spot_img
Homeນານາສາລະການສໍ້ລາດບັງຫຼວງມີຜົນຮ້າຍແນວໃດ?

ການສໍ້ລາດບັງຫຼວງມີຜົນຮ້າຍແນວໃດ?

Published on

ການສໍ້ລາດບັງຫຼວງມີຜົນຮ້າຍແນວໃດ?

ການສໍ້ລາດບັງຫຼວງ ສ່ວນຫຼາຍແມ່ນເກີດຂຶ້ນຈາກຄວາມໂລບມາກໂລພາຂອງພະນັກງານລັດຖະກອນ ທີ່ມີໜ້າທີ່ແລະໂອກາດກ່ຽວຂ້ອງກັບຊັບສິນຂອງລັດ, ຂອງສ່ວນລວມ ຫຼືຂອງພົນລະເມືອງ. ແຕ່ອີກສ່ວນໜຶ່ງທີ່ບໍ່ໜ້ອຍແມ່ນເກີດຂຶ້ນໂດຍທີ່ບໍ່ຮູ້ສຶກໂຕ ຫຼືເປັນເຫດໃຫ້ເກີດການສໍ້ລາດບັງຫຼວງໂດຍຮູ້ເທົ່າບໍ່ເຖິງການ ເຊັ່ນ: ສົມມຸດວ່າປະຊາຊົນຜູ້ໜຶ່ງທີ່ບໍ່ຮູ້ເລື່ອງການສໍ້ລາດບັງຫຼວງເລີຍ ແຕ່ເຂົາເອົາເງິນໃສ່ຊອງໃຫ້ເຈົ້າໜ້າທີ່ເພື່ອໃຫ້ຕົນເອງຫຼຸດຈາກການເປັນຜູ້ຮັບຜິດຊອບຕໍ່ລະບຽບກົດໝາຍ ດັ່ງນີ້ເປັນຕົ້ນ ເຊິ່ງໃນກະໂຕຂອງປະຊາຊົນຜູ້ນັ້ນພຽງແຕ່ຢາກໃຫ້ໂຕເອງຫຼຸດພົ້ນຈາກການລົງໂທດ ແຕ່ພັດໄດ້ສ້າງໃຫ້ເກີດການສໍ້ລາດບັງຫຼວງເກີດຂຶ້ນແລ້ວ. ດັ່ງນັ້ນ, ວຽກງານນີ້ຈຶ່ງສົມຄວນທີ່ຈະເຜີຍແຜ່ຕໍ່ສັງຄົມຢ່າງກວ້າງຂວາງທົ່ວເຖິງແລະເຂົ້າໃຈ ແລະພ້ອມກັນເປັນເຈົ້າການນຳກັນ ດັ່ງເນື້ອໃນບາງຕອນຂອງ ຍຸດທະສາດ ຕ້ານການສໍ້ລາດບັງຫຼວງ ຂອງທ່ານ ນາຍົກລັດຖະມົນຕີ ກ່າວວ່າ: “ຍົກສູງບົດບາດຂອງແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ສື່ມວນຊົນ, ການຈັດຕັ້ງວິສາຫະກິດ, ການຈັດຕັ້ງສັງຄົມ ແລະພົນລະເມືອງທຸກຄົນ ໃນການເຂົ້າຮ່ວມວຽກງານຕ້ານການສໍ້ລາດບັງຫຼວງໃຫ້ມີຄວາມຕັ້ງໜ້າ ແລະເປັນເຈົ້າການຂຶ້ນຕື່ມ; ການຈັດຕ້ັງທຸກຂັ້ນແລະພົນລະເມືອງທຸກຄົນ ຕ້ອງຖືເອົາການເຂົ້າຮ່ວມວຽກງານຕ້ານການສໍ້ລາດບັງຫຼວງເປັນພັນທະຂອງຕົນ” .

ຖາມວ່າ ດ້ວຍເຫດອັນໃດ ພັກ-ລັດຖະບານເຮົາ ຈຶ່ງເອົາໃຈໃສ່ຕ້ານການສໍ້ລາດບັງຫຼວງ? ຄຳຕອບງ່າຍໆ ລວມໆ ກໍຈະມີຢູ່ວ່າ: ການສໍ້ລາດບັງຫຼວງເຮັດໃຫ້ຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ການຈັດຕັ້ງແລະພະນັກງານ-ລັດຖະກອນຫຼຸດໜ້ອຍຖອຍລົງ, ການຫຼຸດໂຕນກັນລະຫວ່າງຜູ້ຮັ່ງກັບຜູ້ທຸກຈະມີສູງຂຶ້ນ, ການສ້ໍລາດບັງຫຼວງໄດ້ກາຍເປັນສິ່ງກີດຂວາງອັນໃຫຍ່ຫຼວງຕໍ່ການດຳເນີນພາລະກິດປ່ຽນແປງໃໝ່, ສົ່ງຜົນສະທ້ອນດ້ານລົບຕໍ່ບົດບາດການນຳພາຂອງພັກ, ການຄຸ້ມຄອງຂອງລັດ ແລະເປັນໄພຂົ່ມຂູ່ຕໍ່ການຄົງຕົວ ແລະຂະຫຍາຍຕົວຂອງລະບອບໃໝ່ຂອງພວກເຮົາ (ຍຸດທະສາດຕ້ານການສໍ້ລາດບັງຫຼວງ ແຕ່ນີ້ຮອດປີ 2020). ຫຼືສະຫຼຸບສັ້ນໆ ເຂົ້າໄປອີກກໍຄືຈະເຮັດໃຫ້ປະເທດເຮົາບໍ່ສາມາດພັດທະນາໄດ້ສະດວກ ຊີວິດການເປັນຢູ່ຂອງປະຊາຊົນຈະລຳບາກ.

ຂໍຍົກຕົວຢ່າງແບບສົມມຸດຈັກເລື່ອງໜຶ່ງເພື່ອຜູ້ອ່ານຈະເຂົ້າໃຈງ່າຍຂຶ້ນ, ສົມມຸດວ່າ ຈຳນວນເງິນໃນຄັງຂອງປະເທດບໍ່ຫຼາຍຍ້ອນເກັບພາສີບໍ່ໄດ້ຕາມເປົ້າເພາະມີການສໍ້ລາດບັງຫຼວງ ດັ່ງນັ້ນຈຶ່ງມີຄວາມຈຳເປັນຕ້ອງໄດ້ຢືມເງິນຈາກຕ່າງປະເທດມາພັດທະນາ, ຢືມມາແລ້ວພັດຖືກສໍ້ລາດບັງຫຼວງໄປອີກ ຍັງເຫຼືອເງິນດ້າມໜ້ອຍເອົາໄປພັດທະນາກໍບໍ່ພໍ, ແລ້ວກໍຢືມໃໝ່ ແລະຢືມໃໝ່ເລື້ອຍໆ ແລ້ວສຸດທ້າຍກໍເປັນໜີ້ຫຼາຍຂຶ້ນ, ການຫາເງິນມາໃຊ້ໜີ້ຈະເອົາຢູ່ໃສ? ກໍເອົາຈາກເງິນຄັງຂອງປະເທດເຮົາ ແລ້ວເງິນຄັງຂອງປະເທດເອົາມາແຕ່ໃສ? ກໍແມ່ນເກັບພາສີຈາກສິນຄ້າ, ພາສີທີ່ດິນ, ອາກອນລາຍໄດ້ ຈາກພົນລະເມືອງທີ່ດຳລົງຊີວິດຢູ່ໃນປະເທດ, ເມື່ອເກັບພາສີສູງຂຶ້ນ ລາຄາສິນຄ້າກໍແພງຂຶ້ນ (ເພື່ອໃຫ້ໄດ້ກຳໄລ) ສະຫຼຸບແລ້ວການໃຊ້ໜີ້ກໍແມ່ນປະຊາຊົນລາວທຸກຄົນເປັນຄົນໃຊ້ ແລະປະຊາຊົນກໍດຳລົງຊີວິດຢູ່ດ້ວຍຄວາມຍາກລຳບາກ.

ເວົ້າເລື່ອງການເສຍພາສີໃຫ້ລັດຕາມພັນທະນັ້ນ ເມື່ອບໍ່ມີຄວາມເຊື່ອໝັ້ນຕໍ່ການຈັດຕັ້ງແລ້ວ ຜູ້ເສຍກໍບໍ່ຢາກເສຍ ແລ້ວພະຍາຍາມເຮັດທຸກຢ່າງເພື່ອບໍ່ຢາກເສຍພາສີ ເມື່ອເກັບພາສີບໍ່ໄດ້ເຕັມເມັດເຕັມໜ່ວຍ ລັດຖະບານກໍບໍ່ມີລາຍຮັບ, ເມື່ອບໍ່ມີລາຍຮັບກໍບໍ່ມີເງິນ ແລະກໍຕ້ອງກູ້ຢືມເງິນຈາກຕ່າງປະເທດ ແລ້ວກໍເປັນໜີ້ ວຽນໄປວຽນມາ. ນີ້ແມ່ນເວົ້າສະເພາະໃນແງ່ນ້ອຍໆ ເທົ່ານັ້ນ ເຊິ່ງຄວາມຈິງແລ້ວຜົນຮ້າຍຂອງການສໍ້ລາດບັງຫຼວງມັນຍິ່ງໃຫຍ່ກວ້າງຂວາງ ເກີນກວ່າເຮົາຈະສາມາດຂຽນລົງນີ້ໃຫ້ໝົດໄດ້.

ສະຫຼຸບລວມແລ້ວ ການສໍ້ລາດບັງຫຼວງຈະເຮັດໃຫ້ການພັດທະນາຊັກຊ້າ, ສັງຄົມບໍ່ມີຄວາມຍຸດຕິທຳ, ຄົນລວຍບໍ່ໄດ້ເຂົ້າຄຸກ ຄົນທຸກບໍ່ໄດ້ເຂົ້າໂຮງໝໍ, ຄົນຈົນບໍ່ໄດ້ເຂົ້າໂຮງຮຽນ, ຄົນດີຄົນເກັ່ງບໍ່ໄດ້ເຮັດວຽກ, ຄົນທີ່ເຮັດວຽກແທ້ໆ ພັດບໍ່ມີເງິນໃຊ້ພຽງພໍ, ເງິນຈຳນວນຫຼວງຫຼາຍຈະຕົກເຮ່ຍເສຍຫາຍໄປຢູ່ກັບບຸກຄົນໃດໜຶ່ງ ໂດຍບໍ່ຖືກນຳເອົາມາໃຊ້ເຂົ້າໃນການພັດທະນາປະເທດ, ຜູ້ລວຍກໍລວຍເຫຼືອລົ້ນ ຜູ້ຈົນກໍຈົນເຫຼືອຫຼາຍ, ຖະໜົນຫົນທາງແລະສິ່ງປຸກສ້າງບໍ່ມີຄຸນນະພາບສູງ, ການສຶກສາຄຸນນະພາບຕ່ຳ, ສິ່ງແວດລ້ອມຖືກທຳລາຍແບບບໍ່ມີຂອບເຂດ, ການປະຕິບັດກົດໝາຍຈະບໍ່ເປັນທຳ ແລະອື່ນໆ…

ໂດຍ: ດາວແດນດອຍ
www.facebook.com/mahasonmagazine

ບົດຄວາມຫຼ້າສຸດ

“ປະຫວັດຄວາມເປັນມາຂອງບຸນປີໃໝ່ລາວ” (ປະຫວັດນາງສັງຂານເທບພະທິດາທັງ 07)

"ປະຫວັດຄວາມເປັນມາຂອງບຸນປີໃໝ່ລາວ"(ປະຫວັດນາງສັງຂານເທບພະທິດາທັງ 07) ຄວາມເປັນມາຂອງນາງສັງຂານ (ບຸນປີໃໝ່ລາວ) ໃນອະດີດຕະການດົນນານມາແລ້ວ... ໃນສະໄໝນັ້ນມີເຈົ້າຜູ້ຄອງເມືອງສະຫວັນອົງໜື່ງຊື່ "ພະຍາກະບິນລະພຣົມ" ເປັນຄົນມີພູມປັນຍາສະຫຼາດອາດຫານເກັ່ງກ້າສາມາດບໍ່ມີຜູ້ໃດມາທຽມໄດ້ເປັນເທບແຫ່ງສວງສະຫວັນວິມານຊັ້ນຟ້າ (ຊັ້ນພຣົມ), ຢູ່ມາມື້ໜຶ່ງບັນດາເສນາອາມາດໄດ້ຮູ້ຂ່າວວ່າມີຊາຍໜຸ່ມຄົນໜື່ງໃນໂລກມະນຸດສະຫຼາດຫຼັກແຫຼມເປັນນັກປຣາດບັນດິດຈື່ງເຊີນເຂົ້າມາໃນເມືອງສະຫວັນເພື່ອທ້າສະໝອງລອງປັນຍາດ້ວຍເຫດເລົ່າກັນມາມີດັ່ງນີ້: "ພະຍາກະບິນລະພຣົມ" ຈຶ່ງໄດ້ທ້າສະໝອງລອງປັນຍາ ກັບທ່ານນັກປຣາດຜູ້ຮຽນຈົບໄຕຼເພດ (ຄວາມຮູ້ຂັ້ນສູງສາມຢ່າງ ໄດ້ແກ່...

ເຫດເຮລິຄອບເຕີ ຕົກລົງແມ່ນໍ້າຮັດສັນ ນະຄອນນິວຢອກ ສະຫະລັດອາເມລິກາ ເສຍຊີວິດ 6 ຄົນ

ເສຍຊີວິດໝົດລຳ! ເຫດເຮລິຄອບເຕີ ຕົກລົງແມ່ນໍ້າຮັດສັນ ນະຄອນນິວຢອກ ສະຫະລັດອາເມລິກາ ເສຍຊີວິດ 6 ຄົນ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງບາຍຂອງວັນທີ 10 ເມສາ 2025 ກີດເຫດເຮລິຄອບເຕີລຳໜຶ່ງປະສົບອຸບັດເຫດຄົກລົງໃນແມ່ນໍ້າຮັດສັນ ບໍລິເວນທ່າເຮືອ 40...

ພິທີມອບ​-ຮັບໂຄງການກໍ່ສ້າງ,​ ປັບປຸງ,​ ສ້ອມແປງ ອາຄານຫໍພິພິທະພັນແຂວງຈຳປາສັກ ມູນຄ່າ 15 ຕື້ດົງ

ພິທີມອບ​-ຮັບໂຄງການກໍ່ສ້າງ,​ ປັບປຸງ,​ ສ້ອມແປງ ອາຄານຫໍພິພິທະພັນແຂວງຈຳປາສັກ. ວັນທີ 11 ເມສາ 2025,​ ໄດ້ມີພິທີມອບ​-ຮັບໂຄງການກໍ່ສ້າງ,​ ປັບປຸງ,​ ສ້ອມແປງ ອາຄານຫໍພິພິທະພັນແຂວງຈຳປາສັກ ແຕ່ກ່ອນແມ່ນອາຄານຫ້ອງການພະແນກການຕ່າງປະເທດແຂວງ ຫຼື​ ອາຄານເກົ່າຫ້ອງວ່າການແຂວງ.​...

ບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ຮ່ວມມືກັບ ກຸ່ມບໍລິສັດ YCH ເດີນຫນ້າຮ່ວມມືກັນໃນການຂົນສົ່ງສິນຄ້າກະສິກໍາຂ້າມແດນຫຼາຍຮູບແບບ

ບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ຮ່ວມມືກັບ ກຸ່ມບໍລິສັດ YCH ເດີນຫນ້າຮ່ວມມືກັນໃນການຂົນສົ່ງສິນຄ້າກະສິກໍາຂ້າມແດນຫຼາຍຮູບແບບ ເພື່ອເສີມສ້າງຄວາມເຊື່ອມໂຍງຂອງພູມິພາກອາຊຽນ ບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ແລະ ກຸ່ມບໍລິສັດ...