ບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ຮ່ວມມືກັບ ກຸ່ມບໍລິສັດ YCH ເດີນຫນ້າຮ່ວມມືກັນໃນການຂົນສົ່ງສິນຄ້າກະສິກໍາຂ້າມແດນຫຼາຍຮູບແບບ ເພື່ອເສີມສ້າງຄວາມເຊື່ອມໂຍງຂອງພູມິພາກອາຊຽນ
ບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ແລະ ກຸ່ມບໍລິສັດ YCH ໄດ້ລົງນາມໃນຂໍ້ຕົກລົງຮ່ວມມືທາງຍຸດທະສາດສຳຄັນ ກ່ຽວກັບການຂົນສົ່ງຂ້າມແດນຂອງສິນຄ້າກະສິກໍາລະຫວ່າງພາກພື້ນອາຊີຕາເວັນອອກຕາເວັນອອກສຽງໃຕ້ ແລະ ສປ ຈີນ. ໂດຍພິທີລົງນາມຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ສປປລາວ ໃນພິທີຄັ້ງນີ້ມີບຸກຄົນສຳຄັນເຂົ້າຮ່ວມໄດ້ແກ່: ທ່ານ ວຽງຄອນ ສິດທິໄຊ, ຮອງປະທານບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ; ທ່ານ ນາງ ມະນີວອນ ສິດທິໄຊ, ຮອງປະທານບໍລິສັດ ຂວັນໃຈການຄ້າ ຂາອອກ-ຂາເຂົ້າ ຈຳກັດ (KCC); ທ່ານ ສາຄອນ ພິລາງາມ, ຜູ້ອໍານວຍການໃຫຍ່ ດ່ານພາສີທ່າບົກທ່ານາແລ້ງ (TDP); ແລະ Dr. Yap Kwong Weng, ຜູ້ອຳນວຍການຂອງ Vietnam SuperPort™ ແລະ ຫົວໜ້າຝ່າຍຍຸດທະສາດ, ຄວາມຍືນຍົງ ແລະ ການສື່ສານ ຂອງອົງກອນກຸ່ມບໍລິສັດ YCH ພ້ອມທັງຜູ້ແທນລະດັບສູງຈາກທັງສອງຝ່າຍ. ຄວາມຮ່ວມມືຄັ້ງນີ້ຖືເປັນບາດກ້າວສຳຄັນໃນການເສີມສ້າງຄວາມເຊື່ອມໂຍງທາງດ້ານເສດຖະກິດໃນພູມິພາກ ພ້ອມວາງຮາກຖານລະບົບໂລຈິດສຕິກທີ່ທັນສະໄໝ ແລະ ຍືນຍົງສຳລັບອະນາຄົດ.
ຂໍ້ຕົກລົງຄັ້ງນີ້ຖືເປັນຈຸດເລີ່ມຕົ້ນຂອງຄວາມຮ່ວມມືເຊີງຍຸດທະສາດທີ່ສຳຄັນໃນການຜັກດັນການເຊື່ອມໂຍງລະບົບໂສ້ອຸປະທານໃນພູມິພາກອາຊຽນ, ໂດຍເລີ່ມຕົ້ນຈາກການຂົນສົ່ງຜະລິດຕະພັນໝາກໄມ້ສົດຈາກປະເທດໄທໄປສູ່ ສປ ຈີນ ຜ່ານປະເທດລາວຢ່າງມີປະສິດທິພາບ. ສຳລັບອະນາຄົດ ຄວາມຮ່ວມມືຄັ້ງນີ້ຍັງມີແຜນກຽມທີ່ຈະໃຊ້ປະໂຫຍດຈາກສູນໂລຈິດສຕິກ Vietnam SuperPort™ ໃນແຂວງ Vinh Phuc ຂະໜາດ 83 ເຮັກຕາ ເປັນສູນກາງຂົນສົ່ງຫຼາຍຮູບແບບ (multimodal logistics hub). ສູນນີ້ພັດທະນາຂຶ້ນໂດຍການຮ່ວມມືກັນລະຫວ່າງ ກຸ່ມບໍລິສັດ YCH ແລະ T&T Group ໂດຍສູນໂລຈິດສຕິກແຫ່ງນີ້ມີບົດບາດສຳຄັນໃນຖານນະປະຕູຫຼັກໃນການເຊື່ອມໂຍງລະຫວ່າງປະເທດຈີນ ແລະ ປະເທດຕ່າງໆໃນອາຊຽນ ຮັບຮອງເຄືອຂ່າຍການຂົນສົ່ງທັງການຂົນສົ່ງທາງອາກາດ, ທາງເຮືອ, ທາງລົດ ແລະ ທາງລົດໄຟ ແບບຕໍ່ເນື່ອງ.
ຄວາມຮ່ວມມືໃນຄັ້ງນີ້ເກີດຂຶ້ນໃນເວລາທີ່ການຄ້າດ້ານກະສິກໍາລະຫວ່າງປະເທດຈີນ ແລະ ປະເທດສະມາຊິກອາຊຽນ ມີແນວໂນ້ມຂະຫຍາຍຕົວຢ່າງຕໍ່ເນື່ອງ ອັນເປັນຜົນມາຈາກຄວາມຕ້ອງການສິນຄ້າກະສິກຳທີ່ເພີ່ມຂື້ນຂອງຜູ້ບໍລິໂພກຈີນ. ນອກຈາກນີ້, ຂໍ້ຕົກລົງການຄ້າເສລີພາຍໃນພູມິພາກເຊັ່ນ ເຂດການຄ້າເສລີອາຊຽນ-ຈີນ (ASEAN-China Free Trade Area – ACFTA) ຍັງມີບົດບາດສຳຄັນໃນການສົ່ງເສີມການແລກປ່ຽນຜະລິດຕະພັນກະສິກໍາໃນພາຍໃນພູມິພາກອີກດ້ວຍ ພາຍໃຕ້ການຮຽກເກັບພາສີນຳເຂົ້າຊຸດໃຫມ່ຈາກສະຫະລັດທີ່ໄດ້ຖືກກໍານົດໄວ້.
ເນື່ອງຈາກ ສິນຄ້າກະເສດຈຳນວນຫຼາຍມີລັກສະນະທີ່ເນົ່າເສຍໄດ້ງ່າຍ, ການຮັກສາຄວາມສົດໃນຕະຫຼອດຂະບວນການຂົນສົ່ງຈຶ່ງມີຄວາມສໍາຄັນເປັນຢ່າງຍິ່ງ. ທາງ ກຸ່ມບໍລິສັດ YCH ຈະນໍາໃຊ້ເຕັກໂນໂລຊີຕ່ອງໂສ້ຄວາມເຢັນ ຄວບຄຸມໂດຍດ້ວຍລະບົບຕິດຕາມອຸນຫະພູມແບບເວລາຈິງ ແລະ ການຕິດຕາມສິນຄ້າແບບທັນສະໄໝ ເພື່ອຮັກສາຄຸນະພາບຂອງສິນຄ້າ ແລະ ຫຼຸດຜ່ອນການເນົ່າເສຍໃຫ້ໄດ້ຫຼາຍທີ່ສຸດ. ເຕັກໂນໂລຊີເຫຼົ່ານີ້ຈະຊ່ວຍໃຫ້ການຂົນສົ່ງສິນຄ້າທີ່ເນົ່າໄດ້ງ່າຍມີຄວາມປອດໄພ ມີປະສິດທິພາບ ແລະ ສອດຄ່ອງກັບມາດຕະຖານຄຸນະພາບໃນລະດັບສູງສຸດ.
“ຄວາມຮ່ວມມືຂອງພວກເຮົາກັບ ກຸ່ມບໍລິສັດ YCH ມີບົດບາດສຳຄັນໃນການສົ່ງເສີມການຂົນສົ່ງ ຂອງຜະລິດຕະພັນໝາກໄມ້ ແລະ ຜັກສົດລະຫວ່າງປະເທດໄທ, ລາວ, ຈີນ ແລະ ປະເທດອື່ນໆ ໃຫ້ເປັນໄປຢ່າງຄ່ອງແຄ້ວ, ທ່ານ ນາງ ມະນີວອນ ສິດທິໄຊ ຮອງປະທານຂອງ ບໍລິສັດ ຂວັນໃຈການຄ້າ ຂາອອກ-ຂາເຂົ້າ ຈຳກັດ ໄດ້ກ່າວວ່າ “ຂໍ້ຕົກລົງສະບັບນີ້ເປັນການສະທ້ອນໃຫ້ເຫັນເຖິງຄວາມມຸ່ງມັ້ນຂອງພວກເຮົາໃນການສົ່ງມອບສິນຄ້າທີ່ມີຄຸນະພາບສູງໃຫ້ແກ່ຜູ້ບໍລິໂພກຢ່າງວ່ອງໄວ ແລະ ຢູ່ໃນສະພາບທີ່ດີທີ່ສຸດ.”
Dr. Yap Kwong Weng, ຜູ້ອຳນວຍການຂອງ Vietnam SuperPort™ ແລະ ຫົວໜ້າຝ່າຍຍຸດທະສາດ, ຄວາມຍືນຍົງ ແລະ ການສື່ສານອົງກອນຂອງ ກຸ່ມບໍລິສັດ YCH ໄດ້ກ່າວເພີ່ມເຕີມວ່າ:
“ຄວາມຮ່ວມມືຄັ້ງນີ້ຈະນຳມາຊຶ່ງຜົນປະໂຫຍດຫຼາຍຂຶ້ນໃຫ້ທັງຜູ້ຜະລິດ ແລະ ຜູ້ບໍລິໂພກໃນພູມິພາກ ດ້ວຍການສ້າງເຄືອຂ່າຍໂລຈິດສຕິກທີ່ແຂງແຮງຂຶ້ນ ຊ່ວຍຫຼຸດເວລາ ແລະ ຄ່າໃຊ້ຈ່າຍໃນການຂົນສົ່ງ. ດ້ວຍສັກກາຍະພາບດ້ານໂລຈິດສຕິກ ຫຼາຍຮູບແບບ ແລະ ຊັບພະຍາກອນຍຸດທະສາດໃນພູມິພາກນີ້. ພວກເຮົາມຸ່ງໝັ້ນທີ່ຈະຍົກລະດັບມາດຕະຖານໃໝ່ສໍາລັບການຂົນສົ່ງຂ້າມແດນຂອງສິນຄ້າກະສິກໍາສົດ ເພື່ອຕອບສະໜອງຄວາມຕ້ອງການທີ່ເພີ່ມຂຶ້ນໃນຕະຫຼາດອາຊຽນ ແລະ ຈີນ.”
ຄວານຮ່ວມມືດ້ານຍຸດທະສາດລະຫວ່າງ ບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ແລະ ກຸ່ມບໍລິສັດ YCH ສະທ້ອນໃຫ້ເຫັນເຖິງຄວາມມຸ່ງຫມັ້ນໃນການພັດທະນາຍົກລະດັບຄວາມເຊື່ອມໂຍງພາຍໃນພູມິພາກ ແລະ ພ້ອມເປີດທາງໃຫ້ກັບຄວາມຮ່ວມມືເພີ່ມເຕີມໃນອະນາຄົດ ທີ່ຈະພັດທະນາສົ່ງເສີມເສດຖະກິດຢ່າງເລິກເຊິ່ງແລະ ເປີດໂອກາດໃໝ່ໃຫ້ກັບການຄ້າຂ້າມແດນໃນກຸ່ມຜະລິດຕະພັນກະສິກໍາ.
ກ່ຽວກັບບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ: ຕະຫຼອດເວລາກວ່າ 15 ປີທີ່ຜ່ານມາ, ບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ໄດ້ມີບົດບາດສຳຄັນໃນການຜັກດັນໃຫ້ ສປປ ລາວ ກ້າວສູ່ການເປັນສູນກາງດ້ານໂລຈິດສຕິກຂອງພູມິພາກ. ກໍ່ຕັ້ງຂື້ນໃນປີ 2009 ໂດຍເລີ່ມຕົ້ນຈາກການເປັນໜ່ວຍງານຂົນສົ່ງນ້ຳມັນ ພາຍໃຕ້ບໍລິສັດ ພິໂຕຣລ້ຽມ ເທຣດດິ້ງ ລາວ ຈຳກັດ ມະຫາຊົນ (PTL), ຫຼັງຈາກນັ້ນໄດ້ພັດທະນາມາສູ່ການເປັນຜູ້ໃຫ້ບໍລິການໂລຈິດສຕິກຄົບວົງຈອນ ເຊື່ອມໂຍງອາຊຽນ ແລະ ປະເທດຕ່າງໆໄດ້ຢ່າງຕໍ່ເນື່ອງ.
ພາຍໃຕ້ການສະໜັບສະໜູນຂອງ PTL Holding ແລະ ກຸ່ມບໍລິສັດພົງສະຫວັນ, ບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ເປັນແຮງຂັບເຄື່ອນໃນການປ່ຽນແປງຂອງລາວຈາກປະເທດທີ່ບໍ່ມີທາງອອກສູ່ທະເລ ໃຫ້ກາຍເປັນປະເທດທີ່ເຊື່ອມໂຍງພາຍໃນພູມມິພາກ ຜ່ານນະວັດຕະກຳ, ຄວາມເປັນເລີດດ້ານການດຳເນີນງານ ແລະ ການລົງທຶນຢ່າງມີຍຸດທະສາດ. ດ້ວຍເຄືອຂ່າຍທີ່ແຂງແຮງໃນລາວ, ໄທ, ຫວຽດນາມ ແລະ ຈີນ, ບໍລິສັດມີບົດບາດສຳຄັນໃນການອຳນວຍຄວາມສະດວກໃນການຄ້າລະຫວ່າງປະເທດ.
ການລົງທຶນໃນໂຄງສ້າງພື້ນຖານຂະໜາດໃຫຍ່ເຊັ່ນ ສວນໂລຈິດສຕິກນະຄອນຫຼວງ (Vientiane Logistics Park – VLP) ແລະ ດ່ານພາສີທ່າບົກທ່ານາແລ້ງ (Thanaleng Dry Port – TDP) ສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນພັດທະນາໂຄງສ້າງພື້ນຖານ ແລະ ການຂະຫຍາຍການຄ້າຢ່າງຍືນຍົງ ບໍ່ພຽງແຕ່ເປັນຜູ້ໃຫ້ບໍລິດ້ານໂລຈິດສຕິກ, ຊິດທິ ໂລຈິດສຕິກ ແມ່ນພາກສ່ວນທາງຍຸດທະສາດ ທີ່ມີບົດບາດໃນການສົ່ງມອບຂະບວນການຫ່ວງໂສ້ງອຸປະທານທີ່ປອດໄພ, ມີປະສິດທິພາບ ແລະ ພ້ອມດ້ວຍນະວັດຕະກຳ.
ກ່ຽວກັບບໍລິສັດ ດ່ານພາສີທ່າບົກທ່ານາແລ້ງ ຈຳກັດ: ດ່ານພາສີທ່າບົກທ່ານາແລ້ງ ແມ່ນດ່ານພົ້ນພາສີທາງບົກລະດັບຊັ້ນທີ່ 1 ຂອງ ສປປ ລາວ ແລະ ແມ່ນ 1 ໃນ 9 ດ່ານພົ້ນພາສີ ທີ່ມີ “ຄວາມສຳຄັນລະຫວ່າງປະເທດ” ທີ່ໄດ້ຮັບການອະນຸມັດຕາມຂໍ້ຕົກລົງລະຫວ່າງລັດຖະບານວ່າດ້ວຍດ່ານພົ້ນພາສີ ຂອງອົງການ UNESCAP. ດ່ານພົ້ນພາສີນີ້ມີທີ່ຕັ້ງຫ່າງຈາກຂົວມິດຕະພາບ(ຂົວຂ້າມແມ່ນ້ຳຂອງ)ແຫ່ງທຳອິດພຽງ 1 ກິໂລແມັດເທົ່ານັ້ນ. ດ່ານພາສີທ່າບົກທ່ານາແລ້ງ ເປັນສ່ວນໜຶ່ງຂອງໂຄງການສວນໂລຈິດສຕິກນະຄອນຫຼວງ ຊຶ່ງເປັນໂຄງການຍຸດທະສາດຫຼັກລະດັບປະເທດທີ່ມີເປົ້າໝາຍໃນການບັນລຸຍຸດທະສາດໂລຈິດສຕິກແຫ່ງຊາດ ໂດຍມຸ່ງໜ້າປ່ຽນສະຖານະຂອງປະເທດຈາກປະເທດບໍ່ມີທາງອອກສູ່ທະເລໃຫ້ເປັນປະເທດທີ່ເຊື່ອມໂຍງກັບພາຍນອກ. ໂຄງການນີ້ເລີ່ມຕົ້ນຈາກການສຶກສາຄວາມເປັນໄປໄດ້ໂດຍອົງການ JICA ຈາກປະເທດຍີ່ປຸ່ນ ແລະ ຕໍ່ມາໄດ້ດຳເນີນໂດຍ Royal Haskoning ຈາກປະເທດເນເທີແລນ ກ່ອນຈະໄດ້ຮັບການອະນຸມັດຈາກລັດຖະບານ ສປປ ລາວ ໃນປີ 2020.
ກ່ຽວກັບບໍລິສັດ ຂວັນໃຈ ການຄ້າ ຂາອອກ-ຂາເຂົ້າ ຈຳກັດ (KCC) ບໍລິສັດ ຂວັນໃຈ ການຄ້າ ຂາອອກ-ຂາເຂົ້າ ຈຳກັດ (KCC) ເປັນຜູ້ນຳດ້ານການຈຳໜ່າຍສິນຄ້າອຸປະໂພກແບບບໍ່ໄດ້ຜ່ານການຜະລິດ (FMCG) ຊັ້ນນຳ ທີ່ໃຫ້ບໍລິການຄົບວົງຈອນ ສໍາລັບການຂະຫຍາຍຕະຫຼາດໃນ ສປປ ລາວ ແລະ ລະຫວ່າງປະເທດ. ດ້ວຍປະສົບການທາງທຸລະກິດຫຼາຍກວ່າ 20 ປີ KCC ແມ່ນພາກສ່ວນຜູ້ຈັດຈຳໜ່າຍຜູ້ດຽວໃຫ້ກັບແບຣນລະດັບໂລກ ໃນໝວດໝູ່ຕ່າງໆ ເຊັ່ນ ຜະລິດຕະພັນດ້ານການດູແລສ່ວນບຸກຄົນ, ສິນຄ້າດູແລເດັກນ້ອຍ, ຄວາມງາມ ແລະ ເຄື່ອງສໍາອາງ, ອາຫານ ແລະ ສິນຄ້າແຊ່ເຢັນ. ນອກຈາກນັ້ນ KCC ຍັງໄດ້ຂະຫຍາຍທຸລະກິດຢ່າງຕໍ່ເນື່ອງ ໂດຍຄວບຄຸມການຄ້າລະຫວ່າງປະເທດ ສິນຄ້າກະສິກຳ ແລະ ໝາກໄມ້ສົດ ໃນ ສປປ ລາວ, ປະເທດໄທ, ຈີນ ແລະພູມິພາກອື່ນໆ.
ກ່ຽວກັບ ກຸ່ມບໍລິສັດ YCH: ກຸ່ມບໍລິສັດ YCH ແມ່ນຜູ້ນໍາດ້ານຂະບວນການໂສ້ອຸປະທານແບບຄົບວົງຈອນ ທີ່ກໍ່ຕັ້ງຂຶ້ນ ແລະເຕີບໂຕໃນປະເທດສິງກະໂປ ແລະ ໄດ້ເປັນພາກສ່ວນສຳຄັນທີ່ໄວ້ວາງໃຈຂອງບໍລິສັດຊັ້ນນຳຂອງໂລກ ແລະແບຣນທີ່ຜູ້ຄົນນິຍົມໃຊ້ ໃນຫຼາຍກວ່າ 100 ເມືອງທົ່ວພູມິພາກອາຊີປາຊີຟິກ. YCH ມຸ່ງເນັ້ນໃນການເພີ່ມປະສິດຕິພາບ ແລະ ຄວາມຍືນຍົງໃຫ້ກັບລູກຄ້າ ຜ່ານການໃຊ້ເທັກໂນໂລຊີທີ່ເປັນກຳມະສິດຂອງບໍລິສັດທີ່ໄດ້ຮັບລາງວັນໃນລະດັບນານາຊາດ ນຳໃຊ້ໃນຫຼາກຫຼາຍອຸດສາຫະກຳ ເຊັ່ນ ສິນຄ້າອຸປະໂພກທີ່ບໍ່ໄດ້ຜ່ານການຜະລິດ (FMCG), ເອເລັກໂທຣນິກ, ສານເຄມີ ແລະ ສາທາລະນະສຸກ, ໂລຈິສຕິກແບບຄວາມເຢັນ ແລະ e-Commerce. ໃນຖານະທີ່ເປັນຜູ້ນຳດ້ານນະວັດຕະກຳ YCH ໄດ້ຮັບການຮັບຮອງໃນແນວທາງ 7PL™(ຊຶ່ງເປັນທັງຜູ້ໃຫ້ບໍລິການແລະເປັນຜູ້ດຳເນີນງານ) ປະສານລະຫວ່າງກົນລະຍຸດຫ່ວງໂສ້ອຸປະທານເຂົ້າກັບການດຳເນີນງານໄດ້ຢ່າງບໍ່ມີທີ່ຕຳນິ ຖືເປັນການຍົກລະດັບມາດຕະຖານໃຫມ່ຂອງອຸດສາຫະໂລຈິດສຕິກຢ່າງແທ້ຈິງ.
ກ່ຽວກັບ Vietnam SuperPort :Vietnam SuperPort ແມ່ນທ່າເຮືອໂລຈິດສຕິກຫລາຍຮູບແບບ (Multimodal Logistics Port) ຂະໜາດ 83 ເຮັກຕາ ທີ່ຕັ້ງຢູ່ໃນແຂວງ Vinh Phuc ຂອງປະເທດຫວຽດນາມ ໂດຍເປັນພັດທະນະໃນຮູບແບບການຮ່ວມລົງທຶນລະຫວ່າງ ກຸ່ມບໍລິສັດ T&T ແລະ ກຸ່ມບໍລິສັດ YCH ຈາກສິງກະໂປ. ດ້ວຍວິໄສທັດທີ່ຈະເປັນສູນກາງໂລຈິດສຕິກຫຼາຍຮູບແບບແຫ່ງທຳອິດໃນພູມິພາກອາຊີຕາເວັນອອກສຽງໃຕ້ ທີ່ປ່ອຍກາກບອນເປັນສູນ (Net-Zero) (ມຸ້ງສູ່ການເປັນສູນກາງໂລຈິດສຕິກທີ່ເປັນມິດຕໍ່ສິ່ງແວດລ້ອມໃນທຸກໆຂະບວນການ). ໂຄງການນີ້ໄດ້ຮວມເອົາພະລັງງານສະອາດ ແລະ ເທັກໂນໂລຊີທັນສະໄຫມ ເພື່ອຍົກລະດັບການເຊື່ອມໂຍງຫ່ວງໂສ້ອຸປະທານຂອງຫວຽດນາມສູ່ລະດັບໂລກ ລົດຄ່າໃຊ້ຈ່າຍດ້ານຂົນສົ່ງ ແລະ ເພີ່ມຂີດຄວາມສາມາດໃນການແຂ່ງຂັນດ້ານການຄ້າຂອງປະເທດ.