spot_img
Homeມູມໄອທີລາວເລືອກຟິມກັນຮອຍຢ່າງໃດ ໃຫ້ເໝາະສົມກັບການໃຊ້ງານຂອງເຮົາຫລາຍທີ່ສຸດ

ເລືອກຟິມກັນຮອຍຢ່າງໃດ ໃຫ້ເໝາະສົມກັບການໃຊ້ງານຂອງເຮົາຫລາຍທີ່ສຸດ

Published on

maxresdefault

ຟິມ​ກັນ​ຮອຍ​ທຸກ​ມື້​ນີ້​ແມ່ນ​ຈະ​ມີ​ຫລວງຫລາຍ​ຫລາຍ​ແບບ​ແຕ່​ມັນ​ກໍ​ຈຳ​ເປັນ​ກັບ​ຄົນ​ສ່ວນ​ໃຫຍ່ ແລ້ວ​ຈະ​ເລືອກ​ຢ່າງໃດ​ໃຫ້​ເໝາະ​ກັບ​ເຈົ້າ ມື້​ນີ້ ມູມໄອທີລາວ ໄດ້​ລວມ​ຮູບ​ແບບ​ຂອງ​ຟິມ​ທັງ​ຂໍ້​ດີ​ຂໍ້​ເສຍ​ເຮັດໃຫ້​ເຈົ້າ​ເລືອກ​ຟິມ​ຢ່າງ​ໝັ່ນໃຈ​ວ່າ ເລືອກ​ບໍ່​ຜິດ​ຢ່າງ​ແນ່ນອນ ພ້ອມ​ແລ້ວ​ມາ​ເບິ່ງ​ຂໍ້​ມູນ​ເລື່ອງ​ນີ້​ກັນ​ໄດ້​ເລີຍ

ຟິມ​ແບບ​ໃສ

ຟິມ​ຊະນິດ​ນີ້​ໄດ້ຮັບ​​ຄວາມ​ນິຍົມ​ສູງ​ເພາະ​ເນື່ອງ​ຈາກ​ລາ​ຄາ​ຟິມ​ທີ່​ນອກ​ຈາກ​ລາ​ຄາ​ຖືກ​ແລ້ວ ການ​ຕິດ​ລົງ​ໄປ​ກັບ​ເຄື່ອງ​ເບິ່ງ​ກົມ​ກືນ​ຄືກັບວ່າ​ບໍ່​ໄດ້​ໃສ່​ຫຍັງ​ເລີຍ

ນອກ​ຈາກ​ນີ້​ຂໍ້​ດີ​ຂອງ​ຟິມ​ຊະນິດ​ນີ້​ຄື ເຈົ້າ​ເຫັນ​ທຸກ​ຢ່າງ​ຊັດເຈນ ລາ​ຄາ​ບໍ່​ແພງ ແລະ​ ແນ່ນອນ​ວ່າ​ບໍ່​ວ່າ​ເຈົ້າ​ຈະ​ໃຊ້​ມື​ຖື​ລຸ້ນ​ໃດ​ກໍ​ສາມາດ​ຫາ​ຟິມ​ຊະນິດ​ນີ້​ໄດ້​ງ່າຍ​ກວ່າ​ໝູ່

ຂໍ້​ເສຍ​ທີ່​ຕ້ອງ​ລະ​ວັງ​ໄວ້​ຄື ຄຸນນະພາບ​ຂອງ​ຟິມ​ຖ້າ​ຍິ່ງ​ຖືກ​ຈະ​ບໍ່​ຄ່ອຍ​ດີ​ ແລະ ​ສ່ຽງ​ຕໍ່​ການ​ເກີດ​ຮອຍ​ຂີດ​​ໄດ້​ງ່າຍ​ທີ່ສຸດ ລວມ​ທັງ​ຈະ​ຕິດ​ຮອຍ​ນິ້ວ​ມື​ໄດ້​ງ່າຍ​ອີກ​ດ້ວຍ

ຟິມ​ແບບ​ຂຸ່ນ ຫລື ແບບ​ດ້ານ

ຟິມ​ຊະນິດ​ນີ້​ຈະ​ໜາ​ຂຶ້ນ​ມາ​ເລັກໜ້ອຍ ເພື່ອ​ໃຫ້​ບໍ່​ໃຫ້​ເວລາ​ເຮົາ​ລູບ​ໜ້າ​ຈໍ​ແລ້ວ​ເກີດ​ຮອຍ​ນິ້ວ​ມື ຟິມ​ຊະນິດ​ນີ້​ຊ່ວຍ​ແກ້​ບັນຫາ​ສ່ວນ​ນີ້​ໄດ້​ຢ່າງ​ດີ ແລະ​ແນ່ນອນ​ວ່າ​ເບິ່ງ​ທົນ​ທານ​ກວ່າ​ຟິມ​ແບບ​ໃສ​ພໍ​ສົມຄວນ

ແຕ່​ຂໍ້​ເສຍ​ຂອງ​ຟິມ​ແບບ​ນີ້​ຄື ເວລາ​ຕ້ອງ​ການ​ສະແດງ​ຜົນ​ທີ່​ສົດ​ໃສ​ຕ້ອງ​ເລັ່ງ​ແສງ​ເພາະ​ຟິມ​ຊະນິດ​ນີ້​ຈະ​ເຮັດໃຫ້​ສະແດງ​ໜ້າ​ຈອດ​ມືດລົງ​ເກືອບ​ເຄີ່ງ ຂຶ້ນ​ຢູ່​ກັບ​ຄວາມ​ໜາ

ຟີມແກ້ວ

ຟິມ​ຊະນິດ​ນີ້​ເໝາະ ຜູ້ຍິງ​ທີ່​ບໍ່​ຕ້ອງ​ການ​ພົກ​ພາແວ່ນແຕ່ງ​ໜ້າ ສາມາດ​ໃຊ້​ຟິມ​ຊະນິດ​ນີ້​ໄດ້​ທັນ​ທີ ນັ້ນ​ຄື​ຂໍ້​ດີ

ແຕ່​ຂໍ້​ເສຍ​ຄື​ນອກ​ຈາກ​ຈະ​ເປັນ​ຮອຍ​ໄດ້​ງ່າຍ​ແລະ​ເຫັນ​ແຈ້ງ​ກວ່າ​ຟິມ​ແບບ​ອື່ນ ຍັງ​ເຮັດໃຫ້​ການ​ເບີ່ງ​ໜ້າ​ຈໍ​ລຳ​ບາກ​ເພີ່ມ​ຂຶ້ນ ເມື່ອ​ຕ້ອງ​ໃຊ້​ໃນ​ທີ່​ກາງ​ແຈ້ງ

ຟິມ​ຄວາມ​ເປັນ​ສ່ວນ​ຕົວ

ສຳລັບ​ຄົົນທີ່​ມີ​ຄວາມ​ລັບ​ຫລາຍ ​ຫລື​ ໃຊ້​ໂທລະ​ສັບ​ປະ​ເພດ​ມີ​ລົມກັບກິກ ແລະ ​ບໍ່​ຕ້ອງ​ການ​ແຊລ໌​ໃຫ້​ຄົນ​ທົ່ວ​ໂລກ​ຮັບ​ຮູ້ ຟິມ​ແບບ​ສ່ວນ​ຕົວ​ຊ່ວຍ​ເຈົ້າ​ໄດ້ ຊຶ່ງ​ຟິມ​ຊະນິດ​ນີ້​ຈະ​ຕ້ອງ​ໃຫ້​ເຈົ້າ​ເບີ່ງ​ສູນກາງ​ຈໍ​ເທົ່າ​ນັ້ນ​ຖື​ຈະ​ເຫັນ ຂໍ້​ດີ​ຄື ບໍ່​ວ່າ​ໃຜ​ຈະ​ມາ​ເບີ່ງ​ມື​ຖື​ເຈົ້າ​ທາງ​ຂ້າງ​ມັນ​ຈະ​ບໍ່​ເຫັນ​ແນ່ນອນ ແຕ່​ສິ່ງ​ທີ່​ຈະ​ຕາມ​ມາ​ຄື ຖ້າ​ເກີດ​ເຈົ້າ​ຕ້ອງ​ການ​ໃຫ້​ໝູ່​ເຈົ້າ​ເບິ່ງ​ເນື້ອ​ຫາ ການ​ເບີ່ງດ້ານ​ຂ້າງ​ຈະ​ບໍ່​ເຫັນ​ຫຍັງ​ເລີຍ ລຳ​ບາກ​ໄປ​ອີກ​ແບບ​

ຟິມ​ແຟ​ຊັ່ນ

ຟິມ​ຊະນິດ​ນີ້​ຈະ​ເປັນ​ຮູບ​ແບບ​ສະເພາະ​ແລະ​ມີລວດ​ລາຍ​ດ້ານ​ຂ້າງ​​ເອົາ​ໃຈ​ຄົົນທີ່​ເປັນ​ຜູ້ຍິງ​ພໍ​ສົມຄວນ ເພາະ​ຄວາມ​ໜ້າ​ຮັກ​ແລະ​ມີ​ໃຫ້​ເລືອກຫລາຍ ຂໍ້​ເສຍ​ມັນ​ມີ​ ແຕ່ບາງ​ລຸ້ນ​ບໍ່​ມີ​ເຮັດ ຫາ​ຍາກ​ພໍ​ສົມຄວນ​ແລະ​ຄວາມ​ທົນ​ທານ​ບໍ່​ດີ​ເທົ່າ​ທີ່​ຄວນ

ຟິມ​ກັນ​ແຕກ

ເປັນ​ຟິມ​ທີ່​ອອກ​ມາ​ໃນ​ໄລຍະ​ທີ່​ຄົນ​ເຮັດ​ມື​ຖື​ຕົກ ກໍ​ປະ​ມານ​ໄລຍະ​ນີ້​ແຫລະ ຂໍ້​ດີ​ຄື ຟິມ​ຊະນິດ​ນີ້​ຄື ມັນ​ມີ​ຊັ້ນ​ຟິມ​ທີ່​ມີ Layer ຂອງ​ຟິມ​ຫລາຍ​ຊັ້ນ​ເຮັດໃຫ້​ມັນ​ຈະ​ທົນ​ແຮງ​ກະ​ທົບ​ຕໍ່​ການ​ຕົກ​ໄດ້ ຍິ່ງ​ຊັ້ນ​ຫລາຍ​ຈະ​ຍິ່ງ​ດີ​ຫລາຍ​ຂຶ້ນ​ເທົ່າ​ນັ້ນ ແຕ່​ແນ່ນອນ​ວ່າ​ຍິ່ງ​ແຈ້ງ​ຫລາຍ ​ແລະ ​ຄຸນນະພາບ​ຂອງ​ຟິມຈະ​ບົ່ງ​ບອກ​ໄດ້​ເຖິງ​ລາ​ຄາ​ທີ່​ຈະ​ສູງ​ໄປ​ດ້ວຍ ຊຶ່ງ​ເມື່ອ​ລາ​ຄາ​ຂອງ​ຟິມ​ຊະນິດ​ນີ້​ສູງ​ຫລາຍ​ຂຶ້ນ ທາງ​ອອກ​ທີ່​ຄົນ​ສ່ວນ​ໃຫຍ່​ຈະ​ໄປ​ຈົບ​ນັ້ນ​ຢູ່​ທີ່ ແກ້ວກັນແຕກ​ທີ່​ເປັນ​ແບບ 9H ນັ້ນ​ເອງ

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...