານ​ລົບ​ຂອງ​ການ​ນຳ​ໃຊ້​ສື່ສານ​ດັ່ງກ່າວ ໂດຍ​ເລີ່ມ​ຈາກ​ຄອບຄົວ ໂຮງຮຽນ ແລະ ອື່ນໆ ກອງ​ປະຊຸມ​ເຫັນ​ດີ​ດ້ານ​ຫຼັກການ ຮັບຮອງ​ຮ່າງ​ຍຸດ​ທະ​ສາດ​ການ​ພັດທະນາ​ກາເຟ​ລາວ ຮອດ​ປີ 2025 ຮ່າງ​ຍຸດ​ທະ​ສາດ​ດັ່ງກ່າວ​ແມ່ນ​ເລັ່ງ​ໃສ່ 4 ເປົ້າ​ໝາຍ ແລະ 6 ມາດ​ຕະການ​ຄື: ການ​ພັດທະນາ​ການ​ຜະລິດ ການ​ປັບປຸງ​ຄຸນ​ນະ​ພາບ ແລະ ຕະຫຼາດ ການ​ສົ່ງເສີມ​ໂຄສະນາ​ການ​ນຳ​ໃຊ້​ທີ່​ດີ ການ​ປັບປຸງ​ສິ່ງແວດລ້ອມ​ທຸລະ​ກິດ ການ​ສ້າງ​ຄວາມ​ເຂັ້ມແຂງ​ດ້ານ​ຄວາມ​ສາມາດ ໃນ​ການ​ຄຸ້ມ​ຄອງ​ຂອງ​ສະ​ຖາ​ບັນ ແລະ ອົງ​ການຈັດຕັ້ງ​ຄຸ້ມ​ຄອງ​ການ​ຜະລິດ​ກາເຟ ທັງ​ໝົດ​ນີ້ ເພື່ອ​ເຮັດ​ໃຫ້​ກາເຟ​ລາວ ສາມາດ​ຫັນ​ໄປ​ສູ່​ຄຸນ​ນະ​ພາບ ແລະ ເປັນ​ມິດ​ຕໍ່​ສິ່ງແວດລ້ອມ ສ້າງ​ແຫຼ່ງ​ລາຍ​ຮັບ​ທີ່​ດີ ແລະ ໝັ້ນຄົງ​ໃຫ້​ແກ່​ຜູ້​ຜະລິດ​ທຸກ​ຂັ້ນ ລວມ​ທັງ​ສ້າງ​ເງື່ອນໄຂ​ເອື້ອ​ອຳນວຍ​ຄວາມ​ສະດວກ​ໃຫ້​ພາກ​ເອກະ​ຊົນ ຜູ້​ທີ່​ມີ​ສ່ວນ​ຮ່ວມ ທັງ​ເປັນ​ການ​ປະກອບສ່ວນ​ທີ່​ສຳຄັນ ເຮັດ​ໃຫ້ການ​ພັດທະນາ​ເສ​ຖະ​ກິດ-ສັງຄົມ​ແຫ່ງ​ຊາດ ຂະຫຍາຍຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ ພ້ອມ​ທັງ​ຜ່ານ​ຮ່າງ​ດຳລັດ​ວ່າ​ດ້ວຍ​ໂຮງໝໍ​ເອກະ​ຊົນ​ສະບັບ​ປັບປຸງ ຊຶ່ງ​ດຳລັດ​ດັ່ງກ່າວ ຕ້ອງ​ໄດ້​ກຳນົດ​ແຈ້ງ​ກ່ຽວ​ກັບ​ນະໂຍບາຍ​ດ້ານ​ຕ່າງໆ​ຢ່າງ​ເໝາະ​ສົມ ເພື່ອ​ສາມາດ​ດຶງ​ດູດ​ການ​ລົງທຶນ​ໃນ​ດ້ານ​ນີ້ ໃນ​ປັດຈຸບັນ ແລະ ອະນາຄົດ ສຳລັບ​ຮ່າງ​ນະໂຍບາຍ​ວ່າ​ດ້ວຍ​ການ​ເຝົ້າ​ລະວັງ ແລະ ຄວບ​ຄຸມພະ​ຍາດ​ຕິດຕໍ່ ດ້ານ​ຫຼັກການ ກອງ​ປະຊຸມ​ເຫັນ​ດີ​ຮັບຮອງ ເພາະວ່າ​ຮ່າງ​ນະໂຍບາຍ​ດັ່ງກ່າວ​ນີ້ ແມ່ນ​ມີ​ຄວາມ​ສຳຄັນ ເພື່ອ​ສະກັດ​ກັ້ນ ແລະ ຄວບ​ຄຸມ​ແຕ່​ຫົວທີ​ບໍ່​ໃຫ້​ພະຍາດ​ແຜ່​ລະບາດ ແລະ ຂະຫຍາຍ​ວົງ​ກວ້າງ ຈຳກັດ​ໄດ້​ການ​ເຈັບ ແລະ ຕາຍ​ຂອງ​ປະຊາຊົນ​ບັນດາເຜົ່າ ທັງ​ເປັນ​ການ​ສົ່ງເສີມ​ໃຫ້​ປະຊາຊົນ​ມີ​ສ່ວນ​ຮ່ວມ​ໃນ​ການ​ເຝົ້າ​ລະວັງ ແລະ ຕອບ​ຕ້ານ​ຕໍ່​ການ​ລະບາດ​ຂອງ​ພະຍາດ ສົ່ງເສີມ​ຢ່າງ​ເປັນ​ເຈົ້າ​ການ​ຂອງ​ຂະແໜງ​ສາທາລະນະ​ສຸກ ໃນ​ການ​ຮ່ວມ​ມື ແລະ ປະສານ​ງານ​ກັບ​ອົງ​ການຈັດຕັ້ງ​ສາກົນ ພາກ​ພື້ນ ແລະ ປະເທດ​ໃກ້​ຄຽງ ກອງ​ປະຊຸມ​ເຫັນ​ດີ​ຕໍ່​ການ​ປັບປຸງ​ບາງ​ມາດຕາ ຂອງ​ດຳລັດ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ ແລະ ການ​ປົກ​ປ້ອງ​ການເຄື່ອນໄຫວ​ສາສະໜາ​ຢູ່ ​ສປປ ລາວ ດຳລັດ​ສະບັບ​ເກົ່າ​ປະກາດ​ໃຊ້​ໄດ້ 10 ກວ່າ​ປີ​ແລ້ວ​ນັ້ນ ມີ​ບາງ​ມາດຕາ ບໍ່​ສອດຄ່ອງ​ກັບ​ລະດັບ​ການ​ເຕີບ​ໃຫຍ່​ຂະຫຍາຍຕົວ ທາງ​ດ້ານ​ເສດ​ຖະ​ກິດ-ສັງຄົມ​ໃນ​ປັດຈຸບັນ ສະນັ້ນ ເພື່ອ​ໃຫ້​ດຳລັດ​ດັ່ງກ່າວ​ມີ​ເນື້ອ​ໃນ​ຄົບ​ຖ້ວນ ຮັດກຸມ ແລະ ສອດຄ່ອງ​ກັບ​ສະພາບ​ຕົວ​ຈິງ ແລະ ເພື່ອ​ເຮັດ​ໃຫ້ການ​ຄຸ້ມ​ຄອງ ການເຄື່ອນໄຫວ​ສາສະໜາ ມີ​ຄວາມ​ເປັນ​ເອກະ​ພາບ​ໃນ​ຂອບ​ເຂດ​ທົ່ວ​ປະເທດ ຮັບປະກັນ​ສິດ​ໃນ​ການ​ເຊື່ອ​ຖື ຫຼື ບໍ່​ເຊື່ອ​ຖື​ສາສະໜາ​ຂອງ​ພົນລະເມືອງ​ລາວ ທີ່​ໄດ້​ກຳນົດ​ໄວ້​ໃນ​ລັດ​ຖະ​ທຳ​ມະນູນ​ແຫ່ງ ​ສປປ ລາວ.

ທີ່ມາ http://www.vientianemai.net/teen/khao/1/10979

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...