spot_img
Homeຂ່າວພາຍ​ໃນອົງການປົກຄອງນະຄອນຫລວງວຽງຈັນ ຈະຈັດກອງປະຊຸມ ພົບປະນັກທຸລະກິດ ທ້າຍເດືອນນີ້!

ອົງການປົກຄອງນະຄອນຫລວງວຽງຈັນ ຈະຈັດກອງປະຊຸມ ພົບປະນັກທຸລະກິດ ທ້າຍເດືອນນີ້!

Published on

_8880016 beulin 1

ຂປລ. ກອງ​ປະຊຸມ​ພົບ​ປະ ລະ​ຫວ່າງ ອົງການ​ປົກຄອງ​ນະຄອນຫລວງ ກັບ​ນັກທຸລະກິດ ນະຄອນຫລວງ​ວຽງ​ຈັນ ປະຈຳ​ປີ 2015 ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 31 ທັນວາ 2015 ທີ່​ຈະ​ມາ​ເຖິງ ​ເພື່ອ​ໃຫ້​ອົງການ​ປົກຄອງ​ນະຄອນຫລວງວຽງ​ຈັນ, ບັນດາ​ພະ​ແນ​ກການ​ຕ່າງໆ ​ເຊິ່ງ​ເປັນ​ຜູ້​ບໍລິຫານ​ວຽກ​ງານ​ຕົວ​ຈິງ ​ໄດ້​ຮັບ​ຮູ້ ​ແລະ ​ເຂົ້າ​ໃຈ​ຕໍ່​ຄວາມ​ຮຽກຮ້ອງ​ຕ້ອງການ​ທີ່​ຈຳ​ເປັນ​ຂອງ​ບັນດາ​ຫົວໜ່ວຍ​ທຸລະ​ ກິດ ​ແລະ ຜູ້​ປະກອບ​ການ​ຕ່າງໆ.

ທ່ານ ​ເບີ​ລິນ ​ເພັດ​ຈັນທະ​ຣາດ ຫົວໜ້າ​ພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ ນະຄອນຫລວງ​ວຽງ​ຈັນ ​ແລະ ທ່ານນາງ ສົມ​ຈັນ ສິງ​ທະ​ບຸດ ຄະນະ​ປະຈຳ​ສະພາ​ການ​ຄ້າ ​ແລະ ອຸດສາຫະກຳ ນະຄອນຫລວງ​ວຽງ​ຈັນ ​ໄດ້​ຖະ​ແຫລ​ງ ຂ່າວ​ຕໍ່​ສື່​ມວນ​ຊົນ ​ໃນ​ຕອນ​ບ່າຍ​ວັນ​ທີ 17 ທັນວາ 2015 ນີ້​ວ່າ: ປັດຈຸບັນ ນະຄອນຫລວງ​ວຽງ​ຈັນ ກໍ​ຄື ພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ ​ແມ່ນ​ມີ​ຄວາມ​ພ້ອມ 100% ທີ່​ຈະ​ຈັດ​ກອງ​ປະຊຸມ​ພົບ​ປະ​ດັ່ງກ່າວ ພ້ອມ​ງານ​ວາງສະ​ແດງສິນຄ້າ ​ຂຶ້ນ​ໃນ​ທ້າຍ​ເດືອນ​ນີ້ ​ເຊິ່ງນອກຈາກ​ຈະ​ເຮັດໃຫ້​ ອົງການ​ປົກຄອງ​ນະຄອນຫລວງ, ບັນດາ​ພະ​ແນ​ກການ​ຕ່າງໆ ​ເຊິ່ງ​ເປັນ​ຜູ້​ບໍລິຫານ​ວຽກ​ງານ​ຕົວ​ຈິງ ​ໄດ້​ຮັບ​ຮູ້ ​ແລະ ​ເຂົ້າ​ໃຈ​ຕໍ່​ຄວາມ​ຮຽກຮ້ອງ​ຕ້ອງການ​ທີ່​ຈຳ​ເປັນ ຂອງ​ບັນດາ​ຫົວໜ່ວຍ​ທຸລະ​ກິດ ​ແລະ ຜູ້​ປະກອບ​ການ​ຕ່າງໆ​ແລ້ວ, ຍັງ​ຈະ​ເຮັດ​ໃຫ້​ພາກ​ທຸລະ​ກິດ​ເຂົ້າ​ໃຈ​ນະ​ໂຍບາຍ, ທິດ​ທາງ​ຂອງ​ລັດຖະບານ ​ແລະ ນະຄອນຫລວງ​ວຽງ​ຈັນ ​ໂດຍ​ສະ​ເພາະ​ຂະ​ແໜງ​ການ​ຕ່າງໆ ​ແລະ ສ້າງ​ບັນຍາກາດ​ໃຫ້​ພາກ​ທຸລະ​ກິດ​ນ້ອຍ ​ແລະ ​ໃຫຍ່ ​ເຄື່ອນ​ໄຫວ​ເຕັມ​ກຳລັງ​ແຮງ ​ແລະ ຄວາມ​ຮັບຜິດຊອບ​ຂອງ​ຕົນ​ເອງ​ຮັບຜິດຊອບ ຢ່າງ​ໜ້ອຍ 3 ອັນ​ຄື: ບໍ່​ໃຫ້​ກິດຈະ ການ​ຂອງ​ຕົນ​ລົ້ມ​ລະລາຍ, ຮັບຜິດຊອບ​ຕໍ່​ແຮງ​ງານ (ກຳມະກອນ) ຂອງ​ຕົນ​ເອງ, ​ເສຍ​ພັນທະ​ພາສີ​ອາກອນ, ​ແຂ່ງຂັນ​ທຸລະ​ກິດ​ກັບ​ຂະ​ແໜງ​ການ​ດຽວ​ກັນ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ, ພ້ອມນີ້, ຍັງ​ເປັນ​ການ​ສະໜັບສະໜູນສະພາ​ການ​ຄ້າ ​ແລະ ອຸດສາຫະກຳ ນະຄອນຫລວງ​ວຽງ​ຈັນ ​ໃຫ້​ເຕີບ​ໃຫຍ່ ​ເປັນ​ໃຈກາງ​ປະສານ​ງານ​ກັບ​ທຸກຂະ​ແໜງ​ການ​ຂອງ​ລັດ ​ແລະ ​ເຕົ້າ​ໂຮມ​ກຳລັງ​ແຮງ​ຂອງ​ພາກ​ທຸລະ​ກິດ ທີ່ຢູ່​ນະຄອນຫລວງ​ວຽງ​ຈັນ.

​ ໃນ​ກອງ​ປະຊຸມ​, ບັນດາ​ຜູ້​ເຂົ້າ​ຮ່ວມ​ ນອກຈາກ​ຈະ​ຮັບ​ຟັງ​ການ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ ຂອງ​ຫົວໜ້າ​ພະ​ແນ​ກການຕ່າງໆຕໍ່​ການສະ​ເໜີ​ຂອງ​ພາກ​ທຸລະ​ກິດ​ແລ້ວ, ຍັງ​ຈະ​ໄດ້​ຮັບ​ຟັງ​ການ​ເຜີຍ​ແຜ່​ກ່ຽວ​ກັບ​ນະ​ໂຍບາຍ​ການ​ພັດທະນາ​ ນະຄອນຫລວງວຽງ​ຈັນ ​ເປັນ​ຕົ້ນ 6 ວິ​ໄສ​ທັດ​ການ​ພັດທະນາ ​ໄລຍະຮອດ​ປີ 2030, 6 ຍຸດ​ທະ​ສາດ​ການ​ພັດທະນາ​ຮອດ​ປີ 2025, ພ້ອມ​ທັງ 18 ​ຄວາມ​ໝາຍ​ໃຫຍ່​ດ້ານ​ການ​ພັດທະນາ​ເສດຖະກິດ-ສັງຄົມ ​ແຕ່​ປີ 2016-2020 ​ແລະ 6 ​ໂຄງການ​ບຸກທະລຸ ​ແລະ ບັນດາ​ໂຄງການ​ໃຫຍ່​ລະດັບ​ຊາດ ຢູ່ນະຄອນຫລວງ​ວຽງ​ຈັນ; ຮັບ​ຟັງ​ແນວທາງ​ການ​ແກ້​ໄຂ​ບັນຫາ​ທີ່​ສະ​ເໜີ​ຜ່ານ​ມາ​ທີ່​ຍັງ​ແກ້​ໄຂ​ບໍ່​ ໄດ້; ຈັບ​ມື​ແຂ່ງຂັນ​ຂອງ​ບັນດາ​ຫົວໜ່ວຍ​ວິ​ສາ​ຫະກິດ ພາຍ​ໃຕ້​ຄຳ​ຂວັນ ວິ​ສາ​ຫະກິດ 5 ດີ ຂອງ​ນະຄອນຫລວງ ຄື: ພັດທະນາ​ດີ, ນຳ​ໃຊ້​ແຮງ​ງານ​ລາວ-​ເຕັກ​ໂນ​ໂລ​ຊີ​ໃໝ່​ດີ, ຖື​ບັນຊີ​ຕາມ​ກົດໝາຍ​ດີ, ​ເສຍ​ພັນທະ​ດີ, ນຳ​ໃຊ້​ວັຖຸດິບ​ປະຢັດ ​ແລະ ຮັກສາ​ສິ່ງ​ແວດ​ລ້ອມ​ດີ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ.

ກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ. ວັນທີ 19 ເມສາ 2025 ນີ້, ກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ ໄດ້ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງ...

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ໃຫ້ອອກນອກປະເທດເບລິສ ສຸດທ້າຍຖືກຍິງເສຍຊີວິດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ. ສຳນັກຂ່າວຕ່າງປະເທດລາຍງານເຫດລະທຶກຂວັນ! ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ ເມື່ອວັນພະຫັດ ທີ...

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...