ອັງກິດກຽມນຳຫຼັກສູດຄວາມຫຼາກຫຼາຍທາງເພດເຂົ້າໃນຊັ້ນຮຽນລະດັບປະຖົມ

ທາງການອັງກິດອະນຸມັດການໃຊ້ໜັງສືພາບເປັນສື່ການສອນເດັກນັກຮຽນຊັ້ນປະຖົມສຶກສາໃນຫຼັກສູດພາກບັງຄັບ ວ່າດ້ວຍການມີສຳພັນທະພາບທີ່ດີ ແລະ ເພດສຶກສາ (relationships and sex education – RSE) ແລະ ຄວາມສະເໝີພາບຂອງກຸ່ມທີ່ມີຄວາມຫຼາກຫຼາຍທາງເພດ (LGBT)  ຊຶ່ງຈະເລີ່ມສອນໃຫ້ເດັກນັກຮຽນທົ່ວປະເທດນັບແຕ່ປີການສຶກສາໃໝ່ທີ່ຈະເລີ່ມໃນເດືອນກັນຍາ 2020.

ຊຶ່ງໜັງສືທີ່ວ່ານີ້ເປັນໜັງສືກາຕູນທີ່ຈະສອນໃຫ້ເດັກນ້ອຍໄດ້ຮຽນຮູ້ກ່ຽວກັບການຍອມຮັບຄວາມແຕກຕ່າງໃນສັງຄົມ ແລະ ການເຄົາລົບສິດທິຄວາມສະເໝີພາບຂອງເພື່ອນຮ່ວມສັງຄົມ ໂດຍໄດ້ຍົກຕົວຢ່າງຂອງວິຖີຊີວິດທີ່ຫຼາກຫຼາຍບໍ່ວ່າຈະເປັນເລື່ອງລາວຂອງຄູ່ຮັກເພດດຽວກັນ (ເພນກວິນ) ທີ່ຊ່ວຍກັນລ້ຽງລູກນ້ອຍ ຫຼື ຈະເປັນເລື່ອງລາວຂອງເດັກຊາຍທີ່ມີຄວາມຕ້ອງການຢາກແຕ່ງກາຍເປັນນາງເງືອກ ແລະ ເລື່ອງລາວຂອງຄູ່ຮັກ (ຍິງຮັກຍິງ) ແລະ ອື່ນໆ.

ເຖິງແມ່ນວ່າໜັງສືດັ່ງກ່າວຈະຖືກຕໍ່ຕ້ານຈາກບັນດາຜູ້ປົກຄອງທີ່ມີຄວາມຄິດອະນຸຮັກນິຍົມເຊັ່ນ ກຸ່ມຊາວຢິວອໍຣໂທດ໋ອກຊ ແລະ ຊາວມຸສລິມ ແຕ່ນັກການສຶກສາຊີ້ວ່າ ເດັກນ້ຍອຈະຕ້ອງໄດເ້ຮັບການສຶກສາເລື່ອງຄວາມສະເໝີພາບຂອງກຸ່ມຜູ້ມີຄວາມຫຼາກຫຼາຍທາງເພດ ຊຶ່ງຖືເປັນສ່ວນໜຶ່ງຂອງກົດໝາຍຂອງຣາຊະອານາຈັກໃນປັດຈຸບັນ.

 

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: bbc.com