ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 7 ທັນວາຜ່ານມານີ້ວ່າ ນັກບູຮານຄະດີຈີນ ໄດ້ຄົ້ນພົບຊາກສຸສານ ແລະ ເມືອງບູຮານ ອາຍຸກ່ວາ 2,600 ປີກ່ອນ ຊຶ່ງກຸ່ມສຸສານບູຮານ ແມ່ນສັນນິຖານວ່າ ສ້າງຂຶ້ນໃນຍຸກຊຸນຊິວ (771-476 ປີກ່ອນ ຄ.ສ) ຢູ່ບໍລິເວນເມືອງອີ້ຊວນ ແຂວງເຫີໜານ, ພ້ອມກັນນັ້ນ ຍັງໄດ້ຄົ້ນພົບ ຊາກເມືອງບູຮານ ຊຶ່ງມີອາຍຸເກົ່າແກ່ ໃນສະໄໝລາຊະວົງຫ້ານ (202 ປີກ່ອນ ຄ.ສ -ຄ.ສ 220) ພາຍໃນບໍລິເວນໃກ້ຄຽງກັນອີກດ້ວຍ ໂດຍກຸ່ມສຸສານ ໃນຍຸກຊຸນຊິວ ປະກອບດ້ວຍຂຸມຝັງສົບ ຫລາຍກ່ວາ 200 ຂຸມ ຊຶ່ງປະກອບມີໂຄງກະດູກມ້າ ຊາກລົດມ້າເສິກ ແລະ ເຂົ້າຂອງເຄື່ອງໃຊ້ຕ່າງໆ ພາຍໃນບໍລິເວນພື້ນທີ່ ກ່ວາສອງແສນຕາແມັດ ໂດຍນັກບູຮານຄະດີຈີນເຊື່ອວ່າ ພື້ນທີ່ດັ່ງກ່າວນີ້ ເປັນຖິ່ນອາໄສຂອງຊົນເຜົ່າບູຮານ ທີ່ຖືກຳເນີດມາຫລາຍກ່ວາ 2,600 ປີກ່ອນ.
ນັກບູຮານຄະດີຈີນ ຄົ້ນພົບສຸສານບູຮານ ອາຍຸເກົ່າແກ່ກ່ວາ 2,600 ປີ!
1708

ບົດຄວາມຫຼ້າສຸດ
ຂ່າວການຮ່ວມມື
ບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ຮ່ວມມືກັບ ກຸ່ມບໍລິສັດ YCH ເດີນຫນ້າຮ່ວມມືກັນໃນການຂົນສົ່ງສິນຄ້າກະສິກໍາຂ້າມແດນຫຼາຍຮູບແບບ
ບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ຮ່ວມມືກັບ ກຸ່ມບໍລິສັດ YCH ເດີນຫນ້າຮ່ວມມືກັນໃນການຂົນສົ່ງສິນຄ້າກະສິກໍາຂ້າມແດນຫຼາຍຮູບແບບ ເພື່ອເສີມສ້າງຄວາມເຊື່ອມໂຍງຂອງພູມິພາກອາຊຽນ
ບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ແລະ ກຸ່ມບໍລິສັດ...
ຂ່າວພາຍໃນ
ກຸ່ມບໍລິສັດ ພອນສັກ ລົງທຶນ 4 ຕື້ໂດລາ ສ້າງໂຮງງານໄຟຟ້າພະລັງງານຄວາມຮ້ອນຖ່ານຫີນຂະຫນາດໃຫຍ່ຢູ່ແຂວງເຊກອງ
ກຸ່ມບໍລິສັດ ພອນສັກ ລົງທຶນ 4 ຕື້ໂດລາ ສ້າງໂຮງງານໄຟຟ້າພະລັງງານຄວາມຮ້ອນຖ່ານຫີນຂະຫນາດໃຫຍ່ຢູ່ແຂວງເຊກອງ ສົ່ງອອກກຳປູເຈຍ.
ໃນວັນທີ 2 ເມສາ 2025 ໄດ້ຈັດພິທີວາງສິລາລຶກຢ່າງເປັນທາງການ ສຳລັບໂຄງການໄຟຟ້າພະລັງງານຄວາມຮ້ອນຖ່ານຫີນທີ່ເມືອງກະລືມ, ແຂວງເຊກອງ ພາກໃຕ້ຂອງ...
ທຸລະກິດ
ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນ ຈັດຂຶ້ນຢູ່ນະຄອນບຣູດເຊວ, ປະເທດເບວຢຽ
ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນອີກຄັ້ງ ເມື່ອສອງຜະລິດຕະພັນຂອງບໍລິສັດຄື: ເບຍລາວ ແລະ ເບຍລາວກຣີນ ຄວ້າລາງວັນຫຼຽນຄຳດ້ານຄຸນນະພາບໃນງານ Monde Selection ຄັ້ງທີ 64 ເຊິ່ງເປັນງານມອບລາງວັນດ້ານຄຸນນະພາບລະດັບໂລກ ທີ່ໄດ້ຈັດຂຶ້ນຢູ່ນະຄອນບຣູດເຊວ,...
ຂ່າວພະຍາກອນອາກາດ
ພາກເໜືອ-ກາງ ກຽມຮັບມືກັບຝົນຕົກໃນໄລຍະວັນທີ 12 ຫາ 17 ເມສາ 2025
ຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ, ຫມາກເຫັບຕົກ ແລະ ລົມພັດແຮງ ໃນໄລະຍະວັນທີ 12 ຫາ 17 ເມສາ 2025
ຄວາມກົດດັນສູງອາກາດເຢັນທີ່ປະເທດຈີນຈະແຜ່ລົງມາປົກຄຸມຢູ່ເຂດພາກເຫນືອ ແລະ ພາກກາງ...