spot_img
Homeຂ່າວຄວາມສະຫງົບກັກຕົວເປົ້າໝາຍຄ້າຂາຍຢາເສບຕິດ ພ້ອມຂອງກາງຢາບ້າ ຈຳນວນ 60 ມັດ

ກັກຕົວເປົ້າໝາຍຄ້າຂາຍຢາເສບຕິດ ພ້ອມຂອງກາງຢາບ້າ ຈຳນວນ 60 ມັດ

Published on

ອີງຕາມການລາຍງານຂອງເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັນແລະຕ້ານຢາເສບຕິດ ປກສ ແຂວງຈຳປາສັກ ໃຫ້ຮູ້ວ່າ: ໃນເວລາ 12:00 ໂມງ ຂອງວັນທີ 10 ມັງກອນ 2025 ຜ່ານມາ, ເຈົ້າໜ້າທີ່ວິຊາສະເພາະ ໄດ້ລົງມ້າງຄະດີ ຢູ່ເຂດບ້ານຫ້ວຍກອງ ເມືອງປາກຊ່ອງ ແຂວງຈຳປາສັກ.

ຕາມການລາຍງານໄດ້ກັກຕົວຜູ້ຖືກຫາ 1 ຄົນຊື່: ທ້າວ ສໍ ລໍວັນໄຊ ອາຍຸ 27 ປີ, ເຊື້ອຊາດລາວ, ສັນຊາດລາວ, ກຳມະກອນ , ອາໃສຢູ່ບ້ານຫ້ວຍກອງ ເມືອງປາກຊ່ອງ ແຂວງຈຳປາສັກ ພ້ອມເຄື່ອງຂອງກາງຢາເສບຕິດ, ຢາບ້າຈຳນວນ 60 ມັດ ເທົ່າກັບ 120,000 ເມັດ ແລະ ໂທລະຊັບ 01 ໜ່ວຍ, ລົດຈັກເວັບຍີ່ຫໍ້ຮອນດ້າ ສີແດງບໍ່ມີປ້າຍ, ສາຍຄໍຄ້າຍຄືເງິນ 1 ເສັ້ນ, ປະຈຸບັນຄະດີແມ່ນຢູ່ໃນຂັ້ນຕອນການດຳເນີນການ ສືບສວນ-ສອບສວນ ຂອງເຈົ້າໜ້າທີ່ວິຊາສະເພາະເພື່ອຊອກຫາຜູ້ຮ່ວມຂະບວນການ ມາດຳເນີນຄະດີຕາມຂັ້ນຕອນກົດໝາຍ.

ແຫຼ່ງຂ່າວ: ປກສ ແຂວງຈຳປາສັກ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...