spot_img
Homeຂ່າວຕ່າງປະເທດສະຫຼົດ! ບ້ານເສດຖີໃນກໍປູເຈຍ ແຈກອັງເປົາ ເປັນເຫດເຮັດໃຫ້ປະຊາຊົນຢຽບກັນຈົນເສຍຊີວິດ 4 ຄົນ

ສະຫຼົດ! ບ້ານເສດຖີໃນກໍປູເຈຍ ແຈກອັງເປົາ ເປັນເຫດເຮັດໃຫ້ປະຊາຊົນຢຽບກັນຈົນເສຍຊີວິດ 4 ຄົນ

Published on

ສຳນັກຂ່າວຕ່າງປະເທດລາຍງານໃນເຊົ້າວັນທີ 23 ມັງກອນ 2025 ເກີດເຫດສະຫຼົດຂຶ້ນທີ່ປະເທດກໍປູເຈຍ ເມື່ອມີບ້ານເສດຖີຫຼັງໜຶ່ງ ໄດ້ເຮັດການແຈກອັງເປົາເພື່ອສະເຫຼີມສະຫຼອງວັນກຸດຈີນ ຈາກນັ້ນປະຊາຊົນຈຳນວນຫຼາຍຈຶ່ງໄດ້ແຫ່ພາກັນໄປບ້ານຫຼັງດັ່ງກ່າວ ເມື່ອຈຳນວນຄົນເພີ່ມຫຼາຍຂຶ້ນເຮັດໃຫ້ ບາງຄົນເປັນລົມ ຈຶ່ງເກີດເປັນເຫດເຮັດໃຫ້ຄົນຢຽບກັນເສຍຊີວິດ 4 ຄົນ ແລະ ບາດເຈັບ 5 ຄົນ.

ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນໄດ້ໄປຮອດຈຸດເກີດເຫດຢ່າງວ່ອງໄວ ເພື່ອຊ່ວຍເຫຼືອອົບພະຍົບຜູ້ບາດເຈັບ ແລະ ຄຸ້ມຄອງການສັນຈອນບໍ່ໃຫ້ເກີດຄວາມແອອັດ ເພື່ອອຳນວຍຄວາມສະດວກໃນການກະຈາຍຝູງຊົນ.

ຕາມການລາຍງານຂອງເຈົ້າໜ້າທີ່ລະບຸວ່າ: ພາຍຫຼັງເຈົ້າຂອງບ້ານຊາບເກີດເຫດດັ່ງກ່າວ ​ເຈົ້າຂອງບ້ານກໍໄດ້ມອບ​ເງິນ​ໃຫ້​ຄອບຄົວ​ຜູ້​ເສຍ​ຊີວິດ 10 ລ້ານ​ຣຽວ ແລະ 2 ລ້ານ​ຣຽວ​ໃຫ້​ຜູ້ທີ່ໄດ້​ບາດ​ເຈັບ. ນອກຈາກນັ້ນ, ທ່ານ Khuong Sreng ເຈົ້າຄອງນະຄອນ ຫຼວງພະນົມເປັນ ໄດ້ປະກອບສ່ວນ 5 ລ້ານຣຽວ ໃຫ້ແກ່ຄອບຄົວຜູ້ເສຍຊີວິດແຕ່ລະຄົນ ແລະ ເງິນຊ່ວຍເຫຼືອຜູ້ບາດເຈັບອີກ 2 ລ້ານຣຽວ ພ້ອມທັງມອບໂລງສົບໃຫ້ຜູ້ເສຍຊີວິດ.

ແຫຼ່ງຂ່າວ: eacnews.asia

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...