spot_img
Homeຄວາມງາມຂີ້ໝິ້ນກັບຄວາມງາມ ທີ່ທ່ານອາດຍັງບໍ່ເຄີຍຮູ້

ຂີ້ໝິ້ນກັບຄວາມງາມ ທີ່ທ່ານອາດຍັງບໍ່ເຄີຍຮູ້

Published on

7147
ຫາກເວົ້າເຖີງສະມຸນໄພຄື “ຂີ້ໝິ້ນ” ຫລາຍໆຄົນຄົງຈະຮູ້ຈັກກັນດີ ເພາະມັນສາມາດນຳມາປະກອບອາຫານແລະຊ່ວຍບຳລຸງສຸຂະພາບໄດ້ ຊຶ່ງສັບພະຄຸນເຫລົ່ານີ້ຄົນລາວຕ່າງກໍຮູ້ຈັກກັນມາຊ້າດົນ ແລະປະຈຸບັນນີ້ນອກຈາກເລື່ອງອາຫານແລະສຸຂະພາບແລ້ວ ຍັງມີການນຳຂີ້ໝິ້ນມາຊ່ວຍໃນເລື່ອງຂອງຄວາມງາມຄວາມງາມໄດ້ອີກດ້ວຍ ຊຶ່ງຫລາຍໆຄົນອາດຈະຍັງບໍ່ເຄີຍຮູ້ວ່າສະໝຸນໄພສີເຫລືອງໆນີ້ມີປະໂຫຍດແລະຊ່ວຍບຳລຸງຄວາມງາມຢ່າງໃດໄດ້ນຳ ຊຶ່ງມື້ນີ້ລາວໂພສກໍໄດ້ລວບລວມສັບພະຄຸນຄວາມງາມຂອງຂີ້ໝິ້ນມາໃຫ້ສາວໆໄດ້ສຶກສາກັນ ຖ້າຢາກຮູ້ວ່າຂີ້ໝິ້ນຈະຊ່ວຍໃຫ້ສາວໆງາມຂຶ້ນຢ່າງໃດແນວໃດມາເບິ່ງກັນ
1. ຊ່ວຍໃຫ້ຜິວຂາວນຽນຢ່າງເປັນທຳມະຊາດ ຕັ້ງແຕ່ສະໄໝບູຮານ ຄົນລາວນິຍົມນຳຂີ້ໝິ້ນມາຂັດຜິວ ເພື່ອໃຫ້ຜິວຂາວແລະງາມນຽນຢ່າງເປັນທຳມະຊາດ ຊຶ່ງສູດທີ່ວ່ານີ້ກໍຍັງສາມາດນຳມາໃຊ້ໄດ້ຈົນເຖິງປະຈຸບັນ ພຽງນຳຜົງຂີ້ໝິ້ນທີ່ບົດລະອຽດແລ້ວ ນຳມາປະສົມກັບນ້ຳສະອາດແລະດິນສໍພອງ ຄົນໃຫ້ເປັນເນື້ອດຽວກັນ ແລ້ວນຳມາຂັດຜິວ ພອກໜ້າແລະພອກຕົວ ປະໄວ້ປະມານ 30 ນາທີແລ້ວລ້າງອອກ ຜິວຈະຂາວນຽນຂຶ້ນຢ່າງເຫັນໄດ້ຊັດ
2. ຊ່ວຍປິ່ນປົວສິວ ນຳຜົງຂີ້ໝິ້ນທີ່ບົດລະອຽດແລ້ວມາປະສົມກັບນ້ຳໝາກນາວຄົນໃຫ້ເຂົ້າກັນ ຈາກນັ້ນນຳມາແຕ້ມສິວຫລືພອກໜ້າໄວ້ປະມານ 20 ນາທີ ແລ້ວລ້າງອອກໃຫ້ສະອາດ ສູດນີ້ສາມາດເຮັດໄດ້ທຸກມື້ ຈະຊ່ວຍໃຫ້ຜິວໜ້າເບິ່ງດີ,ສິວອັກເສບຍຸບລົງ ແລະຊ່ວຍເຮັດໃຫ້ຮອຍດຳຮອຍແດງຈາກສິວຈາງລົງໄດ້
3. ຊ່ວຍກະຊັບຮູຂຸມຂົນເທິງໃບໜ້າ ນຳຜົງຂີ້ໝິ້ນທີ່ບົດລະອຽດແລ້ວມາປະສົມກັບນົມສົດ ແລະນ້ຳເຜຶ້ງ ຄົນໃຫ້ເຂົ້າກັນ ຈາກນັ້ນນຳມາຂັດແລະນວດໜ້າເບົາໆ ສຳເລັດແລ້ວພອກປະໄວ້ປະມານ 15-20 ນາທີ ແລ້ວລ້າງອອກໃຫ້ສະອາດສູດນີ້ຈະຊ່ວຍເຮັດໃຫ້ໜ້າສະອາດກະຊັບຮູຂຸມຂົນໃຫ້ນ້ອຍລົງແຖມຍັງຊ່ວຍໃຫ້ໜ້ານຽມນຸ່ມຂຶ້ນອີກດ້ວຍ
4.ຊ່ວຍລຸດຮອຍດ່າງດຳຕາມຮ່າງກາຍ ນຳຂິ້ໝິ້ນໄປຕາກແຫ້ງແລະບົດໃຫ້ລະອຽດເປັນຜົງ ກ່ອນອາບນ້ຳໃຫ້ນຳມາປະສົມກັບນ້ຳເລັກນ້ອຍ ແລ້ວເອົາມາຂັດເບົາໆ ຕາມລຳຕົວປະໄວ້ປະມານ 10 ນາທີ ແລ້ວຄ່ອຍອາບນ້ຳຕາມປົກກະຕິ ສູດນີ້ສາມາດເຮັດໄດ້ທຸກມື້ ຈະຊ່ວຍໃຫ້ຜິວນຽນນຸ່ມ ຂາວແລະຊ່ວຍລຸດຈຸດດ່າງດຳຕາມຮ່າງກາຍໃຫ້ເຊົາໄປໄດ້
5. ຊ່ວຍລຸດຮອງຮອຍເທິງໃບໜ້າ ນຳຜົງຂິ້ໝິ້ນທີ່ບົດລະອຽດແລ້ວມາປະສົມກັບຖົ່ວຂຽວບົດແລະນົມສົດ ຄົນໃຫ້ເປັນເນື້ອດຽວກັນ ຈາກນັ້ນນຳມາພອກໜ້າ ປະໄວ້ປະມານ 30 ນາທີ ແລ້ວລ້າງອອກໃຫ້ສະອາດ ສູດນີ້ສາມາດເຮັດໄດ້ອາທິດລະ 2-3 ເທື່ອ ຈະສາມາດຊ່ວຍລຸດຮອງຮອຍເທິງໃບໜ້າໄດ້ດີ
7. ຊ່ວຍແກ້ບັນຫາໜ້າມັນ ນຳຜົງຂິ້ໝິ້ນທີ່ບົດລະອຽດແລ້ວມາປະສົມກັບນ້ຳສົ້ມຄັ້ນໝາກກ້ຽງ ແລະນ້ຳເຜຶ້ງ ຄົນໃຫ້ເຂົ້າກັນແລ້ວນຳມາພອກໜ້າໄວ້ປະມານ 15-20 ນາທີ ລ້າງອອກໃຫ້ສະອາດ ສູດນີ້ເຮັດເປັນປະຈຳຈະຊ່ວຍລຸດບັນຫາໜ້າມັນໃຫ້ກັບສາວໆໄດ້

ບົດຄວາມຫຼ້າສຸດ

ພາຍຸ ບໍຣິສ ພັດຖະຫຼົ່ມອິຕາລີ ນ້ຳຖ້ວມຕິດ 2 ປີ ຫຼ້າສຸດເສຍຊີວິດ 23 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ກັນຍາ 2024 ນີ້ວ່າ: ພາຍຸບໍຣິສ ພັດຖະຫຼົ່ມພາກຕາເວັນອອກສ່ຽງເໜືອ ແລະ ພາກກາງຂອງປະເທດອິຕາລີ ໃນວັນທີ 19 ກັນຍາ 2024 ຜ່ານມາ,...

ເຕືອນ 9 ເມືອງ ສ່ຽງນໍ້າຖ້ວມຈາກການລະບາຍນໍ້າ ເຂື່ອນເຊລະນອງ 1 ແຂວງສະຫວັນນະເຂດ

ອີງຕາມແຈ້ງການຂອງຫ້ອງວ່າການແຂວງສະຫວັນນະເຂດ ລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບການປ່ອຍປະຕູລະບາຍນໍ້າເພື່ອບໍລິຫານຈັດການນໍ້າຂອງເຂື່ອນໄຟຟ້າເຊລະນອງ 1 (ອ່ານລາຍລະອຽດແຈ້ງການລຸ່ມນີ້)

ສິງກະໂປມອບເຄື່ອງຊ່ວຍເຫລືອ ຜູ້ປະສົບໄພນ້ຳຖ້ວມຢູ່ລາວ

ພິທີມອບ-ຮັບເຄື່ອງຊ່ວຍເຫລືອບັນເທົາທຸກສຸກເສີມ ໄພນ້ຳຖ້ວມ ຈາກລັດຖະບານສິງກະໂປ ແລະ ອົງການກາແດງ ສິງກະໂປ ມອບໃຫ້ແກ່ ສປປ ລາວ ຈັດຂຶ້ນໃນວັນທີ 19 ກັນຍາ 2024 ຢູ່ສະໜາມບິນສາກົນວັດໄຕ...

ເປີດສັນຍາລັກເຄື່ອງດົນຕີອາຊຽນ ແລະ ປູກຕົ້ນໄມ້ທີ່ສວນປະຕູໄຊພາກຂະຫຍາຍ

ຄະນະຜູ້ແທນເຈົ້າຄອງນະຄອນຫຼວງອາຊຽນ ໄດ້ເຂົ້າຮ່ວມພິທີເປີດສັນຍາລັກເຄື່ອງດົນຕີອາຊຽນ ແລະ ປູກຕົ້ນໄມ້ທີ່ ສວນປະຕູໄຊພາກຂະຫຍາຍ ໃນວັນທີ 19 ກັນຍາ 2024, ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ນາລີ ສີສຸລິດ,...