spot_img
Homeຂ່າວຕ່າງປະເທດຈີນຫ້າມຜູ້ຊາຍທີ່ມີລັກສະນະທ່າອຽງຄືແມ່ຍິງອອກສື່ ອ້າງຂັດວັດທະນະທຳ

ຈີນຫ້າມຜູ້ຊາຍທີ່ມີລັກສະນະທ່າອຽງຄືແມ່ຍິງອອກສື່ ອ້າງຂັດວັດທະນະທຳ

Published on

ເວັບໄຊ Global Times ລາຍງານ: ລັດຖະບານຈີນໄດ້ສັ່ງຫ້າມຜູ້ຊາຍທີ່ແຕ່ງກາຍຄ້າຍຄືແມ່ຍິງອອກອາກາດທາງໂທລະພາບ ອ້າງຂັດກັບວັດທະນະທຳ ພ້ອມເລັ່ງຂະຫຍາຍການລົນນະລົງເພື່ອຄວບຄຸມດ້ານທຸລະກິດ ແລະ ສັງຄົມ ທັງບັງຄັບໃຊ້ລະບຽບການວ່າດ້ວຍຄຸນນະທຳທີ່ທາງການກຳນົດອອກ.

ທາງການໄດ້ສັ່ງຫ້າມບັນດາສື່ອອກອາກາດຕ່າງໆໃນຈີນໃຫ້ຢຸດເຊົາໂຄສະນາສົ່ງເສີມຄວາມຄັ່ງໄຄ້ຜູ້ຊາຍທີ່ມີລັກສະນະຄ້າຍຄືແມ່ຍິງ ຫຼື ຜູ້ຊາຍທີ່ແຕ່ງກາຍຕາມແຟຊັ່ນອື່ນໆຄ້າຍຄືແມ່ຍິງ ພ້ອມທັງຫຼີກລ່ຽງການສົ່ງເສີມຄົນດັງທາງອິນເຕີເນັດທີ່ປະພຶດ ແລະ ເວົ້າຈາບໍ່ສຸພາບ ໂດຍອ້າງເຖິງຄວາມເປັນຫ່ວງເລື່ອງວັດທະນະທຳທີ່ບໍ່ຖືກຕ້ອງຕາມທຳນອງຄອງທຳ ອັນຈະເປັນການຊັກນຳເຍົາວະຊົນໃຫ້ຫຼົງປະພຶດຕົນໃນທາງທີ່ຜິດ. ພ້ອມກັນນັ້ນ, ລັດຖະບານຍັງໄດ້ຄວບຄຸມບັນດາອຸດສາຫະກຳທາງອິນເຕີເນັດຂອງຈີນຢ່າງເຂັ້ມງວດ.

ປະທານາທິບໍດີ ສີ ຈິນຜິງ ໄດ້ຮຽກຮ້ອງໃຫ້ມີ “ການຟື້ນຟູລະດັບຊາດ” ດ້ວຍການຄວບຄຸມດ້ານທຸລະກິດ, ການສຶກສາ, ວັດທະນະທຳ ແລະ ສາສະໜາຂອງພັກກອມມູຍນິດ ທັງນີ້ກໍເພື່ອເຮັດໃຫ້ສອດຄ່ອງກັບວິໄສທັດໃນການກໍ່ສ້າງປະເທດຈີນໃຫ້ມີອຳນາດເພີ່ມຂຶ້ນ ແລະ ສັງຄົມມີສຸຂະພາບດີຂຶ້ນ ຂະນະນະທີ່ລັດຖະບານຍັງໄດ້ຫຼຸດຜ່ອນການເຂົ້າເຖິງເກມອອນລາຍຂອງເດັກນ້ອຍເຍົາວະຊົນນຳອີກ.

ການຈັດຕັ້ງເຄື່ອນໄຫວດັ່ງກ່າວມີຂຶ້ນໃນຂະນະທີ່ຈີນເລີ່ມດຳເນີນການຄວບຄຸມຊີວິດສ່ວນຕົວຂອງພົນລະເມືອງຕົນໃຫ້ເຂັ້ມງວດເພີ່ມຂຶ້ນ ໂດຍມີຂ່າວວ່າ ລັດຖະບານຈີນຈະຈຳກັດການນຳໃຊ້ເກມຄອມພິວເຕີສຳລັບກຸ່ມເຍົາວະຊົນໃນຕົ້ນເດືອນນີ້.

ບົດຄວາມຫຼ້າສຸດ

ທຳລາຍໃຫ້ໝົດ! ຄໍາມ່ວນຈູດຢາເສບຕິດທີ່ຍຶດມາໄດ້ຫຼາຍລາຍການ

ພິທີຈູດທຳລາຍຢາເສບຕິດໄດ້ຈັດຂຶ້ນວັນທີ 11 ຕຸລາ 2024 ຢູ່ທີ່ສະໜາມກິລາ ແຂວງຄຳມ່ວນ, ເນື່ອງໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດຄົບຮອບ 23 ປີ (12 ຕຸລາ 2001 - 12...

ນັກກີລາຍິງປືນລາວ ຄວ້າ 5 ລາງວັນ ການແຂ່ງຂັນປືນສັ້ນສິນລະປະຍຸດ ລະດັບ 2 ທີ່ປະເທດໄທ

ການແຂ່ງຂັນປືນສັ້ນສິນລະປະຍຸດ ລະດັບ 2 ຈັດຂຶ້ນໃນວັນທີ 12 ຕຸລາ ທີ່ຜ່ານມາ, ຢູ່ຈັງຫວັດຂອນແກ່ນ ປະເທດໄທ ມີນັກກີລາເຂົ້າຮ່ວມທັງໝົດ 72 ຄົນ. ໃນນັ້ນ, ມີນັກກີລາລາວເຂົ້າ...

ແຕ່ງຕັ້ງ ທ່ານ ທອງເພັດ ຜຸຍຍະວົງ ເປັນປະທານສານປະຊາຊົນຄຳມ່ວນ ຜູ້ໃໝ່

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ ປະທານສານປະຊາຊົນ ແຂວງຄຳມ່ວນ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 11 ຕຸລາ 2024 ຢູ່ທີ່ເຮືອນຮັບແຂກ...

ພະຍາກອນອາກາດ ປະຈຳວັນທີ 14 ຕຸລາ 2024

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ພາກເໜືອ ລົງຫາ ພາກກາງຂອງປະເທດລາວ ດ້ວຍກຳລັງອ່ອນ, ສົມທົບກັບກະແສລົມຕາເວັນອອກພັດປົກຄຸມ. ຊຶ່ງຈະເຮັດໃຫ້ອາກາດຈະເຢັນໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ແລະ ຍັງຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ...