spot_img
Homeຂ່າວພາຍ​ໃນການໃຊ້ພາສາໃນວົງການສື່ມີບັນຫາ ເຖິງເວລາທີ່ຄວນຫາທາງແກ້

ການໃຊ້ພາສາໃນວົງການສື່ມີບັນຫາ ເຖິງເວລາທີ່ຄວນຫາທາງແກ້

Published on

ຂປລ. ການໃຊ້ພາສາລາວໃນການຂຽນ, ການເວົ້າ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຍັງພົບອຸປະສັກບໍ່ໜ້ອຍຍ້ອນອິດທິພົນປະເທດພັດທະນາແລະພວມພັດທະນາໄດ້ກະທົບ ແລະ ປ່ຽນແປ່ງວ່ອງໄວຕໍ່ພາຍໃນປະເທດ ຂະນະທີ່ ການໃຊ້ພາສາພາຍໃນປະເທດຍັງບໍ່ມີລັກສະນະເອກະພາບ ແລະ ບໍ່ໄດ້ຮັບການພັດທະນາທັນກັບສະພາບການຕົວຈິງເທົ່າທີ່ຄວນ ເຊິ່ງໄດ້ເຮັດໃຫ້ເກີດມີການໃຊ້ພາສາບໍ່ຖືກຕ້ອງ. ໃນວັນທີ 10 ຕຸລາ 2016 ຜ່ານມານີ້, ຊຸດສໍາມະນາພາຍໃຕ້ຫົວຂໍ້: ການນໍາໃຊ້ພາລາລາວໃນສື່ມວນຊົນ (ໂຄສະນາ ວິທະຍຸ ແລະ ໂທລະພາບ)ໄດ້ຈັດຂຶ້ນໃນວັນທີ 10 ຕຸລານີ້ທີ່ສະຖາບັນສື່ມວນຊົນ ໂດຍມີທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວ, ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ, ພ້ອມດ້ວຍນັກຂ່າວ, ວິທະຍາກອນ ແລະ ນັກສໍາມະນາກອນ ຈາກຂະແໜງການຕ່າງໆ ເຂົ້າຮ່ວມ ເຊິ່ງບັນຫາຕົ້ນຕໍຂອງການສໍາມະນາຄັ້ງນີ້ເລັ່ງໃສ່ປຶກສາຫາລື, ແລກປ່ຽນຄວາມຄິດຄວາມເຫັນ ແລະ ຍົກລະດັບຄວາມຮູ້ຄວາມສາມາດເພື່ອຊອກຫາວິທີແກ້ໄຂ ແລະ ປະກອບສ່ວນເຂົ້າໃນການພັດທະນາໃນຕໍ່ໜ້າ. 

ທ່ານ ສີພາ ນົງລາດ ຮອງປະທານສະມາຄົມນັກຂ່າວແຫ່ງ ສປປ ລາວໄດ້ຊີ້ແຈງວ່າ: ພາສາທີ່ຖືກຕ້ອງນັ້ນແມ່ນບອກເຖິງຄວາມເປັນຊາດ ແລະ ຮາກເຫງົ້າຂອງບັນພະບູລຸດຂອງພວກເຮົາ ສະນັ້ນ ນັກຂ່າວທີ່ເກັ່ງ, ນັກວິທະຍາກອນທີ່ດີ, ແລະ ນັກເວົ້າທີ່ມ່ວນແມ່ນບົ່ງບອກເຖິງຄວາມຮັກ, ຄວາມເອົາໃຈໃສ່ ແລະ ຮູ້ໃຫ້ກຽດຕໍ່ພາສາຕົນເອງຢ່າງໜັກແໜ້ນ.
 ແນວໃດກໍດີ ການໃຊ້ສັບພາສາເຂົ້າໃນວຽກສື່ມວນຊົນນັ້ນກໍຄວນເຂົ້າໃຈ ແລະ ຕ້ອງຮັບຮູ້ໃຫ້ເລິກເຊິ່ງແບບພາວະວິໄສ ຍົກຕົວຢ່າງ ຖ້າຂຽນຂ່າວສື່ສິ່ງພິມຈະເນັ້ນໃສ່ຜູ້ອ່ານເປັນຫລັກເປັນລັກສະນະລົງເລິກຢ່າງລະອຽດ ແລະ ມີຫລັກຖານຄົບຖ້ວນທຸກດ້ານເພື່ອເກັບຮັກສາໄວ້ເປັນຂໍ້ມູນສໍາເນົາ ຫລື ຈຸດປະສົງອື່ນໆ ແຕ່ສໍາລັບຂຽນປະກອບໃສ່ວິທະຍຸ ແລະ ໂທລະພາບນັ້ນຈຸດປະສົງເພື່ອຜູ້ຟັງ ແລະ ຜູ້ເບິ່ງໄດ້ຮັບຮູ້ວ່ອງໄວ ແລະ ທັນເຫດການຜ່ານໄປໂດຍວິທີສັ້ນກະທັດຫັດ ມີເນື້ອໃນຄົບຖ້ວນ ແລະ ຖືກຕ້ອງເທົ່ານັ້ນ ສະນັ້ນບໍ່ສາມາດເວົ້າຍາວ, ບໍ່ຄວນເວົ້າຊໍ້າຄືນ ແລະ ບໍ່ຂຽນຍາວ ຍິ່ງໄປກວ່າກໍມີການໃຊ້ຄໍາສັບສອດຫ້ອຍສາລະໜ້າຮູ້ເພື່ອຄວາມບັນເທີງ ແລະ ອື່ນໆ. 

ທ່ານ ສົມແສງ ໄຊຍະວົງ ຫົວໜ້າສະຖາບັນພາສາສາດ ສະຖາບັນວິທະຍາສາດສັງຄົມແຫ່ງຊາດກ່າວວ່າ: ການໃຊ້ພາສາກ່ຽວຂ້ອງກັບຜູ້ໃຊ້ຕົວຈິງ ຖ້າຄົນມີຄວາມຮູ້ອຸດົມສົມບູນເທົ່າໃດ ຍິ່ງເຮັດໃຫ້ຄົນເຫຼົ່ານັ້ນເຂົ້າໃຈ ແລະ ໃຊ້ພາສາໄດ້ລ່ຽນໄຫລດີ ປັດຈຸບັນນີ້ເຫັນວ່າການໃຊ້ພາສາລາວທົ່ວໄປຍັງແມ່ນການໃຊ້ພາສາແບບທ້ອງຖິ່ນຫລາຍເກີນໄປ ດ້ວຍເຫດດັ່ງກ່າວການໃຊ້ພາສາບໍ່ຖືກຕ້ອງ ແລະ ມີຄວາມແຕກຕ່າງກັນອາດເກີດຈາກປັດໄຈຫລາຍຢ່າງເຊັ່ນກັນເປັນຕົ້ນການພັດທະນາມີການປ່ຽນແປງໄວເທົ່າໃດຍິ່ງເຮັດໃຫ້ພາສາໄດ້ຮັບການພັດທະນາຂຶ້ນໄວເທົ່ານັ້ນ ແຕ່ໃນທາງກົງຂ້າມກັນ ພາຍໃນປະເທດຂອງພວກເຮົາຍັງພັດທະນາຄ່ອຍເປັນຄ່ອຍໄປ ແລະ ບໍ່ມີຄວາມເປັນເອກະພາບໃນການນໍາໃຊ້ຢ່າງລະອຽດວ່າອັນໃດຄວນໃຊ້ອັນໃດບໍ່ຄວນໃຊ້ ດັ່ງທີ່ ທ່ານຮູ້ນໍາກັນແລ້ວວ່າພວກເຮົາຍັງບໍ່ທັນມີໂຮງຮຽນວິຊາເພາະ ແລະ ບ່ອນເຝິກວິທີເວົ້າ, ໃຊ້ຄໍາສັບ ແລະ ອື່ນໆຄັກແນ່ ສ່ວນໃຫຍ່ແມ່ນອາໄສຄວາມຄຸ້ນເຄີຍ. ສະນັ້ນ ຕົນເອງຍອມຮັບວ່າມີບາງຄໍາສັບຕ້ອງໄດ້ຢືມ ແລະ ນໍາເອົາມາໝູນໃຊ້ຈາກພາຍນອກເຊັ່ນກັນເພື່ອຮັບປະກັນໃຫ້ທັນກັບສະພາບການປ່ຽນແປງແຕ່ລະໄລຍະ ຍົກຕົວຢ່າງຄອມພີວເຕີ, ນົດບຸກ, ແທັບເລັດ ແລະ ອື່ນໆ ເຊິ່ງທັງໝົດເຫລົ່ານັ້ນບໍ່ສາມາດປະຕິເສດໄດ້ຢ່າງຂາດໂຕ. 
ດ້ວຍເຫດນັ້ນ ສໍາມະນາກອນ ຈາກສື່ມວນຊົນຂະແໜງການຕ່າງໆຈະໄດ້ຮັບການຍົກລະດັບ, ຮຽນຮູ້ການນໍາໃຊ້ພາສາລາວໃນສື່ທີ່ມີຄວາມຖືກຕ້ອງເໝາະສົມ ແລະ ເປັນເອກະພາບກັນ, ທັງເປັນການສ້າງຄວາມຮູ້ ແລະ ຄວາມເຂົ້າໃຈຢ່າງເລີກເຊິ່ງ ເພື່ອທີ່ຈະນໍາໄປປະຕິບັດໝູນໃຊ້ໃນວຽກງານຂໍ້ມູນຂ່າວສານ, ວຽກງານວິຊາການ ເຊິ່ງເປັນວຽກງານໜື່ງທີ່ມີຄວາມໝາຍ, ຄວາມສໍາຄັນ ໃນຂົງເຂດສື່ມວນຊົນ ໃຫ້ກາຍເປັນທີ່ຍອມຮັບ ຂອງສັງຄົມຢ່າງເລິກເຊິ່ງ. ໂດຍສະເພາະຄໍາສັບ, ປະໂຫຍກ ທີ່ໃຊ້ໃຫ້ຖືກກັບກາລະໂອກາດ, ກາລະເທສະ ແລະ ອື່ນໆ. ແນໃສ່ເຮັດໃຫ້ການນໍາໃຊ້ພາສາລາວໃນສື່ມວນຊົນມີການພັດທະນາກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. 

ຂ່າວ:ຂັນໄຊ, ພາບ: ເກີດຂັວນໃຈ, ຂປລ

ບົດຄວາມຫຼ້າສຸດ

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...