spot_img
Homeຂ່າວເຫດການຄະນະຜູ້ແທນ ສຳເລັດການເຂົ້າຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ອີຢູ ຄັ້ງທີ 21

ຄະນະຜູ້ແທນ ສຳເລັດການເຂົ້າຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ອີຢູ ຄັ້ງທີ 21

Published on

ໃນວັນທີ 13-14 ຕຸລາ 2016, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີຕ່າງປະເທດແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອີຢູ ຄັ້ງທີ 21 ຈັດຂຶ້ນທີ່ບາງກອກ, ປະເທດໄທ, ພາຍໃຕ້ການເປັນປະທານຮ່ວມຂອງໄທ ແລະ ອີຢູ.
ກອງປະຊຸມໄດ້ສະແດງຄວາມເພິ່ງພໍໃຈຕໍ່ໝາກຜົນຂອງການພົວພັນຮ່ວມມືອາຊຽນ-ອີຢູ ໃນໄລຍະຜ່ານມາ ໂດຍສະເພາະແມ່ນດ້ານການຄ້າ, ການລົງທຶນ ແລະ ອື່ນໆ. ອີຢູເປັນຄູ່ຄ້າໃຫຍ່ອັນດັບສອງຂອງ
ອາຊຽນ ຊຶ່ງມູນຄ່າການຄ້າສອງຝ່າຍບັນລຸໄດ້  272.6 ຕື້ໂດລາສະຫະລັດ (246 ຕື້ ເອີໂຣ) ໃນປີ 2014 ແລະ ອາຊຽນ ກໍເປັນຄູ່ຄ້າໃຫຍອັນດັບສາມຂອງອີຢູ ແລະ ອີຢູ ກໍເປັນຜູ້ລົງທຶນໂດຍກົງລາຍໃຫຍ່ຂອງອາຊຽນ ຊຶ່ງມີມູນຄ່າສະເລ່ຍ 20.9 ຕື້ ໂດລາສະຫະລັດ (19 ຕື້ ເອີໂຣ) ໃນແຕ່ລະປີ ນັບແຕ່ປີ 2012 ເປັນຕົ້ນມາ.
ກອງປະຊຸມ ຍັງໄດ້ທົບທວນຄືນການຈັດຕັ້ງປະຕິບັດບັນດາໂຄງການການຮ່ວມມື ລະຫວ່າງ ອາຊຽນ ແລະ ອີຢູ ທີ່ຢູ່ພາຍໃຕ້ແຜນປະຕິບັດງານບັນດາສິຣິ ເບກາວັນ (2013-2017) ຊຶ່ງເຫັນວ່າໄດ້ຮັບຜົນສໍາເລັດໃນຫຼາຍດ້ານເປັນຕົ້ນແມ່ນດ້ານການຄ້າ, ການລົງທຶນ, ການສຶກສາ, ການແລກ ປ່ຽນຂໍ້ມູນຂ່າວສານ, ວິທະຍາສາດ-ເຕັກໂນໂລຊີ, ການບິນ, ການເຊື່ອມຈອດ ແລະ ອື່ນໆ. ພ້ອມກັນນີ້, ບັນດາລັດຖະມົນຕີຕ່າງປະເທດອາຊຽນ-ອີຢູ ໄດ້ເຫັນດີໃຫ້ເພີ້ມທະວີການຮ່ວມມືກັນຫຼາຍຂຶ້ນຕື່ມໃນດ້ານການເຊື່ອມຈອດ, ການໄປມາຫາສູ່ກັນຂອງປະຊາຊົນສອງພາກພື້ນ, ການບິນ, ການຄ້າ, ການລົງທຶນ, ການຮັບມືໄພພິບັດ, ການຕ້ານການກໍ່ການຮ້າຍ ແລະ ລັດທິຫົວຮຸນ ແຮງ  ແລະ ອື່ນໆ. ບັນດາລັດຖະມົນຕີຕ່າງປະເທດອາຊຽນກໍໄດ້ສະແດງຄວາມຊົມເຊີຍຕໍ່ການປະກອບສ່ວນຂອງອີຢູເຂົ້າໃນຂະບວນການສ້າງປະຊາຄົມອາຊຽນກໍຄືການເຊື່ອມໂຍງ ແລະ ການເຊື່ອມຈອດອາຊຽນ ແລະ ສະ ແດງຄວາມຍິນດີຕໍ່ຄວາມໝາຍໝັ້ນຂອງອີຢູ ທີ່ຈະສືບຕໍ່ໃຫ້ການສະໜັບສະໜູນແຜນວຽກຂອງຂໍ້ລິເລີ່ມການເຊື່ອມໂຍງອາຊຽນໄລຍະສາມ ແລະ ແຜນແມ່ບົດເພື່ອການເຊື່ອມຈອດອາຊຽນ 2025 ຊຶ່ງຜູ້ນໍາອາຊຽນໄດ້ຮັບຮອງເອົາຢູ່ກອງ ປະຊຸມສຸດຍອດອາຊຽນ ຄັ້ງທີ 28 ໃນວັນທີ 6 ກັນຍາ 2016 ທີ່ ນະ ຄອນຫຼວງວຽງຈັນ, ສປປ ລາວ.
ບັນດາລັດຖະມົນຕີຕ່າງປະເທດອາຊຽນ ແລະ ອີຢູ ຍັງໄດ້ແລກປ່ຽນຄຳຄິດເຫັນກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນເປັນຕົ້ນແມ່ນສະພາບການການຢູ່ຕາເວັນອອກກາງ, ການປ່ຽນແປງສະພາບດິນຟ້າອາກາດ, ການກໍ່ການຮ້າຍ, ການຄ້າມະນຸດ  ແລະ ອື່ນໆ.
ກອງປະຊຸມ ໄດ້ຮັບຮອງເອົາຖະແຫຼງການບາງກອກ ວ່າດ້ວຍການສົ່ງເສີມການເປັນຄູ່ຮ່ວມສາກົນ ລະຫວ່າງ ອາຊຽນ ແລະ ອີຢູ ເພື່ອກ້າວໄປສູ່ການຍົກລະດັບຂຶ້ນເປັນຄູ່ຮ່ວມຍຸດທະສາດໃນອະນາຄົດ “Bangkok Declaration on Promoting an ASEAN-EU Global Partnership for Shared Strategic Goals”. ກອງປະຊຸມຍັງ ໄດ້ເຫັນດີຈັດກິດຈະກໍາສະເຫຼີມສະຫຼອງການພົວພັນຮ່ວມມື ອາຊຽນ-ອີຢູ ຄົບຮອບ 40 ປີ ໃນປີ 2017.

ໃນໄລຍະເຂົ້າຮ່ວມກອງປະຊຸມ, ຫົວໜ້າຄະນະຜູ້ແທນຂອງ ສປປ ລາວ ຍັງໄດ້ພົບສອງຝ່າຍກັບລັດຖະມົນຕີຕ່າງປະເທດຂອງໂຮນລັງ, ຮົງກາລີ, ຣູມານີ, ເອສໂຕນີ, ສະໂລວັກ; ຮອງລັດຖະມົນຕີຕ່າງປະເທດໂປໂລຍ, ຝຣັ່ງ ແລະ ຫວຽດນາມ ເພື່ອທົບທວນຄືນການຮ່ວມມືສອງຝ່າຍໃນໄລະຜ່ານມາ ພ້ອມທັງປຶກສາຫາລືເພື່ອວາງທິດທາງໃນການເພີ່ມທະວີການຮ່ວມມືໃນຂອບສອງຝ່າຍ ແລະ ໃນຂອບ ອາຊຽນ-ອີຢູ ໃນອະນາຄົດໃຫ້ນັບມື້ນັບຂະຫຍາຍຕົວຍິ່ງຂຶ້ນ.

ຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...