ປະທານປະເທດ ສສ ຫວຽດນາມ ຈະຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

president of vietnam

 

ໂດຍ​ຕອບ​ສະໜອງ​ຕາມ​ຄຳເຊີນ​ຂອງ​ສະຫາຍ ຈູມ​ມາລີ ໄຊຍະ​ສອນ ເລຂາທິການ​ໃຫຍ່ ປະທານ​ປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ພັນ​ລະ​ຍາ ສະຫາຍ ເຈື່ອງ ເຕິນ ຊາງ ປະທານ​ປະເທດ ແຫ່ງ ສາທາລະນະ​ລັດສັງຄົມ​ນິຍົມຫວຽດນາມ ພ້ອມ​ດ້ວຍ​ພັນລະ​ຍາ ແລະ ຄະນະ​ຜູ້​ແທນ​ຂັ້ນສູງ ຈະ​ໄດ້​ເດີນທາງ​ມາ​ຢ້ຽມຢາມ ເຮັດ​ວຽກທີ່ ສາທາລະນະ​ລັດ ປະຊາ​ທິ​ປະ​ໄຕ ປະຊາຊົນ​ລາວ ແຕ່ວັນ​ທີ 23-25 ມີນາ 2015 ເຊິ່ງ​ຄາດ​ວ່າ​ຜູ້ນຳ​ທັງ​ສອງ​ປະເທດ ຈະ​ຫາລື​ແລກປ່ຽນ​ຄວາມ​ເຫັນ​ທັງ​ພາຍ​ໃນ ແລະ ສາກົນ ທີ່​ມີ​ຄວາມ​ສົນໃຈ​ຮ່ວມ​ກັນ ແລະ ກໍ່​ເປັນ​ໂອກາດ​ທີ່​ທົ່ວ​ພັກ, ກອງທັບ, ປະຊາຊົນ​ລາວ​ທັງ​ຊາດ ພວມ​ສະຫຼອງ​ວັນ​ສ້າງຕັ້ງ​ພັກ​ປະຊາຊົນ​ປະຕິວັດ​ລາວ ຄົບຮອບ 60 ປີ ອີກ​ດ້ວຍ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່