spot_img
Homeຂ່າວພາຍ​ໃນກົມກົງສຸນ ຈັດຊື້ອຸປະກອນເຄື່ອງພິມເພີ່ມຕື່ມອີກຈຳນວນ 10 ເຄື່ອງ

ກົມກົງສຸນ ຈັດຊື້ອຸປະກອນເຄື່ອງພິມເພີ່ມຕື່ມອີກຈຳນວນ 10 ເຄື່ອງ

Published on

ກົມກົງສຸນ ກະຊວງການຕ່າງປະເທດ ຂໍຖືເປັນກຽດແຈ້ງມາຍັງພໍ່ແມ່, ປະຊາຊົນ, ພະນັກງານ, ທະ ຫານ, ຕຳຫລວດ ຊາບວ່າ: ໃນໄລຍະຜ່ານມາ, ຄວາມຮຽກຮ້ອງຕ້ອງການຂໍນຳໃຊ້ໜັງສືຜ່ານແດນຂອງປະຊາຊົນລາວເຮົາ ແມ່ນມີຈໍານວນຫລວງຫລາຍ ເຊິ່ງເປັນປະລິມານເກີນຂີດຄວາມສາມາດໃນການຮອງຮັບຕົວຈິງຂອງລະບົບການອອກໜັງສືຜ່ານແດນຂອງກົມກົງສຸນ ທີ່ມີຢູ່.

ສະນັ້ນ, ຈຶ່ງເຮັດໃຫ້ການອອກໜັງສືຜ່ານແດນໃນໄລຍະຜ່ານມາໃຊ້ເວລາດົນ ບໍ່ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງ ການຂອງສັງຄົມໄດ້; ການສຳພາດເກັບກຳຂໍ້ມູນໃນສະພາບປົກກະຕິຢູ່ກົມກົງສຸນ ສາມາດພິຈາລະນາຮັບໄດ້ແຕ່ 300 ຄົນ/ມື້, ແຕ່ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ ກົມກົງສຸນ ໄດ້ລະດົມພະນັກງານສືບຕໍ່ປະຕິບັດໜ້າທີ່ເກີນໂມງລັດຖະການ, ແຕ່ລະມື້ຕອນເຊົ້າພະນັກງານກົມກົງສຸນຕ້ອງໄດ້ສັບປ່ຽນກັນມາກ່ອນໂມງລັດຖະການ ແຕ່ 7:00 ໂມງ ແລະ ຕອນແລງຕ້ອງສືບຕໍ່ເຮັດວຽກນອກໂມງການ ຮອດ 18:00 ໂມງ ແລະ ຮັບສຳພາດເກັບກຳຂໍ້ມູນໃຫ້ໄດ້ຫລາຍກວ່າ 500 ຄົນ/ມື້, ໂດຍ ລວມ 6 ສູນຮັບຄຳຮ້ອງທົ່ວປະເທດ ຈະມີຈຳນວນ 1.700-1.800 ຄົນ/ມື້. ເຖິງແມ່ນວ່າ ຈະຮັບສຳພາດໄດ້ເປັນຈຳນວນຫລວງຫລາຍ ແຕ່ການດຳເນີນການພິມອອກໜັງສືຜ່ານແດນຂອງ ກົມກົງສຸນ ປົກກະຕິແມ່ນຈະໄດ້ພຽງແຕ່ 800-900 ເຫລັ້ມ/ມື້ ເນື່ອງຈາກເຄື່ອງຈັກ ແລະ ອຸປະກອນຮັບໃຊ້ການຜະລິດໜັງສືຜ່ານແດນມີຈຳນວນຈຳກັດ ແລະ ມີການເປ່ເພ. ຕໍ່ກັບບັນຫາດັ່ງກ່າວ, ກົມກົງສຸນຕ້ອງຂໍອະໄພຢ່າງສູງຕໍ່ກັບຄວາມບໍ່ສະດວກດັ່ງກ່າວ ມາໃນທີ່ນີ້ດ້ວຍ.

ພາຍຫລັງທີ່ໄດ້ຮັບທິດຊີ້ນຳຈາກ ຄະນະລັດຖະບານ ກໍຄື ການນຳຂອງກະຊວງການຕ່າງປະເທດ ໃຫ້ເອົາໃຈ ໃສ່ແກ້ໄຂບັນຫາດັ່ງກ່າວໃຫ້ສຳເລັດໂດຍໄວ. ກົມກົງສຸນ ໄດ້ເລັ່ງໃຫ້ມີການສ້ອມແປງເຄື່ອງພິມໃຫ້ສຳເລັດ ແລະ ໂດຍຕອບສະໜອງດ້ານງົບປະມານຈາກກະຊວງການເງິນ ຈຶ່ງໄດ້ຈັດຊື້ອຸປະກອນເຄື່ອງພິມເພີ່ມຕື່ມອີກຈຳນວນ 10 ເຄື່ອງ.

ປັດຈຸບັນ, ກົມກົງສຸນ ສາມາດດຳເນີນການອອກໜັງສືຜ່ານແດນ ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການ ແລະ ແກ້ໄຂບັນຫາໜັງສືຜ່ານແດນທີ່ຕົກຄ້າງຢູ່ກົມກົງສຸນ ແລະ ສູນຮັບຄຳຮ້ອງຂໍໜັງສືຜ່ານແດນແຂວງ ຄຳມ່ວນ, ສະຫວັນນະເຂດ, ຈຳປາສັກ, ໄຊຍະບູລີ ແລະ ຊຽງຂວາງ ໄດ້ສຳເລັດທັນຕາມກຳນົດທີ່ນັດໝາຍ 100%. ສ່ວນການແກ້ໄຂການອອກໜັງສືຜ່ານແດນ ຂອງສູນຮັບຄຳຮ້ອງຂໍໜັງສືຜ່ານແດນແຂວງອຸດົມໄຊ ແມ່ນສາມາດປະຕິບັດໄດ້ແລ້ວ 98%, ຍ້ອນບັນຫາດ້ານການຂົນສົ່ງ (ສະພາບດິນຟ້າ ແລະ ເສັ້ນທາງທີ່ຫຍຸ້ງຍາກ) ຈຶ່ງເຮັດໃຫ້ມີຄວາມຫລ້າຊ້າ ແລະ ຮັບໜັງສືຜ່ານແດນບໍ່ໄດ້ຕາມກຳນົດນັດໝາຍ (ຫລຸດລື່ນກັນ 1-2 ວັນ) ແລະ ອີກສາເຫດໜຶ່ງທີ່ເຮັດໃຫ້ການອອກໜັງສືຜ່ານແດນມີຄວາມຫລ້າຊ້າ ແມ່ນເນື່ອງຈາກການແກ້ໄຂເອກະສານແຈ້ງເສຍຫາຍ ທີ່ມີຈຳ ນວນຫລາຍ ຊຶ່ງຕ້ອງໄດ້ດຳເນີນໄປຕາມຂັ້ນຕອນລະບຽບການ, ເຖິງຢ່າງໃດກໍຕາມ ກົມກົງສຸນຈະພະຍາຍາມເລັ່ງແກ້ໄຂບັນຫາດັ່ງກ່າວໃຫ້ໄດ້ 100% ໃນໄລຍະອັນໃກ້ນີ້.

ກົມກົງສຸນ ຂໍແຈ້ງມາຍັງພໍ່ແມ່ປະຊາຊົນຊາບຕື່ມວ່າ: ຖ້າຫາກທ່ານໃດເຂົ້າມາແລ່ນຂໍນຳໃຊ້ໜັງສືຜ່ານແດນຢູ່ກົມກົງສຸນ ຫລື ສູນຮັບຄຳຮ້ອງເຮັດໜັງສືຜ່ານແດນ ຢູ່ 6 ແຂວງຂ້າງເທິງ ຫາກບໍ່ໄດ້ຮັບໜັງສືຜ່ານແດນຕາມວັນກຳນົດນັດໝາຍ ແມ່ນໃຫ້ເຂົ້າມາພົວພັນນຳພະນັກງານທີ່ກ່ຽວຂ້ອງຂອງກົມກົງສຸນ, ສຳລັບຢູ່ສູນຮັບຄໍາຮ້ອງ ແມ່ນໃຫ້ເຂົ້າໄປພົວພັນກັບຫົວໜ້າ ຫລື ພະນັກງານຂອງສູນຮັບຄຳຮ້ອງ ເພື່ອຕິດຕາມ ແລະ ພິຈາລະນາແກ້ໄຂ ໄປຕາມທາງຄວນ.

ໃນໂອກາດນີ້, ກົມກົງສຸນ ຂໍອະໄພໃນຄວາມບໍ່ສະດວກຕໍ່ກັບການໃຫ້ບໍລິການ ໃນການດຳເນີນການອອກໜັງສືຜ່ານແດນໃຫ້ພໍ່ແມ່ປະຊາຊົນ, ພະນັກງານ, ທະຫານ ແລະ ຕຳຫລວດ ບໍ່ໄດ້ທັນຕາມກຳນົດນັດໝາຍໃນໄລຍະຜ່ານມາ ແລະ ຂໍສະແດງຄວາມຂອບໃຈ ມາຍັງທຸກທ່ານທີ່ໃຫ້ ການຮ່ວມມື ແລະ ສະແດງຄວາມຮູ້ບຸນຄຸນມາຍັງລັດຖະບານ ກໍຄື ການນຳຂອງກະຊວງການຕ່າງປະເທດ ທີ່ໄດ້ໃກ້ຊິດຕິດແທດ ແລະ ໃຫ້ທິດຊີ້ນຳໃນການແກ້ໄຂບັນຫາໃຫ້ສຳເລັດໄປໄດ້ດ້ວຍດີ.
ຂ່າວ: ກຕທ

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...