Homeທຸລະກິດບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນ ຈັດຂຶ້ນຢູ່ນະຄອນບຣູດເຊວ, ປະເທດເບວຢຽ

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນ ຈັດຂຶ້ນຢູ່ນະຄອນບຣູດເຊວ, ປະເທດເບວຢຽ

Published on

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນອີກຄັ້ງ ເມື່ອສອງຜະລິດຕະພັນຂອງບໍລິສັດຄື: ເບຍລາວ ແລະ ເບຍລາວກຣີນ ຄວ້າລາງວັນຫຼຽນຄຳດ້ານຄຸນນະພາບໃນງານ Monde Selection ຄັ້ງທີ 64 ເຊິ່ງເປັນງານມອບລາງວັນດ້ານຄຸນນະພາບລະດັບໂລກ ທີ່ໄດ້ຈັດຂຶ້ນຢູ່ນະຄອນບຣູດເຊວ, ປະເທດເບວຢຽມ, ນີ້ເປັນສັນຍາລັກແຫ່ງຄວາມພາກພູມໃຈ ແລະ ຄວາມເປັນເລີດດ້ານການຜະລິດເບຍ.

ຈາກຈຸດເລີ່ມຕົ້ນນ້ອຍໆຂອງປະເທດໜຶ່ງໃນອາຊີຕາເວັນອອກສ່ຽງໃຕ້ສູ່ການໄດ້ຮັບການຍົກຍ້ອງລະດັບໂລກ, ເບຍລາວໄດ້ເຕີບໃຫຍ່ຄຽງຄູ່ສັງຄົມລາວທີ່ບໍ່ເປັນພຽງເຄື່ອງດື່ມ ແຕ່ເປັນສັນຍະລັກແຫ່ງຄວາມພາກພູມໃຈ, ຄວາມສາມັກຄີ ແລະ ຄວາມກ້າວໜ້າຂອງຊາດລາວ. ເບຍລາວໄດ້ຮວບຮວມຄຸນຄ່າຫຼາຍຢ່າງໄວ້ໃນຍີ່ຫໍ້ນີ້ກໍ່ຄື ວິຖີຊີວິດ, ຮີດຄອງປະເພນີ, ວັດທະນະທຳ, ຄວາມຈິງໃຈຂອງຄົນລາວ ແລະ ຄຳໝັ້ນສັນຍາຂອງນະວັດຕະກຳໃໝ່ໆ.

“ລາງວັນຫຼຽນຄຳດ້ານຄຸນນະພາບທີ່ໄດ້ຮັບຈາກງານ Monde Selection ບໍ່ພຽງແຕ່ແມ່ນການໄດ້ຮັບລາງວັນເທົ່ານັ້ນ ແຕ່ແມ່ນການຢືນຢັນເຖິງຄວາມມຸ່ງໝັ້ນຢ່າງບໍ່ຢຸດຍັ້ງຂອງບໍລິສັດ ເບຍລາວ ໃນການຜະລິດເບຍທີ່ມີຄຸນນະພາບ ແລະ ສົມບູນແບບທີ່ສຸດອີກດ້ວຍ. ຍິ່ງໄປກວ່ານັ້ນ ຍັງສື່ເຖິງຄວາມເອົາໃຈໃສ່ ແລະ ຄວາມພາກພູມໃຈຂອງຄົນລາວ ໃນການທຸ່ມເທຄວາມພະຍາມເພື່ອສົ່ງມອບຜະລິດຕະພັນທີ່ເປັນເລີດໃຫ້ແກ່ຜູ້ບໍລິໂພກ ທັງພາຍໃນປະເທດ ແລະ ຕ່າງປະເທດ,” ທ່ານ Henrik Juel Andersen, ຜູ້ອຳນວຍການໃຫຍ່ຂອງ ບໍລິສັດ ເບຍລາວ ກ່າວ.

ເບຍລາວກຣີນ ເຊິ່ງເປັນຜະລິດຕະພັນໃໝ່ໃນຄອບຄົວຂອງເບຍລາວ ໄດ້ຮັບລາງວັນຫຼຽນຄຳດ້ານຄຸນນະພາບ Monde Selection 2025 ເປັນຄັ້ງທຳອິດ ພາຍຫຼັງຫາກໍ່ເລີ່ມຕົ້ນຈຳໜ່າຍສູ້ທ້ອງຕະຫຼາດໃນທ້າຍປີ 2023. ການຖືກຍອມຮັບດ້ານຄຸນນະພາບຫຼຽນຄຳໃນລະດັບໂລກ ແມ່ນມີຄວາມໝາຍສໍາຄັນຢ່າງຍິ່ງ ເພາະນີ້ບໍ່ພຽງແຕ່ສະທ້ອນໃຫ້ເຫັນຄວາມນິຍົມຂອງເບຍລາວກຣີນທີ່ເພີ່ມຂຶ້ນ ກັບລົດຊາດທີ່ດື່ມງ່າຍແລະສົດຊື່ນ, ແຕ່ນີ້ຍັງໝາຍເຖິງຄວາມສໍາເລັດຂອງ ບໍລິສັດ ເບຍລາວ ໃນການພັດທະນາສິນຄ້າທີ່ມີເອກະລັກຂອງຄວາມເປັນລາວ. ພ້ອມດຽວກັນນີ້ສະຖາບັນ Monde Selection ຍັງໄດ້ຮອງຮັບຄວາມເປັນເລີດດ້ານຄຸນນະພາບທີ່ສະໝ່ຳສະເໝີຂອງຜະລິດຕະພັນ ເບຍລາວ ທີ່ຢູ່ຄຽງຄູ່ກັບສັງຄົມລາວຢ່າງແໜ້ນແຟ້ນມາເປັນເວລາຫຼາຍກວ່າ 50 ປີ. ເປັນເວລາຫຼາຍທົດສະວັດທີ່ຍີ່ຫໍ້ ເບຍລາວ ໄດ້ກາຍເປັນສັນຍາລັກຂອງຄົນລາວ, ຢູ່ຄູ່ທຸກການສະເຫຼີມສະຫຼອງໃນທຸກໆມື້ ທັງງານໃຫຍ່ ແລະ ງານນ້ອຍ, ໄດ້ຮັບຄວາມໄວ້ວາງໃຈຈາກຄົນລາວທົ່ວສັງຄົມ.

ຄວາມສໍາເລັດຂອງ ບໍລິສັດ ເບຍລາວ ບໍ່ພຽງແຕ່ມາຈາກການຮັກສາຂະບວນການຜະລິດທີ່ພິຖີພິຖັນເທົ່ານັ້ນ ແຕ່ຍັງມາຈາກຄວາມເອົາໃຈໃສ່ຢ່າງຈິງຈັງໃນການປັບປຸງເຄື່ອງຈັກການຜະລິດໃຫ້ທັນສະໄໝເຊັ່ນ: ສາຍການຜະລິດເບຍກະປ໋ອງ ແລະ ແກ້ວທີ່ທັນສະໄໝ, ລວມທັງການລົງທຶນຢ່າງຕໍ່ເນື່ອງໃສ່ການຂະຫຍາຍ ແລະ ຍົກລະດັບຂະບວນການປຸງແຕ່ງເບຍ, ບໍລິສັດ ເບຍລາວ ຍັງສືບຕໍ່ຍົກລະດັບດ້ານຄຸນນະພາບແລະນະວັດຕະກຳ. ທັງໝົດນີ້ກໍ່ເພື່ອຮັບປະກັນໃຫ້ຜູ້ບໍລິໂພກໝັ້ນໃຈໄດ້ວ່າເບຍທຸກກະປ໋ອງ ແລະ ເບຍທຸກແກ້ວຈະສົ່ງມອບຄວາມສົດໃໝ່, ຄຸນນະພາບທີ່ສະຖຽນ ແລະ ລົດຊາດທີ່ເປັນເລີດທຸກໆຄັ້ງ.

ສະຖາບັນ Monde Selection World Quality Awards ເປັນຜູ້ຢັ້ງຢືນດ້ານຄຸນນະພາບ ແລະ ຄວາມເປັນເລີດ. ການມອບລາງວັນແມ່ນຈັດຂຶ້ນທຸກປີ ທີ່ນະຄອນບຣູດເຊວ, ປະເທດເບວຢຽມ ເຊິ່ງເປັນເມືອງທີ່ມີຊື່ສຽງໃນການຜະລິດເບຍແຖວໜ້າຂອງໂລກ. Monde Selection ເປັນສະຖາບັນທີ່ມີຊື່ສຽງດ້ານຄຸນນະພາບ ແລະ ເປັນອົງກອນອິດສະຫຼະ ທີ່ມີຄວາມເຊື່ອຖືສູງໃນໂລກ. ການມອບລາງວັນຂອງສະຖາບັນນີ້ໃຊ້ມາດຕະຖານໃນການຕັດສິນທີ່ເຂັ້ມງວດລວມມີ: ການວິເຄາະໃນຫ້ອງປະຕິບັດການ, ການຊິມແບບບໍ່ເຜີຍຊື່ຜະລິດຕະພັນ, ແລະ ການປະເມີນຫຼາຍກວ່າ 20 ຕົວຊີ້ວັດ ໂດຍຜູ້ຊ່ຽວຊານທີ່ມີປະສົບການດ້ານການປຸງແຕ່ງເບຍ ແລະ ດ້ານການປຸງແຕ່ງອາຫານ. ການໄດ້ຮັບລາງວັນນີ້ບໍ່ແມ່ນເລື່ອງງ່າຍ ແລະ ການໄດ້ຮັບລາງວັນຢ່າງຕໍ່ເນື່ອງຍິ່ງເປັນເລື່ອງທີ່ຍາກກວ່າ.

ຫຼາຍປີທີ່ຜ່ານມານີ້ ບໍລິສັດ ເບຍລາວ ມີຄວາມພາກພູມໃຈທີ່ໄດ້ຮັບຫຼາຍລາງວັນຫຼຽນຄຳຈາກ Monde Selection ເຊິ່ງເປັນການເນັ້ນໃຫ້ເຫັນການໄດ້ຮັບລາງວັນດ້ານຄຸນນະພາບຂອງຜະລິດຕະພັນ ເບຍລາວ ຢ່າງຕໍ່ເນື່ອງ ແລະ ເມື່ອບໍ່ດົນມານີ້ ເບຍລາວໂກລ ກໍ່ໄດ້ຮັບລາງວັນຫຼຽນຄຳດ້ານຄຸນນະພາບ Monde Selection ໃນປີ 2021, ແລະ ອີກສອງລາງວັນຫຼຽນຄຳດ້ານຄຸນນະພາບທີ່ໄດ້ຮັບໃນປີນີ້ ເປັນການເສີມຂະຫຍາຍພາບລັກດ້ານຄຸນນະພາບຂອງຜະລິດຕະພັນ ເບຍລາວ ທີ່ມີມາຢ່າງຍາວນານໃນເວທີໂລກ.

ຈາກທົ່ງນາອັນຂຽວສົດງົດງາມ ສູ່ເຄື່ອງດື່ມໃນງານສັງສັນສຳຄັນຂອງຄົນລາວ ແລະ ຄົນທົ່ວໂລກ. ປັດໄຈທີ່ເຮັດໃຫ້ເກີດຄວາມເປັນເອກະລັກສະເພາະທີ່ໂດດເດັ່ນຂອງເບຍລາວ ທີ່ຄົນລາວພາກພູມໃຈ ແມ່ນ ການໃຊ້ເຂົ້າທີ່ມີຄຸນນະພາບສູງຈາກທົ່ງນາພາຍໃນປະເທດ. ເບຍລາວ ປຽບສະເໝືອນເປັນສ່ວນໜຶ່ງທີ່ສະໜິດແໜ້ນໃນວິຖີຊີວິດ ແລະ ເປັນທີ່ນິຍົມໃນສັງຄົມລາວ. ເປັນເບຍທີ່ສະທ້ອນເຖິງຄວາມມຸ່ງໝັ້ນຂອງຊາວນາ, ຜົນງານດ້ານນະວັດຕະກຳ, ຄວາມຮັກ ແລະ ຄວາມເອົາໃຈໃສ່ຂອງຜູ້ຊ່ຽວຊານໃນການປຸງແຕ່ງເບຍ, ແລະ ຄວາມໄວ້ວາງໃຈຂອງຜູ້ບໍລິໂພກຕໍ່ເບຍລາວ. ເບຍລາວ ຜະລິດໂດຍຄົນລາວ ເພື່ອຄົນລາວ ແລະ ແບ່ງປັນສູ່ສາກົນ.

ການສະແຫວງຫາຄວາມເປັນເລີດຂອງ ບໍລິສັດ ເບຍລາວ ບໍ່ໄດ້ຢຸດຢູ່ແຕ່ພາຍໃນຂອບເຂດໂຮງງານຜະລິດເບຍເທົ່ານັ້ນ ແຕ່ບໍລິສັດຍັງເອົາໃຈໃສ່ຢ່າງເອົາຈິງເອົາຈັງຕໍ່ຄວາມຍືນຍົງ ຜ່ານຫຼາຍໆໂຄງການເຊັ່ນ: ໂຄງການສົ່ງເສີມການປູກເຂົ້າແບບຍືນຍົງຂອງ ບໍລິສັດ ເບຍລາວ ແລະ ການນຳໃຊ້ພະລັງງານໝູນວຽນຄື: ພະລັງງານແສງຕາເວັນ ແລະ ພະລັງງານອາຍນ້ຳຊີວະມວນ ເຊິ່ງເປັນການຫຼຸດຜ່ອນການປ່ອຍອາຍກາກບອນສູ່ຊັ້ນບັນຍາກາດໄດ້ຢ່າງຫຼວງຫຼາຍ. ແນວຄວາມຄິດແບບເອົາໃຈໃສ່ອະນາຄົດນີ້ ບໍ່ພຽງແຕ່ກໍາລັງຊ່ວຍສ້າງຄວາມປ່ຽນແປງໃນອຸດສາຫະກຳການຜະລິດ ແຕ່ຍັງສ້າງຜົນດີໃຫ້ອະນາຄົດຂອງລາວ ແລະ ຂອງໂລກອີກດ້ວຍ.

“ການຄວ້າລາງວັນຈາກ Monde Selection ໃນຄັ້ງນີ້ເປັນສິ່ງຢືນຢັນຄວາມເປັນຜູ້ນຳຂອງ ບໍລິສັດ ເບຍລາວ ໃນອຸດສາຫະກໍາການຜະລິດເບຍ. ພວກເຮົາຈະຍັງຄົງມຸ່ງໝັ້ນໃນພາລະກິດການຜະລິດສິນຄ້າທີ່ມີນະວັດຕະກຳ ແລະ ຄຸນນະພາບສູງ ຄວບຄູ່ໄປກັບການຮັບຜິດຊອບຕໍ່ສິ່ງແວດລ້ອມ ແລະ ຊຸມຊົນທີ່ພວກເຮົາອາໃສຢູ່” ທ່ານ Andersen ກ່າວເສີມ.

ບໍລິສັດ ເບຍລາວ ຈຳກັດ ສ້າງຕັ້ງໃນປີ 1973 ເປັນຜູ້ນໍາດ້ານອຸດສາຫະກໍາເຄື່ອງດື່ມຂອງລາວ ມີຜະບິດຕະພັນທີ່ຫຼາກຫຼາຍ ລວມທັງ ເບຍລາວ, ບໍລິສັດໄດ້ຮັບການຍົກຍ້ອງໃນລະດັບສາກົນດ້ານຄຸນນະພາບ ແລະ ນະວັດຕະກຳ. ດ້ວຍການປະສົມປະສານວິທີການຜະລິດແບບດັ້ງເດີມເຂົ້າກັບເຕັກໂນໂລຊີທີ່ທັນສະໄໝ ເພື່ອໃຫ້ໄດ້ເຄື່ອງດື່ມທີ່ໄດ້ຮັບຄວາມນິຍົມທັງພາຍໃນແລະຕ່າງປະເທດ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...