spot_img
Homeຂ່າວພາຍ​ໃນໃນປີ 2024 ແຂວງໄຊສົມບູນ ກວດພົບພະນັກງານ ສໍ້ລາດບັງຫຼວງ 3 ຄົນ ມູນຄ່າເສຍຫາຍເກືອບ 20 ລ້ານກີບ

ໃນປີ 2024 ແຂວງໄຊສົມບູນ ກວດພົບພະນັກງານ ສໍ້ລາດບັງຫຼວງ 3 ຄົນ ມູນຄ່າເສຍຫາຍເກືອບ 20 ລ້ານກີບ

Published on

ແຂວງໄຊສົມບູນ ກວດພົບພະນັກງານ ສໍ້ລາດບັງຫຼວງ 3 ຄົນ ມູນຄ່າເສຍຫາຍເກືອບ 20 ລ້ານກີບ ໃນປີ 2024

ຄະນະກວດກາພັກ,ອົງການກວດກາລັດ ແຂວງໄຊສົມບູນ ຈັດກອງປະຊຸມ ສະຫຼຸບຕີລາຄາວຽກງານກວດກາທົ່ວແຂວງໄຊສົມບູນ ປະຈຳປີ 2024 ແລະ ທິດທາງແຜນການປີ 2025 ຂຶ້ນທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໃນວັນທີ 3 ເມສາ 2025.

ໃນກອງປະຊຸມສະຫາຍ ຕຸ້ຍ ອ່ອນດວງພະຈັນ ຮອງປະທານອົງການກວດກາລັດແຂວງ ໄດ້ຜ່ານບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານຕິດຕາມ, ກວດກາພັກ, ກວດກາລັດ, ສະກັດກັນ ແລະ ຕ້ານການສໍ້ລາດບັງຫຼວງ, ວຽກງານຄົ້ນຄວ້າຄໍາຮ້ອງ-ຄໍາສະເໜີ, ການຕິດຕາມ-ກວດກາການແກ້ໄຂຜົນການກວດກາ ແລະ ປັບປຸງກົງຈັກການຈັດຕັ້ງ ປີ 2024 ແລະ ທິດທາງແຜນການ ປີ 2025 ຊຶ່ງໃນໄລຍະ 1 ປີ.

ພ້ອມດຽວກັນນີ້ ກໍໄດ້ດໍາເນີນການກວດກາໂຄງການລົງທຶນຂອງລັດທີ່ມີມູນຄ່າ 10 ຕື້ກີບລົງມາ ໄດ້ທັງໝົດ 12 ໂຄງການ, ມູນຄ່າ ຕາມສັນຍາ 58.59 ຕື້ກີບ ຜ່ານການຕິດຕາມ, ກວດກາ ພົບເຫັນ ໂຄງການທີ່ຍັງຄ້າງຈົດທະບຽນຊັບສິນ ຈຳນວນ 1 ໂຄງການ, ມູນຄ່າ 1 ລ້ານກີບ, ໂຄງການທີ່ຍັງຄ້າງຊຳລະຄ່າຊັບພະຍາກອນທຳມະຊາດ ຈໍານວນ 6 ໂຄງການ ລວມມູນຄ່າທັງໝົດ 191.93 ລ້ານກີບ, ໂຄງການທີ່ຈະຕ້ອງໄດ້ຫັກລົບມູນຄ່າອອກຈາກສາລະບານງົບປະມານ ມີ 1 ໂຄງການ ມູນຄ່າຫັກລົບ ຈໍານວນ 4 ແສນກີບ.

ນອກຈາກນີ້, ດ້ານວຽກງານສະກັດກັ້ນ, ຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ ໄດ້ພົບເຫັນພະນັກງານ ສໍ້ລາດບັງ ຫຼວງກ່ຽວກັບເງິນກອງທຶນຂອງສະຫະພັນນັກຮົບເກົ່າເມືອງທ່າໂທມ ຈຳນວນ 3 ຄົນ, ຍິງ 1 ຄົນ, ມີຜົນເສຍຫາຍ ຈໍານວນ 19,724,000 ກີບ ແລະ ໄດ້ດຳເນີນການແກ້ໄຂທາງດ້ານບໍລິຫານ ປັດຈຸບັນສາມາດເກັບກູ້ຄືນໄດ້ແລ້ວ ຈໍານວນ 10,000,000 ກີບ.

ແຫຼ່ງຂ່າວ: ວາລະສານກວດກາ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...