ລົດຕຳກັນ ຄົນເຈັບ 1 ລົດເປ່ເພສົມຄວນ

10577166_750338561692371_8796225527332510070_n

ລົດຕຳກັນຕົກຮ່ອງຢູ່ ທາງເລກທີ 13 ເໜືອ, ບ້ານຫົວຂົວ, ເມືອງນາຊາຍທອງ ເວລາປະມານ 5 ໂມງແລງມື້ນີ້ (2/8/2014)ມີຜູ້ໄດ້ຮັບບາດເຈັບສົມຄວນ 1 ຄົນ ແລະສະພາບລົດທັງສອງຄັນແມ່ນເປ່ເພສົມຄວນ.

ຕາມ ສອບຖາມຜູ້ເຫັນເຫດການບອກວ່າ ລົດກະບະໄມຕີເອັກຊ໌ສີດຳ ໝາຍເລກທະບຽນ ກກ 6857 ກຳແພງນະຄອນ ມຸ່ງໜ້າໄປທາງເໜືອ ກຳລັງລໍຖ້າຂ້າມທາງໄປເຂົ້າໂຮງກຶງ ແລ້ວຫັກລ້ຽວຂ້າມ ພໍດີມີລົດກະບະ ນິດສັນ ນາວາຣາ ໝາຍເລກທະບຽນ ສີຂາວ ກຈ 1118 ກຳແພງນະຄອນ ຂັບມາໃນທິດທາງມຸ່ງໜ້າເຂົ້າໄປນະຄອນຫຼວງວຽງຈັນ ໄດ້ຕຳເຂົ້າຂ້າງລົດກະບະໄມຕີເອັກຊ໌ຢ່າງແຮງ ເຮັດໃຫ້ລົດທັງສອງເຈີດລົງຮ່ອງຂ້າງທາງ ມີຜູ້ໄດ້ຮັບບາດເຈັບ(ຫົວແຕກ) 1 ຄົນ ແລະໄດ້ຖືກນຳສົ່ງໂຮງໝໍໃນໄລຍະຕໍ່ມາ.

10346376_750338638359030_5713972782099753105_n 10413436_750338651692362_5187629369760651038_n