ສີສຸກດາວເຮືອງໂພສເຟສບຸກ ໃຊ້ຊີວິດປົກກະຕິແລະບໍ່ໄດ້ເປັນຄືຂ່າວລື

ນັບຕັ້ງແຕ່ ໄຊຊະນະ ແກ້ວພິມພາ ຖືກຈັບຢູ່ໄທ ໃນຂໍ້ຫາລັກລອບຄ້າຂາຍຢາເສບຕິດ ເມື່ອວັນທີ 19 ມັງກອນ 2017 ທີ່ຜ່ານມາ, ສີສຸກ ດາວເຮືອງ ເຊິ່ງເປັນບຸກຄົນທີ່ປາກົດໃນຮູບພາບ ຂອງໄຊຊະນະ ໃນໂອກາດຕ່າງໆ ກໍໄດ້ຕົກເປັນຂ່າວໄປພ້ອມໆ ກັນ. ຂ່າວລືໄດ້ເວົ້າວ່າຜູ້ກ່ຽວເປັນໝູ່ກັນກັບ ໄຊຊະນະ, ມີການພົວພັນຄ້າຂາຍຢາເສບຕິດນຳກັນ ແລະ ສີສຸກ ດາວເຮືອງ ກໍໄດ້ຫາຍໂຕໄປຢ່າງເລິກລັບ ຈົນຫຼາຍຄົນຕັ້ງຂໍ້ສົງໄສວ່າເຂົາຫາຍໄປໃສ.

ມື້ນີ້, ວັນທີ 8 ກຸມພາ 2017 ສີສຸກ ດາວເຮືອງ ໄດ້ໂພສເຟສບຸກສ່ວນຕົວຂອງຕົນໃນຊື່ Ssd jet ບອກວ່າຕົນເອງໃຊ້ຊີວິດເປັນປົກກະຕິທຸກຢ່າງ ບໍ່ໄດ້ຫາຍໄປໃສ ແລະມື້ນີ້ກໍໄດ້ໄປເຮັດບຸນຢູ່ວັດ ເພື່ອເປັນທີ່ເພິ່ງທາງໃຈ. ຕົນເອງຍອມຮັບວ່າໄຊຊະນະເປັນຄົນທີ່ຮູ້ຈັກກັນດີ ພົບພໍ້ກັນຕາມບາງໂອກາດ ແຕ່ກໍບໍ່ໄດ້ພົວພັນຫຍັງກັບການຄ້າຂາຍຢາເສບຕິດ. ໃນຂະນະດຽວກັນກໍຂໍວິ່ງວອນຜູ້ໃຊ້ສື່ອອນລາຍທັງຫຼາຍຈົ່ງຢ່າຕັດສິນດ້ວຍການເອົາຄວາມເປັນໝູ່ເພື່ອນວ່າຈະເຮັດຫຍັງຄືກັນທັງໝົດ.

2017-02-08_230327 - Copy