spot_img
Homeທົ່ວໄປTECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

Published on

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ສະມາດໂຟນ  FLAGSHIP ຈາກແບຣນ ອຸປະກອນອັດສະລິຍະຂອງໂລກ ຕຽມເປີດໂຕໃນລາວ ວັນທີ21 ເດືອນເມສານີ້.

ສະມາດໂຟນລຸ້ນໃໝ່ນີ້ໄດ້ຮັບຄວາມສົນໃຈຢ່າງຫຼວງຫຼາຍ ດ້ວຍເທັກໂນໂລຢີຖ່າຍຮູບດ້ວຍ AI ສຸດລໍ້າສະໄໝ, ຮາດແວລະດັບທັອບ ແລະ ຟີເຈີ້ໃໝ່ສຸດລ້ຳ ໄດ້ຮັບການຕອບສະໜອງຢ່າງພຶ່ງພໍໃຈຈາກທົ່ວໂລກ.
ໂດຍສະເພາະໃນເລື່ອງຂອງກ້ອງ ທີ່ເຮັດຄະແນນໄດ້ສູງເຖິງ 138 ຄະແນນ ຈາກການທົດສອບຂອງ DXOMARK ຄອງອັນດັບ 01 ເປັນສະມາດໂຟນທີ່ຖ່າຍຮູບດີທີ່ສຸດໃນກຸ່ມ ສະມາດໂຟນທີ່ມີລາຄາຕໍ່າກວ່າ 600ໂດລາ.
ຮູບຖ່າຍທີ່ດີທີ່ສຸດ ສ້າງມາດຕະຖານໃໝ່ໃນການຖ່າຍຮຸບ

TECNO CAMON 40 Pro ມາພ້ອມກ້ອງຫຼັກ Sony LYT-700C ແລະ ຄວາມລະອຽດກ້ອງຫຼັງ 50 ລ້ານພິກເຊວ ຮອງຮັບລະບົບ OIS (ລະບົບກັນສັ່ນທາງອັອບຕິຄອລ) ໃຫ້ປະສົບການ ການຖ່າຍຮູບທີ່ຄຸນນະພາບແລະຄົມຊັດຍິ່ງຂື້ນ ນອກຈາກນີ້ຍັງມີເລນອາລຕ້າວາຍໃຫ້ຄວາມລະອຽດ 8ລ້ານພິກເຊວ ທີ່ສາມາດຈັບພາບມຸມກ້ວາງໄດ້ຢ່າງງ່າຍດາຍ ສ່ວນກ້ອງໜ້າ 50ລ້ານພິກເຊວ ຮອງຮັບ PDAF (ໂຟກັສອັດຕະໂນມັດ)ເຮັດໃຫ້ການເຊວຟີ່ຂອງທ່ານຄົມຊັດ ແລະ ມີຊີວິດຊີວາຂື້ນ.
ເທັກໂນໂລຍີການຖ່າຍຮູບ Flash Snap ແບບອັບເກດໃໝ່ ພ້ອມການປັບແຕ່ງສຸດອັດສະລິຍະດ້ວຍ AI ຊ່ວຍໃຫ້ການຖ່າຍພາບໄດ້ວ່ອງໄວ ແລະ ແມ່ນຍໍາຂື້ນ ບໍ່ວ່າຈະເປັນກາງເວັນ ແລະ ກາງຄືນທຸກການຖ່າຍພາບ ທຸກການຖ່າຍພາບຈະບໍ່ພາດຊ່ວງເວລາທີ່ສໍາຄັນ. ນອກຈາກນີ້ຍັງມີໂໝດ ຖ່າຍຮູບໃນນໍ້າ ທີ່ເຮັດໃຫ້ຜູ້ໃຊ້ສາມາດຖ່າຍຮູບໄດ້ສວຍງາມແມ້ໃນສະພາບແວດລ້ອມທີ່ເກີນຄວາມຄາດໝາຍ.

CAMON 40 Pro ມາພ້ອມຊິບ FLAGSHIP MediaTek Dimensity 7300(4nm)ຈັບຄູ່ກັບ RAM 8GB ແລະ ພື້ນທີ່ເກັບຄວາມຈຳ 256GB ໃຫ້ປະສົບການໃຊ້ງານທີ່ວ່ອງໄວ ຫຼື່ນໄຫຼບໍ່ມີສະດຸດ ໜ້າຈໍໂຄ້ງ AMOLED ຂະໜາດ 6.78ນິ້ວ ຮອງຮັບອີນຟາເຫຼດສູງເຖິງ 144hZ ໃຫ້ພາບເຄື່ອນໄຫວໄດ້ລື່ນໄຫຼ ແລະ ຄົມຊັດທຸກການສໍາພັດ.

ແບັດເຕີລີ້ຂະໜາດໃຫຍ່ 5200mAH ພ້ອມສາກໄວ 45w ສາມາດສາກເຕັມໄວພຽງ43ນາທີ ໃຊ້ງານໄດ້ຍາວນານໝົດມື້ແບບບໍ່ຕ້ອງຫ່ວງເລື່ອງແບັດຈະໝົດ. ນອກຈາກນີ້  ຍັງມາພ້ອມຟີເຈີລະດັບພີມ່ຽມເຊັ່ນ: ລຳໂພງຄູ່ຮອງຮັບລະບົບສຽງ Dobly Atmos ,ອິນຟາເຫຼດ(IR Blaster)ສຳຫຼັບຄວມຄຸມອຸປະກອນຕ່າງໆ, NFC ສຳຫຼັບຈ່າຍເງິນຫຼືເຊື່ອມຕໍ່ຕ່າງທແບບບໍ່ຕ້ອງສຳພັດ. ທັງໝົດນີ້ແມ່ນເພື່ອຈະມອບຄວາມທັນສະໄໝແລະປະສົບການໃຊ້ງານແບບໃໝ່ໆສຸດລໍ້າໃຫ້ກັບລູກຄ້າ, TECNO CAMON 40 Pro ຜ່ານການຮອງຮັບມາດຕະຖານການກັນນໍ້າແລະກັນຝຸ່ນດ້ວຍ IP69 ໃຫ້ຄວາມທົນທານຂັ້ນສຸດ ແມ້ໃຊ້ງານໃນສະພາບແວດລ້ອມທີ່ໂຫດເທົ່າໃດກໍເອົາຢູ່. ພ້ອມດ້ວຍເຊັນເຊີ້ສະແກນນິ້ວເທິງໜ້າຈໍແບບອັອບຕິຄອລ, ປົດລັອກໜ້າຈໍໄດ້ຢ່າງວ່ອງໄງ ປອດໄພ ແລະ ທັນສະໄໝ.

TECNO CAMON 40 Pro ຕຽມເປີດໂຕໃນລາວວັນທີ 21 ເດືອນເມສານີ້: ໂດຍຈະມີໃຫ້ເລືອກທັງລຸ້ນ 4G ແລະ 5G ພ້ອມສີສຸດພຣີມ່ຽມ 3 ເສດສີໄດ້ແກ່: Galaxy Black, Glacier White, Emerald Lake Green ກຽມພົບກັບສະມາດໂຟນລຸ້ນ FLAGSHIP ທີ່ຈະມາພິກວົງການຂອງການຖ່າຍຮູບ , ພ້ອມແລ້ວທີ່ຈະພາທ່ານສ້າງຮູບຖ່າຍແບບໃໝ່ທີ່ໄຮ້ຂີດຈໍາກັດ.

ຖ້າຫາກຕ້ອງການຂໍ້ມູນເພີ່ມຕື່ມ ສາມາດເຂົ້າຫາລາຍລະອຽດຕື່ມໄດ້ທີ່ເວັບໄຊ້ ຫຼື ຊ່ອງທາງອອນລາຍຕ່າງໆທີ່ເປັນທາງການຂອງພວກເຮົາ:https://www.tecno-mobile.com/home ຫຼື FB: TECNOMobileLaos

@TECNOAI
@CAMON40Pro
@TECNOMobile
@TECNOMobileLaos
@ຖ່າຍຮູບທີ່ສົມບູນແບບທຸກເວລາ

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...