spot_img
Homeຂ່າວເຫດການຈັບໂຈນໄດ້ແລ້ວ 1 ຄົນ ທີ່ກໍ່ເຫດປຸ້ນເອົາລົດຈັກ ແລະ ໃຊ້ມີດປາດໃສ່ຄໍເຈົ້າຂອງລົດ ຢູ່ແຄມຂອງ ນະຄອນປາກເຊ

ຈັບໂຈນໄດ້ແລ້ວ 1 ຄົນ ທີ່ກໍ່ເຫດປຸ້ນເອົາລົດຈັກ ແລະ ໃຊ້ມີດປາດໃສ່ຄໍເຈົ້າຂອງລົດ ຢູ່ແຄມຂອງ ນະຄອນປາກເຊ

Published on

ຈາກເຫດການລະທຶກຂວັນ 2 ໂຈນເພດຊາຍ ກໍ່ເຫດປຸ້ນເອົາລົດຈັກປະຊາຊົນ ໃນຕອນແລງວັນທີ 11 ພຶດສະພາ 2024 ຜ່ານມາ, ຢູ່ເສັ້ນທາງແຄມຂອງ ນະຄອນປາກເຊ ແຂວງຈຳປາສັກ ຕາມການລາຍງານຜູ້ເຫັນເຫດການໄດ້ເລົ່າວ່າ: ໂຈນໄດ້ໃຊ້ມີດຈີ້ໃສ່ຄໍເຈົ້າລົດຈັກ ແຕ່ເຈົ້າຂອງລົດບໍ່ຍອມຈຶ່ງຕໍ່ສູ້ກັນ ເຮັດໃຫ້ມີດຂອງໂຈນທີ່ຖືຢູ່ໃນມືໄດ້ປາດຄໍເຈົ້າຂອງລົດ ແລ້ວໂຈນກໍເອົາລົດຈັກຂອງຜູ້ບາດເຈັບໜີໄປ.

ທາງດ້ານພີ່ນ້ອງຜູ້ເສຍຫາຍໄດ້ແຈ້ງໃນວັນທີ 12 ພຶດສະພາໂດຍລະບຸວ່າ: ປັດຈຸບັນທາງດ້ານຜູ້ເສຍຫາຍປອດໄພແລ້ວ ໂດຍໄດ້ຫຍິບ 17 ເຂັມ ຈາກການຖືກມີດຄົນຮ້າຍປາດໃສ່ຄໍ ແລະ ກຳລັງຮັບການປິ່ນປົວຢູ່ໂຮງໝໍ, ຫຼ້າສຸດໃນວັນທີ 15 ພຶດສະພາ 2024 ນີ້ທາງດ້ານເຈົ້າໜ້າທີ່ສາມາດຈັບໂຕ 1 ໃນ 2 ຜູ້ກໍ່ເຫດປຸ້ນລົດຈັກໃນຄັ້ງນີ້ໄດ້ແລ້ວ.

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...