Homeຂ່າວຕ່າງປະເທດUNICEF ເຜີຍ ມີເດັກນ້ອຍເກືອບ 50 ລ້ານຄົນທົ່ວໂລກ ຕ້ອງພັດພາກຈາກຖິ່ນຖານ ຍ້ອນສົງຄາມ-ຄວາມຂັດແຍ່ງ!

UNICEF ເຜີຍ ມີເດັກນ້ອຍເກືອບ 50 ລ້ານຄົນທົ່ວໂລກ ຕ້ອງພັດພາກຈາກຖິ່ນຖານ ຍ້ອນສົງຄາມ-ຄວາມຂັດແຍ່ງ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 7 ກັນຍານີ້ວ່າ ກອງທຶນເພື່ອເດັກ ແຫ່ງ ສະຫະປະຊາຊາດ (UNICEF) ໄດ້ອອກມາເປີດເຜີຍວ່າ ມີເດັກນ້ອຍເກືອບ 50 ລ້ານຄົນໃນທົ່ວໂລກ ທີ່ຕ້ອງພັດພາກຈາກຖິ່ນຖານບ້ານເກີດ ເນື່ອງຈາກໄພສົງຄາມ ແລະ ຄວາມຂັດແຍ່ງພາຍໃນປະເທດ ໂດຍທ່ານ ແອນໂທນີ ເລກ ຜູ້ອຳນວຍການ UNICEF ໄດ້ອອກມາຖະແຫລງໃນມື້ນີ້ (7 ກັນຍາ) ວ່າ ພາບຂອງເດັກນ້ອຍບາງຄົນເຊັ່ນ ໄອລັນ ກຸຣະດີ ທີ່ຖືກຄື້ນທະເລຊັດມາຄ້າງຢູ່ຫາດຊາຍ ຫລັງຈາກທີ່ເຮືອຜູ້ອົບພະຍົບຫລົ້ມ ຫລື ໃບໜ້າທີ່ເປື້ອນເລືອດຂອງ ອອມຣັນ ດັກນິສ ທີ່ຖືກພາຂຶ້ນລົດໂຮງໝໍ ຫລັງຈາກທີ່ເຮືອນຂອງເຂົາຖືກທຳລາຍ ໄດ້ສ້າງຄວາມຕົກຕະລຶງ ໃຫ້ແກ່ຄົນໃນທົ່ວໂລກ, ພ້ອມນັ້ນ ທ່ານ ຍັງໄດ້ລະບຸອີກວ່າ ເດັກນ້ອຍແຕ່ລະຄົນ ບໍ່ວ່າຈະເປັນຍິງ ຫລື ຊາຍ ລ້ວນແຕ່ເປັນຕົວແທນເດັກນ້ອຍທົ່ວໂລກ ທີ່ກຳລັງຕົກຢູ່ໃນອັນຕະລາຍ ແລະ ກະຕຸ້ນໃຫ້ພວກເຮົາ ມີຄວາມເມດຕາສົງສານຕໍ່ເດັກນ້ອຍທຸກຄົນ ທີ່ກຳລັງປະເຊີນກັບຊາຕາກຳອັນດຽວກັນ.

ທັງນີ້ ອົງການ UNICEF ໄດ້ຮຽກຮ້ອງໃຫ້ລັດຖະບານທົ່ວໂລກ ຢຸຕິການກັກຂັງເດັກນ້ອຍ ທີ່ຕ້ອງການອົບພະຍົບ ຫລື ຂໍສະຖານະລີ້ໄພ ໂດຍບໍ່ຄວນແຍກຄົນໃນຄອບຄົວອອກຈາກກັນ ແລະ ອະນຸຍາດໃຫ້ຜູ້ລີ້ໄພເດັກ ສາມາດເຂົ້າເຖິງການບໍລິການສາທາລະນະສຸກ ຕະຫລອດຈົນສົ່ງເສີມນະໂຍບາຍ ຢຸຕິຄວາມຄຽດຊັງບາດໝາງ ແລະ ແບ່ງແຍກກີດກັນທາງເຊື້ອຊາດ.

 

 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...