spot_img
Homeຂ່າວຕ່າງປະເທດສົງຄາມຢູ່ເຢແມນ ຜັກດັນປະຊາຊົນໜີຕາຍ ອົບພະຍົບອອກນອກປະເທດ 114,000 ກ່ວາຄົນແລ້ວ!

ສົງຄາມຢູ່ເຢແມນ ຜັກດັນປະຊາຊົນໜີຕາຍ ອົບພະຍົບອອກນອກປະເທດ 114,000 ກ່ວາຄົນແລ້ວ!

Published on

Children ride on the back of a pick-up truck with their luggage as they flee Saudi-led air strikes in Sanaa

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 7 ຕຸລານີ້ວ່າ ມີປະຊາຊົນອົບພະຍົບຫລົບໜີຄວາມຮຸນແຮງຈາກສົງຄາມຢູ່ປະເທດເຢແມນແລ້ວ ຫລາຍກ່ວາ 114,000 ຄົນ ແລະ ຄາດວ່າຕົວເລກອາດເພີ່ມຂຶ້ນສູງຂຶ້ນຢ່າງໜ້ອຍ 200,000 ຄົນ ພາຍໃນທ້າຍປີ 2016 ມຸ່ງໜ້າສູ່ປະເທດເອທິໂອປີ, ໂຊມາລີ ແລະ ຊູດັງ ເນື່ອງຈາກສົງຄາມທີ່ເລີ່ມຂຶ້ນໃນເດືອນມີນາຜ່ານມາ ພາຍຫລັງພັນທະມິດຊາດອາຫລັບ ນຳໂດຍປະເທດອາຣັບບີ ຊາອຸດິດ ໄດ້ເລີ່ມປະຕິບັດການໂຈມຕີທາງອາກາດໃສ່ເປົ້າໝາຍຕ່າງໆ ຕໍ່ກຸ່ມຕິດອາວຸດຮູຕິ ພາຍໃນປະເທດເຢແມນ ເພື່ອປົກປ້ອງປະທານາທິບໍດີ ອັນດຸນ ຣັບບູ ມານຊູ ຮາດີ ແຫ່ງເຢແມນ ທີ່ຖືກກຸ່ມຕິດອາວຸດຍຶດອຳນາດການປົກຄອງ.

 

 

ບົດຄວາມຫຼ້າສຸດ

ລັດຖະບານ ໂດນັລ ທຣຳ ປະທານາທິບໍດີແຫ່ງສະຫະລັດ ພິຈາລະນາປິດສະຖານທູດ-ສະຖານກົງສຸນຕ່າງປະເທດ ເກຶອບ 30 ແຫ່ງ.

ລັດຖະບານ ໂດນັລ ທຣຳ ປະທານາທິບໍດີແຫ່ງສະຫະລັດ ພິຈາລະນາປິດສະຖານທູດ-ສະຖານກົງສຸນຕ່າງປະເທດ ເກຶອບ 30 ແຫ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ເມສາ 2025 ນີ້ວ່າ: ລັດທະບານຂອງປະທານາທິບໍດີ ໂດນັລ...

“ປະຫວັດຄວາມເປັນມາຂອງບຸນປີໃໝ່ລາວ” (ປະຫວັດນາງສັງຂານເທບພະທິດາທັງ 07)

"ປະຫວັດຄວາມເປັນມາຂອງບຸນປີໃໝ່ລາວ"(ປະຫວັດນາງສັງຂານເທບພະທິດາທັງ 07) ຄວາມເປັນມາຂອງນາງສັງຂານ (ບຸນປີໃໝ່ລາວ) ໃນອະດີດຕະການດົນນານມາແລ້ວ... ໃນສະໄໝນັ້ນມີເຈົ້າຜູ້ຄອງເມືອງສະຫວັນອົງໜື່ງຊື່ "ພະຍາກະບິນລະພຣົມ" ເປັນຄົນມີພູມປັນຍາສະຫຼາດອາດຫານເກັ່ງກ້າສາມາດບໍ່ມີຜູ້ໃດມາທຽມໄດ້ເປັນເທບແຫ່ງສວງສະຫວັນວິມານຊັ້ນຟ້າ (ຊັ້ນພຣົມ), ຢູ່ມາມື້ໜຶ່ງບັນດາເສນາອາມາດໄດ້ຮູ້ຂ່າວວ່າມີຊາຍໜຸ່ມຄົນໜື່ງໃນໂລກມະນຸດສະຫຼາດຫຼັກແຫຼມເປັນນັກປຣາດບັນດິດຈື່ງເຊີນເຂົ້າມາໃນເມືອງສະຫວັນເພື່ອທ້າສະໝອງລອງປັນຍາດ້ວຍເຫດເລົ່າກັນມາມີດັ່ງນີ້: "ພະຍາກະບິນລະພຣົມ" ຈຶ່ງໄດ້ທ້າສະໝອງລອງປັນຍາ ກັບທ່ານນັກປຣາດຜູ້ຮຽນຈົບໄຕຼເພດ (ຄວາມຮູ້ຂັ້ນສູງສາມຢ່າງ ໄດ້ແກ່...

ເຫດເຮລິຄອບເຕີ ຕົກລົງແມ່ນໍ້າຮັດສັນ ນະຄອນນິວຢອກ ສະຫະລັດອາເມລິກາ ເສຍຊີວິດ 6 ຄົນ

ເສຍຊີວິດໝົດລຳ! ເຫດເຮລິຄອບເຕີ ຕົກລົງແມ່ນໍ້າຮັດສັນ ນະຄອນນິວຢອກ ສະຫະລັດອາເມລິກາ ເສຍຊີວິດ 6 ຄົນ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງບາຍຂອງວັນທີ 10 ເມສາ 2025 ກີດເຫດເຮລິຄອບເຕີລຳໜຶ່ງປະສົບອຸບັດເຫດຄົກລົງໃນແມ່ນໍ້າຮັດສັນ ບໍລິເວນທ່າເຮືອ 40...

ພິທີມອບ​-ຮັບໂຄງການກໍ່ສ້າງ,​ ປັບປຸງ,​ ສ້ອມແປງ ອາຄານຫໍພິພິທະພັນແຂວງຈຳປາສັກ ມູນຄ່າ 15 ຕື້ດົງ

ພິທີມອບ​-ຮັບໂຄງການກໍ່ສ້າງ,​ ປັບປຸງ,​ ສ້ອມແປງ ອາຄານຫໍພິພິທະພັນແຂວງຈຳປາສັກ. ວັນທີ 11 ເມສາ 2025,​ ໄດ້ມີພິທີມອບ​-ຮັບໂຄງການກໍ່ສ້າງ,​ ປັບປຸງ,​ ສ້ອມແປງ ອາຄານຫໍພິພິທະພັນແຂວງຈຳປາສັກ ແຕ່ກ່ອນແມ່ນອາຄານຫ້ອງການພະແນກການຕ່າງປະເທດແຂວງ ຫຼື​ ອາຄານເກົ່າຫ້ອງວ່າການແຂວງ.​...