ລາວ-ກາຕ້າເຊັນສັນຍາຮ່ວມມືຂົນສົ່ງທາງອາກາດ

ໃນລະຫວ່າງວັນທີ 20-23/5/2017 ທີ່ຜ່ານມາ, ທ່ານ ບຸນຈັນ ສິນທະວົງ, ລັດຖະມົນຕີ ກະຊວງໂຍທາທິການ ແລະຂົນສົ່ງ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມປະເທດກາຕ້າ ພອ້ມໄດ້ເຊັນສັນຍາຮ່ວມມືຂົນສົ່ງທາງອາກາດ 2 ຝ່າຍ (Air Service Agreement (ASA)) ລະຫວ່າງລັດຖະບານ ສປປ ລາວ ແລະ ປະເທດກາຕາ ເຊິ່ງຕາງໜ້າໂດຍ ກະຊວງ ຍທຂ ສປປ ລາວ ແລະ ກະຊວງໂຍທາທິການ-ການສື່ສານ ປະເທດກາຕາ, ທີ່ນະຄອນຫລວງໂດຮາ ລັດກາຕາ.

ການລົງນາມໃນສັນຍາ 2 ຝ່າຍດັ່ງກ່າວເປັນສັນຍາເປີດກວ້າງການຮ່ວມມືດ້ານການບິນພົນລະເຮືອນ ລະຫວ່າງ ສປປ ລາວ ແລະ ປະເທດກາຕາ ໂດຍສະເພາະ ແມ່ນເພື່ອອຳນວຍຄວາມສະດວກ ໃຫ້ແກ່ສາຍການບິນທີ່ຖືກແຕ່ງ ຕັ້ງຂອງທັງສອງຝ່າຍ ສາມາດບິນໄປມາຫາສູ່ ແລະ ບິນຜ່ານນ່ານຟ້າຂອງກັນ ແລະ ກັນໄດ້, ແນໃສ່ຊຸກຍູ້ ແລະ ສົ່ງເສີມ ຂະແໜງການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ໃນຕໍ່ໜ້າ.

 

ແຫລ່ງຂ່າວ: www.laosupdate.com