spot_img
Homeຂ່າວເຫດການລາວ-ອົດສະຕາລີ ສືບຕໍ່ເສີມຂະຫຍາຍ ການພົວພັນຮ່ວມມືສອງຝ່າຍ

ລາວ-ອົດສະຕາລີ ສືບຕໍ່ເສີມຂະຫຍາຍ ການພົວພັນຮ່ວມມືສອງຝ່າຍ

Published on

265

ຂປລ. ສປປ ລາວ ​ແລະ ອົດ​ສະຕາລີ ​​ຮ່ວມ​ກັນ​ຈັດ​ກອງ​ປະຊຸມ ປຶກສາ​ຫາລື​ລະດັບ​ສູງ ຄັ້ງ​ທີ 12 ຂຶ້ນ ​ໃນ​ວັນ​ທີ 26 ພະຈິກ 2015 ​ໂດ​ຍມີທ່ານ ວິ​ໂຣດ ສຸນ​ດາຣາ ຫົວໜ້າ​ກົມ​ອາຊີ​-ປາຊີ​ຟິກ ​ແລະ ອາ​ຟຣິກາ ກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ສປປ ລາວ, ທ່ານ Craig Chittick ຫົວໜ້າ​ກົມ​ບັນດາ​ປະ​ເທດ​ແຜ່ນດິນ​ໃຫຍ່ ​ໃນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ກະຊວງ​ການ​ຕ່າງປະ​ເທດ ​ແລະ ການ​ຄ້າ ອົດ​ສະຕາລີ ​ແລະ ພາກສ່ວນ​ກ່ຽວຂ້ອງ ​ທັງ​ສອງ​ຝ່າຍເຂົ້າ​ຮ່ວມ.

ກອງ ​ປະຊຸມ ທັງ​ສອງ​ຝ່າຍ ​ໄດ້​ພ້ອມ​ກັນ​ສະຫລຸບ​ຕີ​ລາຄາ ​ການ​ພົວພັນ​ຮ່ວມ​ມື ລະຫວ່າງ ລາວ-ອົດ​ສະຕາລີ ຕະຫລອດ​ໄລຍະ​ຜ່ານ​ມາ ​ໂດຍ​ສະ​ເພາະດ້ານ​ການ​ເມືອງ​, ​ເສດຖະກິດ, ການ​ຄ້າ​, ການ​ລົງທຶນ, ການ​ສຶກສາ, ດ້ານ​ຄວາມ​ໝັ້ນຄົງ ​ແລະ ອື່ນໆ ​ເຊິ່ງທັງ​ສອງ​ຝ່າຍ ​ເຫັນ​ດີ​ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ການ​ຮ່ວມ​ມື​ທາງ​ດ້ານ​ ການ​ຄ້າ-ການ​ລົງທຶນ ຢູ່ ສປປ ລາວ ​ໂດຍ​ຝ່າຍ ອົດ​ສະຕາລີ ຈະ​ຊຸກຍູ້​ໃຫ້​ນັກ​ລົງທຶນ​ ຂອງ​ອົດ​ສະຕາລີ ມາ​ລົງທຶນ​ຢູ່ ສປປ ລາວ ​ໃຫ້​ຫລາຍ​ຂຶ້ນ ​ໂດຍ​ສະ​ເພາະ​ດ້ານ​ບໍ່​ແຮ່, ​ໄຟຟ້າ​ນ້ຳຕົກ, ການ​ຂົນ​ສົ່ງ, ກະສິກຳ, ການທ່ອງທ່ຽວ, ​ໂຮງງານ​ອຸດສາຫະກຳ, ດ້ານ​ກົດໝາຍ ​ແລະ ການ​ບໍລິການ​ທາງ​ດ້ານ​ການ​ເງິນ. ສ່ວນ​ການ​ຮ່ວມ​ມື​ດ້ານ​ຄວາມ​ໝັ້ນຄົງ  ສອງ ​ຝ່າຍ​ຈະ​ສືບ​ຕໍ່​ຮ່ວມ​ມື​ກັນ​ ໂດຍ​ສະ​ເພາະ​ດ້ານ​ການ​ພັດທະນາ​ ຊັບພະຍາກອນ​ມະນຸດ​ ນອກ​ນັ້ນ ຍັງຈະ​ສືບ​ຕໍ່​ຮ່ວມ​ມື​ດ້ານ​ການ​ແລກປ່ຽນ ​ຂໍ້​ມູນ​ຂ່າວສານ​ ກ່ຽວ​ກັບ​ການ​ຕ້ານ​ອາຊະຍາ​ກຳ​ຂ້າມ​ຊາດ ແລະ ອື່ນໆ ​ເຊິ່ງຝ່າຍ​ລາວ ຈະ​ສຶບຕໍ່​ສົ່ງ​ເສີມ​ ​ແລະ ອຳນວຍ​ຄວາມ​ສະ ດວກ​ທຸກ​ຢ່າງ ​ໃຫ້​ແກ່ການ​ລົງທຶນ​ຂອງ​ອົດ​ສະຕາລີ  ​ ໃຫ້​ຫລາຍ​ຂຶ້ນ ​ແລະ ຝ່າຍ​ອົດ​ສະຕາລີ ຢືນຢັນ ຈະ​ສືບ​ຕໍ່​ໃຫ້ການ​ຊ່ວຍ​ເຫລືອ​ແກ່ ສປປ ລາວ ​ໃນ​ການພັ​ດທະນາ​ເສດຖະກິດ-ສັງຄົມ ​ໂດຍ​ສະ​ເພາະ​ທາງ​ດ້ານ​ການ​ສຶກສາ, ການ​ປະຕິ​ຮູບ ທາງ ​ດ້ານ​ການ​ຄ້າ ​ແລະ ຈະ​ສືບ​ຕໍ່​ໃຫ້ການ​ຮ່ວມ​ມື​ຢ່າງ​ໃກ້ຊິດກັບ ສປປ ລາວ ​ໃນ​ການ​ກະກຽມ​ເປັນ​ປະທານ​ອາ​ຊຽນ ​ໃນ ປີ 2016 ​ແລະ ການ​ກ້າວ​ເຂົ້າ​ເປັນ​ປະຊາ​ຄົມ​ເສດຖະ​ກິດ​ອາ​ຊຽນ.

ນອກ ​ນັ້ນ​ສອງ​ຝ່າຍ​ ຍັງ​ໄດ້​ປຶກສາ​ຫາລື ​ແລະ ​ແລກປ່ຽນ​ຄຳ​ຄິດ​ເຫັນ​ ກ່ຽວ​ກັບ​ບາງ​ບັນຫາໃນ​ພາກ​ພື້ນ ​ແລະ​ ສາກົນ ທີ່​ທັງ​ສອງ​ຝ່າຍ​ມີ​ຄວາມ​ສົນ​ໃຈ​ ​ແລະ ​​ຢືນຢັນ​ທີ່​ຈະ​ສືບ​ຕໍ່​ ໃຫ້ການ​ສະໜັບສະໜູນ ​ແລະ ຊ່ວຍ​ເຫລືອ​ເຊິ່ງກັນ ​ແລະ ກັນ ທັງ​ຢູ່​ໃນ​ເວທີ​ພາກ​ພື້ນ ​​ແລະ ສາກົນ ​ເພື່ອ​ນຳ​ເອົາ​ຜົນ​ປະ​ໂຫຍ​ດ ຕົວ​ຈິງ​ມາສູ່​ປະຊາຊົນ​ສອງ​ປະ​ເທດ.

​ ໂອກາດ​ດຽວ​ກັນ ທ່ານ Craig Chittick ພ້ອມ​​ຄະນະ ຍັງ​ໄດ້​ເຂົ້າ​ຢ້ຽມ​ຄຳນັບ ທ່ານ ສະ​ເຫລີ​ມ​ໄຊ ກົມມະ​ສິດ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ແລະ​ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໂຕະມົນ​ລະດັບ​ສູງ ​ໃນ​ວັນ​ທີ 27 ພະ ຈິກນີ້. ນອກ​ນັ້ນ​ ຍັງ​ໄດ້​ເຂົ້າ​ຮ່ວມ​ເປີດ​ສູນ​ຂໍ້​ມູນ​ຂ່າວສານ​ ດ້ານ ​ການ​ເກັບ​ກູ້​ລະ​ເບີດ​ທີ່​ບໍ່​ທັນ​ແຕກ ຢູ່ ​ແຂວງ​ຫລວງ​ພະ​ບາງ ​ແລະ ​ຢ້ຽມຢາມ​ໂຮງຮຽນ​ຢູ່​ທາງ​ພາກ​ເໜືອ​ຂອງ​ລາວ ພ້ອມ​ທັງມອບ​ທຶນ​ການ​ສຶກສາ​ ໃຫ້​ນັກ​ຮຽນ​ລາວ ຈຳນວນ 20 ທຶນ ​ເພື່ອ​ສຶກສາ​ຢູ່​ມະຫາວິທະຍາ​ໄລ ສຸພາ​ນຸວົງ ​ແຂວງ​ຫລວງ​ພະ​ບາງ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ປະກາດລາຍຊື່ 23 ນັກກິລາ ທີມຊາດລາວ U17 ລຸຍການແຂ່ງຂັນຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 17 ປີ ຮອບຄັດເລືອກ 2025

ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 17 ປີ ພາຍໃຕ້ການຄຸມທີມຂອງ ທ່ານ ກັນລະຍາ ສີສົມຫວັງ ແມ່ນໄດ້ນຳພານັກກິລາ ຝຶກຊ້ອມ ນັບຕັ້ງແຕ່ ວັນທີ 19 ສິງຫາ...

ອຸດົມໄຊ ຈະສົ່ງນັກກິລາ 6 ປະເພດ ຮ່ວມງານກິລານັກຮຽນທົ່ວປະເທດ ຄັ້ງທີ 7 ທີ່ສາລະວັນ

ແຂວງອຸດົມໄຊ ໄດ້ກະກຽມຄວາມພ້ອມເພື່ອເຂົ້າຮ່ວມງານກິລານັກ ຮຽນທົ່ວປະເທດ ຄັ້ງທີ 7 ທີ່ແຂວງສາລະວັນໄດ້ຮັບກຽດເປັນເຈົ້າພາບ ໂດຍຈະສົ່ງນັກກິລາເຂົ້າຮ່ວມແຂ່ງໃນ 6 ປະເພດກິລາ, ໂດຍວາງຄາດໝາຍໃຫ້ໄດ້ 6 ຫຼຽນຄຳ, 8 ຫຼຽນເງິນ...

ລາວ-ກຳປູເຈຍ ສືບຕໍ່ພົວພັນຮ່ວມມືບົດບາດດ້ານນິຕິບັນຍັດ

ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ພົບປະ ກັບ ສົມເດັດມະຫາ ຣັດສະເພຍທິກາ ທິພະໄດ ຄູນ ສຸດາຣີ...

ໄທກຳລັງຈົດລິຂະສິດ ເທດສະການສົງການ ຫ້າມປະເທດອື່ນໃຊ້ ຕ້ອງໄດ້ຂໍອະນຸຍາດກ່ອນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 21 ຕຸລາ 2024 ຜ່ານມາ, ຄະນະກຳມະການຍຸດທະສາດ ຊອຟພາວເວີ ແຫ່ງຊາດ ເປີດເຜີຍວ່າ: ໄທກຳລັງຈັດສັບສິນທາງປັນຍາ ຫຼື ໄອພີ ຈົດລິຂະສິດ "ເທດສະການສົງການ"...