spot_img
Homeຂ່າວຕ່າງປະເທດແຮດຂາວເໜືອ ຕາຍອີກ 1 ໂຕ ເຫລືອພຽງແຕ່ 5 ໂຕເທົ່ານັ້ນໃນໂລກ!

ແຮດຂາວເໜືອ ຕາຍອີກ 1 ໂຕ ເຫລືອພຽງແຕ່ 5 ໂຕເທົ່ານັ້ນໃນໂລກ!

Published on

z-1_265

 

ແຮດຂາວເໜືອ ຕາຍອີກ 1 ໂຕ ເຮັດໃຫ້ໃນປັດຈຸບັນຍັງເຫລືອແຮດຂາວເໜືອຢູ່ໃນໂລກນີ້ ພຽງແຕ່ 5 ໂຕ ເທົ່ານັ້ນ

ເຊິ່ງເປັນສັດທີ່ສ່ຽງແກ່ການສູນພັນຢ່າງເຕັມທີ່.

 

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 16 ທັນວານີ້ວ່າ ແຮດຂາວເໜືອ (Northern white rhinoceros)

ເຊິ່ງເປັນ 1 ໃນ 6 ໂຕສຸດທ້າຍທີ່ເຫລືອມີຊີວິດຢູ່ໃນໂລກນີ້ ໄດ້ຕາຍລົງແລ້ວດ້ວຍໂລກຊະລາ ເມື່ອວັນທີ 14 ທັນວາທີ່

ຜ່ານມານີ້  ພາຍໃນສວນຊາຟາລີ ຊານດິເອໂກ ສະຫະລັດອາເມຣິກາ ອັນໄດ້ເຮັດໃຫ້ຈຳນວນແຮດຂາວເໜືອ ທີ່ສ່ຽງ

ສູນພັນຢູ່ແລ້ວນັ້ນ ຍິ່ງໜ້ອຍລົງຕື່ມອີກ ຍັງເຫລືອພຽງ 5 ໂຕເທົ່ານັ້ນໃນປັດຈຸບັນນີ້.

 

ແຫລ່ງຂ່າວລະບຸວ່າ ແຮດຂາວເໜືອທີ່ເສຍຊີວິດໄປນັ້ນ ເປັນແຮດອາຍຸ 44​ ປີ ໂດຍຖືກນຳມາຈາກສວນສັດຄາທຸມ

ໃນປະເທດຊູດານ ເມື່ອເດືອນສິງຫາ ປີ 2010, ສ່ວນຈຳນວນທີ່ເຫລືອອີກ 5 ໂຕໃນໂລກນີ້ ແມ່ນອີກໂຕໜຶ່ງເປັນເພດ

ແມ່ ອາໄສຢູ່ໃນສວນສັດຊານດິເອໂກບ່ອນດຽວກັນ, ມີອີກ 1 ໂຕເພດແມ່ ຢູ່ໃນສວນສັດຂອງສາທາລະນະລັດເຊັກ

ແລະ ອີກ 3 ໂຕທີ່ເຫລືອ ແມ່ນຢູ່ໃນປະເທດເຄນຢ່າ ໂດຍມີໂຕຜູ້ພຽງໂຕດຽວ.

 

ບົດຄວາມຫຼ້າສຸດ

ບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ຮ່ວມມືກັບ ກຸ່ມບໍລິສັດ YCH ເດີນຫນ້າຮ່ວມມືກັນໃນການຂົນສົ່ງສິນຄ້າກະສິກໍາຂ້າມແດນຫຼາຍຮູບແບບ

ບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ຮ່ວມມືກັບ ກຸ່ມບໍລິສັດ YCH ເດີນຫນ້າຮ່ວມມືກັນໃນການຂົນສົ່ງສິນຄ້າກະສິກໍາຂ້າມແດນຫຼາຍຮູບແບບ ເພື່ອເສີມສ້າງຄວາມເຊື່ອມໂຍງຂອງພູມິພາກອາຊຽນ ບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ແລະ ກຸ່ມບໍລິສັດ...

ກຸ່ມບໍລິສັດ ພອນສັກ ລົງທຶນ 4 ຕື້ໂດລາ ສ້າງໂຮງງານໄຟຟ້າພະລັງງານຄວາມຮ້ອນຖ່ານຫີນຂະຫນາດໃຫຍ່ຢູ່ແຂວງເຊກອງ

ກຸ່ມບໍລິສັດ ພອນສັກ ລົງທຶນ 4 ຕື້ໂດລາ ສ້າງໂຮງງານໄຟຟ້າພະລັງງານຄວາມຮ້ອນຖ່ານຫີນຂະຫນາດໃຫຍ່ຢູ່ແຂວງເຊກອງ ສົ່ງອອກກຳປູເຈຍ. ໃນວັນທີ 2 ເມສາ 2025 ໄດ້ຈັດພິທີວາງສິລາລຶກຢ່າງເປັນທາງການ ສຳລັບໂຄງການໄຟຟ້າພະລັງງານຄວາມຮ້ອນຖ່ານຫີນທີ່ເມືອງກະລືມ, ແຂວງເຊກອງ ພາກໃຕ້ຂອງ...

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນ ຈັດຂຶ້ນຢູ່ນະຄອນບຣູດເຊວ, ປະເທດເບວຢຽ

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນອີກຄັ້ງ ເມື່ອສອງຜະລິດຕະພັນຂອງບໍລິສັດຄື: ເບຍລາວ ແລະ ເບຍລາວກຣີນ ຄວ້າລາງວັນຫຼຽນຄຳດ້ານຄຸນນະພາບໃນງານ Monde Selection ຄັ້ງທີ 64 ເຊິ່ງເປັນງານມອບລາງວັນດ້ານຄຸນນະພາບລະດັບໂລກ ທີ່ໄດ້ຈັດຂຶ້ນຢູ່ນະຄອນບຣູດເຊວ,...

ພາກເໜືອ-ກາງ ກຽມຮັບມືກັບຝົນຕົກໃນໄລຍະວັນທີ 12 ຫາ 17 ເມສາ 2025

ຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ, ຫມາກເຫັບຕົກ ແລະ ລົມພັດແຮງ ໃນໄລະຍະວັນທີ 12 ຫາ 17 ເມສາ 2025 ຄວາມກົດດັນສູງອາກາດເຢັນທີ່ປະເທດຈີນຈະແຜ່ລົງມາປົກຄຸມຢູ່ເຂດພາກເຫນືອ ແລະ ພາກກາງ...