spot_img
Homeຂ່າວຕ່າງປະເທດເກີດເຫດເຄນຫັກ ພັງໃສ່ໂບດມຸດສະລີມຢູ່ ອາຣັບບີ ຊາອຸດິດ ມີຜູ້ເສຍຊິວິດ 107 ຄົນ!

ເກີດເຫດເຄນຫັກ ພັງໃສ່ໂບດມຸດສະລີມຢູ່ ອາຣັບບີ ຊາອຸດິດ ມີຜູ້ເສຍຊິວິດ 107 ຄົນ!

Published on

RRR 400

ຂປລ. ຕາມ​ຂ່າວ​ຕ່າງປະ​ເທດ, ວັນ​ທີ 12 ກັນຍາ 2015, ​ເຈົ້າ​ໜ້າ​ທ່ີ ອາຣັບບີ​ ຊາ​ອຸ​ດິດ ​ໃຫ້​ຮູ້​ວ່າ ​ເກີດ​ເຫດ​ເຄື່ອງ​ຍົກຂອງ​ໜັກ (ເຄນ) ພັງ​ລົງ​ໃສ່ ​ໂບດມຸດ​ສະລີ​ມ (the Masjid al-Haram purchase) ​​ ຢູ່​ນະ​ຄອນ ​ເມກ​ກະ ຂອງ​ປະ​ເທດ​ນີ້ ເຮັດ​ໃຫ້​ມີ​ ຜູ້​ເສຍ​ຊິວິດ 107 ຄົນ ບາດ​ເຈັບ​ ຢ່າງ​ຫລວງຫລາຍ. ສ່ວນ​ສາ​ເຫດ ​ຕົ້ນຕໍ​ ຍັງ​ບໍ່ທັນ​ຮູ້​ລາຍ​ລະອຽດ. ປັດຈຸບັນ, ​ເຈົ້າ​ໜ້າ​ທ່ີ ຕຳ​ຫລວດ ອາຣັບບີ​ ຊາ​ອຸ​ດິດ ພວມ​ດຳ​ເນີນ​ ການ​ສືບ​ສວນ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ຮ່ວມມືກັບ ກຸ່ມບໍລິສັດ YCH ເດີນຫນ້າຮ່ວມມືກັນໃນການຂົນສົ່ງສິນຄ້າກະສິກໍາຂ້າມແດນຫຼາຍຮູບແບບ

ບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ຮ່ວມມືກັບ ກຸ່ມບໍລິສັດ YCH ເດີນຫນ້າຮ່ວມມືກັນໃນການຂົນສົ່ງສິນຄ້າກະສິກໍາຂ້າມແດນຫຼາຍຮູບແບບ ເພື່ອເສີມສ້າງຄວາມເຊື່ອມໂຍງຂອງພູມິພາກອາຊຽນ ບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ແລະ ກຸ່ມບໍລິສັດ...

ກຸ່ມບໍລິສັດ ພອນສັກ ລົງທຶນ 4 ຕື້ໂດລາ ສ້າງໂຮງງານໄຟຟ້າພະລັງງານຄວາມຮ້ອນຖ່ານຫີນຂະຫນາດໃຫຍ່ຢູ່ແຂວງເຊກອງ

ກຸ່ມບໍລິສັດ ພອນສັກ ລົງທຶນ 4 ຕື້ໂດລາ ສ້າງໂຮງງານໄຟຟ້າພະລັງງານຄວາມຮ້ອນຖ່ານຫີນຂະຫນາດໃຫຍ່ຢູ່ແຂວງເຊກອງ ສົ່ງອອກກຳປູເຈຍ. ໃນວັນທີ 2 ເມສາ 2025 ໄດ້ຈັດພິທີວາງສິລາລຶກຢ່າງເປັນທາງການ ສຳລັບໂຄງການໄຟຟ້າພະລັງງານຄວາມຮ້ອນຖ່ານຫີນທີ່ເມືອງກະລືມ, ແຂວງເຊກອງ ພາກໃຕ້ຂອງ...

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນ ຈັດຂຶ້ນຢູ່ນະຄອນບຣູດເຊວ, ປະເທດເບວຢຽ

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນອີກຄັ້ງ ເມື່ອສອງຜະລິດຕະພັນຂອງບໍລິສັດຄື: ເບຍລາວ ແລະ ເບຍລາວກຣີນ ຄວ້າລາງວັນຫຼຽນຄຳດ້ານຄຸນນະພາບໃນງານ Monde Selection ຄັ້ງທີ 64 ເຊິ່ງເປັນງານມອບລາງວັນດ້ານຄຸນນະພາບລະດັບໂລກ ທີ່ໄດ້ຈັດຂຶ້ນຢູ່ນະຄອນບຣູດເຊວ,...

ພາກເໜືອ-ກາງ ກຽມຮັບມືກັບຝົນຕົກໃນໄລຍະວັນທີ 12 ຫາ 17 ເມສາ 2025

ຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ, ຫມາກເຫັບຕົກ ແລະ ລົມພັດແຮງ ໃນໄລະຍະວັນທີ 12 ຫາ 17 ເມສາ 2025 ຄວາມກົດດັນສູງອາກາດເຢັນທີ່ປະເທດຈີນຈະແຜ່ລົງມາປົກຄຸມຢູ່ເຂດພາກເຫນືອ ແລະ ພາກກາງ...