ບີ້ ໄຊຍະສິດ ຮ່ວມປະກວດ ມິສເຕີ ອິນເຕີເນເຊິນແນລ ຢູນິເວີສ 2019 ທີ່ປະເທດໄທ

ໃນຕອນເຊົ້າຂອງວັນທີ 24 ມິຖຸນາ 2019 ທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ໄດ້ຈັດພິທີສົ່ງຕົວແທນນາຍແບບຂອງ ສປປ ລາວ ເດີນທາງໄປຮ່ວມປະກວດໃນເວທີ ມິສເຕີ ອິນເຕີເນເຊິນແນລ ຢູນິເວີສ 2019 ທີ່ແຂວງຫົວຫີນ ຣາຊະອານາ ຈັກໄທ.

ເວທີດັ່ງກ່າວຈະມີທັງໝົດ 18 ປະເທດເຂົ້າຮ່ວມ ຊຶ່ງຈະເລີ່ມໃນວັນທີ 1 ກໍລະກົດ 2019 ທີ່ຈະເຖິງນີ້ ສຳລັບຕົວແທນຂອງ ສປປ ລາວ ທີ່ເດີນທາງໄປປະກວດໃນຄັ້ງນີ້ກໍຄື ທ້າວ ບີ້ ໄຊຍະສິດ ສຸລິຍະເຕັນ ອາຍຸ 31 ປີ ບ້ານແສງສະຫວ່າງ ເມືອງໄຊເຊດຖາ ນະຄອນ ຫຼວງວຽງຈັນ ບີ້ ຈົບການສຶກສາໃນລະດັບປະລິນຍາຕີ ສາຂາວິຊາບໍລິຫານທຸລະກິດຈາກວິທະຍາໄລເອີຣົບ-ອາຊີ.

ບີ້ ໄຊຍະສິດ ໄດ້ໃຫ້ສຳພາດວ່າ ໃນນາມຕົວແທນຂອງປະເທດລາວຈຸດເດັ່ນທີ່ຈະນຳໄປປະກວດໃນເວທີ ມິສເຕີ ອິນເຕີເນເຊິນແນລ ຢູນິເວີສ 2019 ກໍຄື ຊຸດປະຈຳຊາດທີ່ມີຊື່ວ່າ “ສຽງແຄນສີ່ພັນດອນ” ຊຸດດັ່ງກ່າວມີຄວາມໝາຍທີ່ກ່ຽວພັນ ແລະ ສ່ອງແສງເຖິງວິຖີການດຳລົງຊີວິດຂອງປະຊາຊົນລາວຕາມລຸ່ມແມ່ນໍ້າຂອງຊຶ່ງອອກແບບໂດຍນັກອອກແບບໄວໜຸ່ມຂອງລາວ ທ້າຍສຸດນີ້ ບີ້ ກໍໄດ້ກ່າວຕື່ມວ່າຕົນເອງມີຄວາມຄາດຫວັງວ່າຊຸດດັ່ງກ່າວນີ້ຈະເປັນສ່ວນໜຶ່ງໃນການເຜີຍແຜ່ວັດທະນະທຳ ແລະ ເອກະລັກຂອງຊາດລາວໃຫ້ພາກພື້ນກໍຄືລະດັບສາກົນໄດ້ຮັບຮູ້ ແລະ ຮູ້ຈັກປະເທດລາວຍິ່ງຂຶ້ນ.

 

 

 

ໂດຍ: ສະຫະລັດ ວອນທິວົງໄຊ