Homeນານາສາລະນີ້ຄືຜົນຂອງການບໍ່ຖອດຄອນແທກເລນເປັນເວລາ 6 ເດືອນ

ນີ້ຄືຜົນຂອງການບໍ່ຖອດຄອນແທກເລນເປັນເວລາ 6 ເດືອນ

Published on

eye1_1

ຄອນ​ແທກ​ເລນທີ່​ກາຍ​ເປັນ​ໜຶ່ງ​ໃນ​ແຟ​ຊັນ​ຂອງ​​ສາວໆບໍ່​ວ່າ​ຈະ​ເປັນ​ສາວໆທີ່​ມີ​ບັນຫາ​ທາງ​ສາຍ​ຕາ​ຫລື​ບໍ່​ກໍ​ຕາມເພາະ​ນອກ​ຈາກ​ຈະ​ສາມາດ​ໃຊ້​ແທນ​ແວ່ນ​ສາຍ​ຕາ​ໄດ້​ແລ້ວດຽວ​ນີ້​ກໍ​ຍັງມີ​ທັງ​ສີ​ສັນ​ແລະ​ລາຍ​ໃຫ້​ເລືອກ​ຫລາຍແຖມ​ຍັງ​ຊ່ວຍ​ໃຫ້​ຕາ​ເບິ່ງ​ໃຫຍ່​ໜ້າ​ຮັກ​ຄື​ສາວ​ເກົາ​ຫລີນໍາ​ອີກ​ຊຶ່ງ​ບາງ​ຄົົນທີ່​ຮູ້​ຈັກ​ວິທີ​ການ​ໃຊ້​ແລະ​ເຮັດ​ຄວາມ​ສະ​ອາດ​ຄອນ​ແທກ​ເລນ​ກໍ​ຄົງ​ຈະ​ບໍ່​ຄ່ອຍ​ປະ​ສົບ​ບັນຫາ​ຫຍັງ​ເທົ່າໃດແຕ່​ກໍ​ຍັງມີ​ອີກ​ສ່ວນຫນຶ່ງ​ທີ່​ໃຊ້​ຄອນ​ແທກ​ເລນ​ກັນ​ແບບ​ບໍ່​ລະ​ມັດ​ລະ​ວັງ​ເຊັ່ນ​ສາວ​ຊາວ​ໄຕ້​​ຫວັນ​ຄົນ​ນີ້ທີ່​ເວັບ​ໄຊMedical Dailyຈັບມາ​ເປັນ​ອຸ​ທາ​ຫອນ​ສອນ​ໃຈ​ຄົົນທີ່​ໃຊ້​ຄອນ​ແທກ​ເລນ​ເປັນ​ປະຈຳ​ກັນໃຜ​ທີ່​ບໍ່ມັກ​ຖອດ​ຄອນ​ແທກ​ເລນຫລື​ໃສ່​ຄອນ​ແທກ​ເລນ​ຕອນ​ນອນ​ຫລັບ​ໃນ​ເວລາ​ກາງ​ຄືນເຫັນ​ແລ້ວ​ຈະ​ຕ້ອງ​ຮີບ​ປ່ຽນ​ໃຈ
ສາວ​ຊາວ​ໄຕ້​ຫວັນ​ນີ້​ມີ​ນາມ​ວ່າLian Kaoນັກ​ສຶກ​ສາ​ໃນ​ລະ​ດັບ​ມະຫາ​ວິທະຍາ​ໄລອາຍຸ 23ປີທີ່​ຖືກ​ແພດ​ກວດ​ພົບ​ວ່າ​ດວງ​ຕາ​ຂອງ​ນາງ​ກຳ​ລັງ​ຕິດ​ເຊື້ອ​ຢ່າງ​ຮຸນແຮງ​ຊຶ່ງ​ເກີດ​ຈາກ​ການ​ທີ່​ນາງ​ບໍ່​ຍອມ​ຖອດ​ຄອນ​ແທກ​ເລນ​ເປັນ​ເວລາ​ເຖິງ6ເດືອນໂດຍ​ເຊື້ອ​ທີ່​ກຳ​ລັງ​ກັດ​ກິນ​ແກ້ວຕາ​ຂອງ​ນາງ​ເປັນ​ເຊື້ອ​ອະ​ມີ​ບາ​ສາຍ​ພັນ​ອະ​ຄັນ​ທາ​ມີ​ບາ(Acanthamoeba)ທີ່​ຖື​ເປັນ​ເຊື້ອ​ໂປ​ໂຕ​ຊົວ​ຊະນິດ​ໜຶ່ງ​ທີ່​ສາມາດ​ເຮັດໃຫ້​ເກີດ​ການ​ຕິດ​ເຊື້ອ​ຢ່າງ​ຮຸນແຮງ​ໃນ​ດວງ​ຕາ ຜິວ​ໜັງຫລື​ລະບົບ​ປະສາດ​ສ່ວນ​ກາງ​ໄດ້ປົກກະຕິ​ແລ້ວ​ເຊື້ອ​ເຫລົ່າ​ນີ້​ຈະອາໄສ​ຢູ່ໃນ​ດິນ,ຝຸ່ນ ບົວ​ອາບ​ນ້ຳຫລື​ແມ່ນແຕ່​ໃນ​ສະ​ລອຍນ້ຳ
ໂດຍ​ແພດ​ໄດ້​ເປີດ​ເຜີຍ​ວ່າ​ການ​ຕິດ​ເຊື້ອ​ອະ​ມີ​ບາ​ຊະນິດ​ນີ້​ເປັນ​ເລື່ອງ​ທີ່ເກີດຂື້ນ​ໄດ້​ຍາກ ແລະ​ເກືອບຈະ​ກວດ​ບໍ່​ພົບ​ຈົນ​ກວ່າ​ເຊື້ອ​ອະ​ມີ​ບາ​ຊະນິດ​ດັ່ງ​ກ່າວ​ຈະ​ສົ່ງ​ຜົນ​ໃຫ້​ເກີດ​ອາການ​ແບບ​ຮຸນແຣງຊຶ່ງ​ຖ້າ​​ມີການ​ປິ່ນປົວ​ທັນ​ທີ​ກໍ​ສາມາດ​ຫາຍ​ໄດ້ແຕ່​ໂດຍ​ສ່ວນ​ໃຫຍ່​ກວ່າ​ຈະ​ກວດ​ພົບ​ອາການ​ກໍ​ເຮັດໃຫ້​ການ​ປິ່ນປົວ​​ຊ້າ​ຈົນ​ສາຍ​ເກີນ​ໄປ
ສຳຫລັບ​ກໍລະນີ​ຂອງ​ນັກ​ສຶກ​ສາ​ສາວ​ຄົນ​ນີ້ວາລະ​ສານ​ທາງ​​​ແພດThe Journal of Optometryໄດ້​ເປີດ​ເຜີຍ​ວ່າ​ການ​ຕິດ​ເຊື້ອ​ດັ່ງ​ກ່າວ​ເປັນ​ພາ​ວະ​ແຊກ​ຊ້ອນ​ທີ່​ອາດ​ເຮັດໃຫ້​ເກີດ​ການ​ຕາບອດ​ໄດ້ໂດຍ​ສາ​ເຫດ​ເກີດ​ມາ​ຈາກ​ທີ່​ຍິງ​ສາວ​ຄົນ​ນີ້​ໄດ້​ສວມ​ໃສ່​ຄອນ​ແທກ​ເລນ​ຕະຫລອດ​ເວລາແມ່ນແຕ່​ໃນ​ຂະນະ​ທີ່​ລອຍນໍ້າຕິດ​ຕໍ່​ກັນ​ເປັນ​ເວລາ6ເດືອນໂດຍ​ບໍ່​ໄດ້​ຖອດ​ອອກ​ມາ​ເຮັດ​ຄວາມ​ສະ​ອາດ​ເລີຍຊຶ່ງ​ຄວາມ​ປະ​ມາດ​​ໃນ​ເທື່ອ​ນີ້​ເຮັດໃຫ້​ນາງ​ອາດຈະ​ຕ້ອງ​ຕາບອດ​ໄປ​ຕະຫລອດ​ຊີ​ວິດ

ທັງ​ນີ້ Wu Jian Liangຜູ້​ອຳ​ນວຍ​ການແພດ​ກ່າວ​ວ່າ​ຜູ້​ທີ່​​ໃສ່​ຄອນ​ແທກ​ເລນ​ເປັນ​ກຸ່ມ​ທີ່​ມີ​ຄວາມ​ສ່ຽງ​ພະຍາດ​ທີ່​ກ່ຽວ​ຂ້ອງ​ກັບ​ດວງ​ຕາ​ໄດ້​ສູງບໍ່​ວ່າ​ຈະ​ເປັນ​ພາ​ວະ​ດວງ​ຕາ​ຂາດ​ອອກ​ຊິ​ເຈນ​ຈົນ​ເຮັດ​ໄປ​ທຳລາຍ​ພື້ນ​ຜິວ​ຂອງ​ດວງ​ຕາຫລື​ບາດແຜ​ນ້ອຍ​ໆ​ເຍື່ອ​ບຫຸ້ມ​ຕາ​ທີ່​ອາ​ຈະ​ເຮັດໃຫ້​ເກີດ​ການ​ຕິດ​ເຊື້ອ​ໄດ້​ງ່າຍດັ່ງ​ນັ້ນ​ເພື່ອ​ຄວາມ​ປອດ​ໄພ​ຈຶ່ງ​ບໍ່​ຄວນ​ໃຊ້​ຄອນ​ແທກ​ເລນ​ຄູ່​ເກົ່າ​ເກີນ​ກວ່າ1ເດືອນ​ເພື່ອ​ປ້ອງ​ກັນ​ອັນຕະລາຍ​ຈາກ​ການ​ຕິດ​ເຊື້ອ​ທີ່​ອາດ​ທຳລາຍ​ແກ້ວຕາ​ໄດ້​
eye2

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...