spot_img
Homeຂ່າວພາຍ​ໃນສຳມະນາວິທະຍາສາດ ກຽມຄວາມພ້ອມທຸກດ້ານ ໃນການເຊື່ອມໂຍງ ເສດຖະກິດກັບສາກົນ

ສຳມະນາວິທະຍາສາດ ກຽມຄວາມພ້ອມທຸກດ້ານ ໃນການເຊື່ອມໂຍງ ເສດຖະກິດກັບສາກົນ

Published on

DSC_0305 thong lun 2

ຂປລ.ກະຊວງອຸດສະຫະກໍາ ແລະ ການຄ້າ ຈັດສໍາມະນາວິທະຍາສາດ, ເສດຖະກິດ ແລະ ການ ຄ້າໃນຫົວຂໍ້ ກຽມຄວາມພ້ອມທຸກດ້ານ ໃນການເຊື່ອມໂຍງເສດຖະກິດກັບສາກົນ ໃນໂອກາດງານວາງ ສະແດງສິນຄ້າວຽງຈັນ 2015 ​ເພື່ອ​ເປັນ​ການສະ​ເຫລີ​ມສະຫລອງວັນສະຖາປະນາ ສປປ ລາວ ຄົບຮອບ 40 ປີ ຂຶ້ນໃນວັນທີ 28 ພະຈິກ 2015 ທີ່ສູນການຄ້າລາວໄອເຕັກມໍ ໂດຍມີທ່ານ ທອງລຸນ ສີສຸລິດ ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ, ທ່ານນາງ ເຂັມມະນີ ພົນເສນາ ລັດ ຖະມົນຕີວ່າການກະຊວງອຸດສະຫະກໍາ ແລະ ການຄ້າ, ບັນດາລັດຖະມົນຕີຊ່ວຍວ່າການ, ຮອງເລຂາທິ ການໃຫຍ່ອາຊຽນ ​ແລະ ທູຕານຸທູດ, ອົງການຈັດຕັ້ງສາກົນ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ທອງລຸນ ສິສຸລິດ ກ່າວວ່າ: ພັກ-ລັດຖະບານເຮົາ ຍາມໃດກໍໃຫ້ຄວາມສໍາຄັນ ແລະ ເອົາໃຈ ໃສ່ຢ່າງເປັນເຈົ້າການໃນວຽກງານເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ, ຖືວ່າເປັນໜຶ່ງໃນວຽກ ງານບູລິມະສິດໃນການຊຸກຍູ້, ສົ່ງເສີມ ແລະ ພັດທະນາເສດຖະກິດ-ສັງຄົມ ຂອງປະເທດຊາດ, ເຊິ່ງປີນີ້ ສປປ ລາວ ມີອາຍຸຄົບ 40 ປີພໍດີ ແລະ ກໍເປັນປີທີ 30 ທີ່ພັກປະຊາຊົນປະຕິວັດລາວ ໄດ້ກໍາກົດແນວ ທາງນະໂຍບາຍການປ່ຽນແປງໃໝ່ ໃນການເປີດກວ້າງການຮ່ວມມື, ການລົງທຶນກັບຕ່າງປະເທດ. ລັດຖະ ບານ ສປປ ລາວ ເຂົ້າໃຈຢ່າງເລິກເຊິ່ງວ່າ ການເຊື່ອມໂຍງກັບສາກົນເທົ່ານັ້ນ ຈຶ່ງຈະເຮັດໃຫ້ປະເທດຊາດ ໄດ້ຮັບການພັດທະນາ, ສາມາດລົບລ້າງຄວາມທຸກຍາກຂອງປະຊາຊົນ, ສາມາດສ້າງຄວາມເຂັ້ມແຂງໃຫ້ ປະເທດຊາດໄດ້.

ທ່ານ ຮອງນາຍົກລັດຖະມົນຕີກ່າວຕື່ມວ່າ: ໃນກອງປະຊຸມສຸດຍອດອາຊຽນຄັ້ງທີ 27 ທີ່ກົວລາ ລໍາເປີ (ມາເລເຊຍ) ກໍໄດ້ຮັບຮອງເອົາຖະແຫລງການ ກົວລາລໍາເປີ 2015 ວ່າດ້ວຍການເປັນປະຊາຄົມອາ ຊຽນຢ່າງເປັນເອກະສັນ ເຊິ່ງເລີ່ມມີຜົນບັງຄັບໃຊ້ແຕ່ວັນທີ 1/1/2016 ທີ່ຈະມາເຖິງນີ້ ແລະ ສປປ ລາວ ຈະໄດ້ຮັບເປັນປະທານອາຊຽນຕະຫລອດປີ 2016, ພ້ອມທັງຮ່ວມກັບປະເທດອາຊຽນ ສ້າງແຜນແມ່ບົດ, ສ້າງແຜນງານ ແລະ ກ້າວໄປເຖິງໂຄງການຕ່າງໆເພື່ອປະຕິບັດ AEC ດັ່ງນັ້ນ, ຄວາມພ້ອມຂອງປະເທດ ຕ່າງໆໃນອາຊຽນ ອາດມີລະດັບທີ່ແຕກຕ່າງກັນ. ສະນັ້ນ ສປປ ລາວ ເຮົາຈະຕ້ອງສ້າງໃຫ້ມີຄວາມພ້ອມ ທີ່ກົມກຽວກັນຂອງທຸກພາກສ່ວນໃນສັງຄົມ, ລັດຖະບານ, ພາກທຸລະກິດ, ປະຊາຊົນ ສໍາລັບເສັ້ນທາງ ກ້າວເດີນຂອງອາຊຽນ ຕ້ອງໄດ້ກ້າວໄປໜ້າຕາມວິໄສທັດ ແລະ ເປົ້າໝາຍຂອງອາຊຽນ ຄື: ASEAN ຈະ ກ້າວໄປສູ່ການເປັນຖານການຜະລິດໜຶ່ງດຽວ, ເປັນຖານການລົງທຶນໜຶ່ງດຽວ ແລະ ການເປັນຕະຫລາດ ໜຶ່ງດຽວ, ຄວາມພ້ອມທີ່ແຕກຕ່າງຂອງສະມາຊິກປະເທດອາຊຽນ ນັ້ນຈະເຮັດແນວໃດຈຶ່ງສາມາດໃຫ້ຊ່ອງ ວ່າງຂອງຄວາມແຕກໂຕນດ້ານການພັດທະນາໃນອາຊຽນ ຫຍັບເຂົ້າຫາກັນໃຫ້ໄວເທົ່າທີ່ຈະໄວໄດ້.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ.

ກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ. ວັນທີ 19 ເມສາ 2025 ນີ້, ກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ ໄດ້ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງ...

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ໃຫ້ອອກນອກປະເທດເບລິສ ສຸດທ້າຍຖືກຍິງເສຍຊີວິດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ. ສຳນັກຂ່າວຕ່າງປະເທດລາຍງານເຫດລະທຶກຂວັນ! ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ ເມື່ອວັນພະຫັດ ທີ...

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...