spot_img
Homeຂ່າວຕ່າງປະເທດລັດຖະສະພາກູບາ ໃຫ້ສັດຕະຍະບັນ ຟື້ນຟູຄວາມສຳພັນປົກກະຕິ ກັບອາເມຣິກາແລ້ວ

ລັດຖະສະພາກູບາ ໃຫ້ສັດຕະຍະບັນ ຟື້ນຟູຄວາມສຳພັນປົກກະຕິ ກັບອາເມຣິກາແລ້ວ

Published on

557000015086201

 

ລັດຖະສະພາກູບາ ໄດ້ຕົກລົງໃຫ້ສັດຕະຍາບັນຢ່າງເປັນເອກະພາບ ມື້ວານນີ້ (19 ທັນວາ) ເພື່ອຮັບຮອງຂໍ້ຕົກລົງລະ

ຫວ່າງກູບາ ແລະ ສະຫະລັດອາເມຣິກາ ຄືນສູ່ຄວາມສຳພັນປົກກະຕິ ຫລັງປໍລະປັກມາດົນກ່ວາເຄິ່ງສະຕະວັດ.

 

ກອງປະຊຸມລັດຖະສະພາກູບາ ສະໄໝສາມັນ ໃນວັນທີ 19 ທັນວາຜ່ານມານີ້ ໄດ້ມີການອະພິປາຍບັນຫາກ່ຽວກັບຂໍ້ຕົກລົງ

ອັນເປັນປະຫວັດສາດ ໃນການຄືນຄວາມສຳພັນອັນເປັນປົກກະຕິກັບສະຫະລັດອາເມຣິກາ ພາຍຫລັງທີ່ທາງການຂອງສະ

ຫະລັດ ໄດ້ປະກາດຫັນປ່ຽນນະໂຍບາຍປິດລ້ອມກູບາ ແລະ ຈະດຳເນີນການພົວພັນທາງການທູດ ຢ່າງເປັນປົກກະຕິກັບກູ

ບາ ທີ່ປະກາດໂດຍປະທານາທິບໍດີ ບາຣັກ ໂອບາມາ ເມື່ອວັນທີ 17 ທັນວາ 2014 ທີ່ຜ່ານມາ.

 

ທີ່ປະຊຸມໄດ້ມີການລົງມະຕິຢ່າງເປັນເອກະພາບກັນ ເພື່ອໃຫ້ສັດຕະຍະບັນ ຮັບຮອງຂໍ້ຕົກລົງຟື້ນຟູຄວາມສຳພັນກັບສະ

ຫະລັດອາເມຣິກາຢ່າງເປັນປົກກະຕິ.

 

ບົດຄວາມຫຼ້າສຸດ

ບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ຮ່ວມມືກັບ ກຸ່ມບໍລິສັດ YCH ເດີນຫນ້າຮ່ວມມືກັນໃນການຂົນສົ່ງສິນຄ້າກະສິກໍາຂ້າມແດນຫຼາຍຮູບແບບ

ບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ຮ່ວມມືກັບ ກຸ່ມບໍລິສັດ YCH ເດີນຫນ້າຮ່ວມມືກັນໃນການຂົນສົ່ງສິນຄ້າກະສິກໍາຂ້າມແດນຫຼາຍຮູບແບບ ເພື່ອເສີມສ້າງຄວາມເຊື່ອມໂຍງຂອງພູມິພາກອາຊຽນ ບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ແລະ ກຸ່ມບໍລິສັດ...

ກຸ່ມບໍລິສັດ ພອນສັກ ລົງທຶນ 4 ຕື້ໂດລາ ສ້າງໂຮງງານໄຟຟ້າພະລັງງານຄວາມຮ້ອນຖ່ານຫີນຂະຫນາດໃຫຍ່ຢູ່ແຂວງເຊກອງ

ກຸ່ມບໍລິສັດ ພອນສັກ ລົງທຶນ 4 ຕື້ໂດລາ ສ້າງໂຮງງານໄຟຟ້າພະລັງງານຄວາມຮ້ອນຖ່ານຫີນຂະຫນາດໃຫຍ່ຢູ່ແຂວງເຊກອງ ສົ່ງອອກກຳປູເຈຍ. ໃນວັນທີ 2 ເມສາ 2025 ໄດ້ຈັດພິທີວາງສິລາລຶກຢ່າງເປັນທາງການ ສຳລັບໂຄງການໄຟຟ້າພະລັງງານຄວາມຮ້ອນຖ່ານຫີນທີ່ເມືອງກະລືມ, ແຂວງເຊກອງ ພາກໃຕ້ຂອງ...

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນ ຈັດຂຶ້ນຢູ່ນະຄອນບຣູດເຊວ, ປະເທດເບວຢຽ

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນອີກຄັ້ງ ເມື່ອສອງຜະລິດຕະພັນຂອງບໍລິສັດຄື: ເບຍລາວ ແລະ ເບຍລາວກຣີນ ຄວ້າລາງວັນຫຼຽນຄຳດ້ານຄຸນນະພາບໃນງານ Monde Selection ຄັ້ງທີ 64 ເຊິ່ງເປັນງານມອບລາງວັນດ້ານຄຸນນະພາບລະດັບໂລກ ທີ່ໄດ້ຈັດຂຶ້ນຢູ່ນະຄອນບຣູດເຊວ,...

ພາກເໜືອ-ກາງ ກຽມຮັບມືກັບຝົນຕົກໃນໄລຍະວັນທີ 12 ຫາ 17 ເມສາ 2025

ຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ, ຫມາກເຫັບຕົກ ແລະ ລົມພັດແຮງ ໃນໄລະຍະວັນທີ 12 ຫາ 17 ເມສາ 2025 ຄວາມກົດດັນສູງອາກາດເຢັນທີ່ປະເທດຈີນຈະແຜ່ລົງມາປົກຄຸມຢູ່ເຂດພາກເຫນືອ ແລະ ພາກກາງ...