spot_img
Homeມູມໄອທີລາວຫຼຸດເພີ່ມຕື່ມຮູບແລະລາຍລະອຽດສະເປັກຂອງ HTC One X9

ຫຼຸດເພີ່ມຕື່ມຮູບແລະລາຍລະອຽດສະເປັກຂອງ HTC One X9

Published on

image

ຫຼັງຈາກທີ່ມື້ວານນີ້ໄດ້ສະເໜີຂ່າວກ່ຽວກັບຮູບຫຼຸດຂອງສະມາດໂຟນໃໝ່ນັ້ນກໍຄື HTC One X9 ຫຼຸດຮູບພາບໃໝ່ຂອງສະມາດໂຟນ HTC One X9 ມາມື້ນີ້ເອງກໍມີຮູບໃໝ່ຫຼຸດອອກມາອີກແລ້ວແລະເພີ່ມຕື່ມກ່ຽວກັບສະເປັກຂອງໂຕເຄື່ອງ, ເຊິ່ງຮູບພາບທີ່ຫຼຸດອອກມານັ້ນສະແດງໃຫ້ເຫັນວ່າ ໂຕເຄື່ອງນັ້ນເຮັດດ້ວຍວັດສະດຸໂລຫະ,ລຳໂພງເປັນແບບ BoomSound , ຮູໃສ່ຊິມເປັນແບບທີ່ແກະອອກໄດ້ໂດຍທີ່ບໍ່ຈຳເປັນຕ້ອງໃຊ້ເຂັມຈິ້ມ ແລະ ບໍລິເວນກ້ອງຄ້າຍຄືກັບ Nexus 6P.

image

image

ສຳລັບສະເປັກຂອງ HTC One X9 ມີດັ່ງນີ້:
– ໃຊ້ງານຊິບປະມວນຜົນ MediaTek 6795 ຄວາມໄວທີ່ 2.2 GHz  ແລະ ຊິບປະມວນຜົນກຣາບຟິກ PowerVR G6200
– ໜ້າຈໍຂະໜາດ 5.5 ນິ້ວ ຄວາມລະອຽດ 1080 x 1920 (Full HD)
– ROM 16 GB
– RAM 2 GB ແລະ 3 GB (ມີສອງລຸ້ນໃຫ້ເລືອກ)
– ກ້ອງຫຼັງ 13MP ພ້ອມກັບລະບົບກັນສັ່ນ ISO
– ກ້ອງໜ້າ 4MP Ultrapixel ພ້ອມກັບຄວາມສາມາດເຊວຟີ້ໃນບ່ອນທີ່ມີແສງໜ້ອຍ (ຂ່າວເກົ່່າບອກ 5MP)
– ແບັດເຕີຣີໃຫ້ມາ 3000mAh

image

image

image

  ສຳລັບມື້ເປີດໂຕຢ່າງເປັນທາງການແມ່ນຊ່ວງປະມານຕົົ້ນປີໜ້າເດີ້ ^^

image

image

image

ທີ່ມາ:phonearena

ບົດຄວາມຫຼ້າສຸດ

ບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ຮ່ວມມືກັບ ກຸ່ມບໍລິສັດ YCH ເດີນຫນ້າຮ່ວມມືກັນໃນການຂົນສົ່ງສິນຄ້າກະສິກໍາຂ້າມແດນຫຼາຍຮູບແບບ

ບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ຮ່ວມມືກັບ ກຸ່ມບໍລິສັດ YCH ເດີນຫນ້າຮ່ວມມືກັນໃນການຂົນສົ່ງສິນຄ້າກະສິກໍາຂ້າມແດນຫຼາຍຮູບແບບ ເພື່ອເສີມສ້າງຄວາມເຊື່ອມໂຍງຂອງພູມິພາກອາຊຽນ ບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ແລະ ກຸ່ມບໍລິສັດ...

ກຸ່ມບໍລິສັດ ພອນສັກ ລົງທຶນ 4 ຕື້ໂດລາ ສ້າງໂຮງງານໄຟຟ້າພະລັງງານຄວາມຮ້ອນຖ່ານຫີນຂະຫນາດໃຫຍ່ຢູ່ແຂວງເຊກອງ

ກຸ່ມບໍລິສັດ ພອນສັກ ລົງທຶນ 4 ຕື້ໂດລາ ສ້າງໂຮງງານໄຟຟ້າພະລັງງານຄວາມຮ້ອນຖ່ານຫີນຂະຫນາດໃຫຍ່ຢູ່ແຂວງເຊກອງ ສົ່ງອອກກຳປູເຈຍ. ໃນວັນທີ 2 ເມສາ 2025 ໄດ້ຈັດພິທີວາງສິລາລຶກຢ່າງເປັນທາງການ ສຳລັບໂຄງການໄຟຟ້າພະລັງງານຄວາມຮ້ອນຖ່ານຫີນທີ່ເມືອງກະລືມ, ແຂວງເຊກອງ ພາກໃຕ້ຂອງ...

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນ ຈັດຂຶ້ນຢູ່ນະຄອນບຣູດເຊວ, ປະເທດເບວຢຽ

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນອີກຄັ້ງ ເມື່ອສອງຜະລິດຕະພັນຂອງບໍລິສັດຄື: ເບຍລາວ ແລະ ເບຍລາວກຣີນ ຄວ້າລາງວັນຫຼຽນຄຳດ້ານຄຸນນະພາບໃນງານ Monde Selection ຄັ້ງທີ 64 ເຊິ່ງເປັນງານມອບລາງວັນດ້ານຄຸນນະພາບລະດັບໂລກ ທີ່ໄດ້ຈັດຂຶ້ນຢູ່ນະຄອນບຣູດເຊວ,...

ພາກເໜືອ-ກາງ ກຽມຮັບມືກັບຝົນຕົກໃນໄລຍະວັນທີ 12 ຫາ 17 ເມສາ 2025

ຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ, ຫມາກເຫັບຕົກ ແລະ ລົມພັດແຮງ ໃນໄລະຍະວັນທີ 12 ຫາ 17 ເມສາ 2025 ຄວາມກົດດັນສູງອາກາດເຢັນທີ່ປະເທດຈີນຈະແຜ່ລົງມາປົກຄຸມຢູ່ເຂດພາກເຫນືອ ແລະ ພາກກາງ...