ປະຕູໄຊສີຟ້າ ສ່ອງແສງເຖິງການຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການສະຫະປະຊາຊາດ.

ຕອນຄໍ່າຂອງວັນທີ 23 ຕຸລາ 2015 ນີ້, ປະຕູໄຊ ນະຄອນຫຼວງວຽງຈັນ ຈະຖືກປະດັບປະດາດ້ວຍດອກໄຟສີຟ້າ ເປັນເວລາ 3 ວັນ ເພື່ອເປັນຂີດໝາຍການດໍາລົງຢູ່ຂອງອົງການສະຫະປະຊາຊາດ ຄົບຮອບ 70 ປີ ແລະ ການເຂົ້າເປັນສະມາຊິກຂອງ ສປປ ລາວ ຄົບຮອບ 60 ປີ.
ໃນຕອນຄໍ່າມື້ນີ້, ເຈົ້າໜ້າທີ່ລະດັບສູງຈາກລັດຖະບານລາວ ແລະ ອົງການສະຫະປະຊາຊາດ ຈະໄດ້ເປີດປະຕູໄຊສີຟ້າ ເພື່ອເປັນຂີດໝາຍການດໍາລົງຢູ່ຂອງອົງການສະຫະປະຊາຊາດ ຄົບຮອບ 70 ປີ ແລະ ການເຂົ້າເປັສະມາຊິກອົງການສະຫະປະຊາຊາດ ຂອງ ສປປ ລາວ ຄົບຮອບ 60 ປີ. ໃນຂະນະດຽວກັນ, ກໍ່ຍັງຈະມີພິທີເປີດງານສະແດງຮູບພາບເຄື່ອນທີ່ ໃນຫົວຂໍ້: ” ເຮັດວຽກຮ່ວມກັນ ເພື່ອ ສປປ ລາວ ” ທີ່ສະແດງເຖິງການສະໜັບສະໜູນລັດຖະບານຂອງອົງການສະຫະປະຊາຊາດ ໃນການພັດທະນາ ສປປ ລາວ.
ປະຕູໄຊຈະເປັນສີຟ້າເວລາ 3 ວັນ ໃນໄລຍະວັນສ້າງຕັ້ງ ອົງການສະຫະປະຊາຊາດ ຊື່ງການສະຫຼອງຈະຈັດຂື້ນໃນວັນທີ 24 ຕຸລາ ຂອງທຸກໆປີ ເພື່ອລະນຶກເຖິງພິທີເຊັນກົດບັດສະຫະປະຊາຊາດ. ເນື່ອງໃນໂອກາດນີ້, ເຈົ້າໜ້າທີ່ລັດຖະບານຂັ້ນສູງ ຈະເນັ້ນໃສ່ຈຸດເດັ່ນຂອງການຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການສະຫະປະຊາຊາດ ໃນການກ່າວປາໃສຜ່ານທາງໂທລະພາບ. ນອກຈາກນັ້ນ, ອົງການສະຫະປະຊາຊາດ ກໍຈັດການແຂ່ງຂັນຖ່າຍຮູບຂອງຊາວໜຸ່ມ ແລະ ການເຜີຍແຜ່ຂໍ້ມູນຂ່າວສານຜ່ານສື່ອອນລາຍ. ປະຕູໄຊຈະເປັນສີຟ້າອີກຄັ້ງ ເພື່ອເປັນສັນຍານຄໍາໝັ້ນສັນຍາໃນການພັດທະນາແບບຍືນຍົງ ໃນໄລຍະກອງປະຊຸມໂຕະມົນລະດັບສູງ ເຊິ່ງເປັນກອງປະຊຸມໃຫຍ່ ເພື່ອປຶກສາຫາລືກ່ຽວກັບຍຸດທະສາດການພັດທະນາປະເທດ ໃນທ້າຍເດືອນພະຈິກ 2015 ທີ່ຈະມາເຖິງນີ້

1488101_885704041478161_670243530967651396_n 11215151_885704031478162_4985776428465401578_n 12118796_885704054811493_6494746255952202541_n

 

ຂ່າວຈາກ ເພຈ  I Love Airplane LAOS ຂ້ອຍຮັກການບິນ