spot_img
Homeຂ່າວຕ່າງປະເທດຈີນແຮງຕົກ ຖືກຊຸບເປີຄອມພິວເຕີຂອງອາເມຣິກາແຊງໜ້າ

ຈີນແຮງຕົກ ຖືກຊຸບເປີຄອມພິວເຕີຂອງອາເມຣິກາແຊງໜ້າ

Published on

ການຈັດອັນດັບ 500 ຊຸບເປີຄອມພິວເຕີ ຫຼື ຄອມພິວເຕີທີ່ປະມວນຜົນໄດ້ດີທີ່ສຸດໃນໂລກຊຶ່ງຈັດຂຶ້ນທຸກໆ 6 ເດືອນ ຊຶ່ງຄັ້ງຫຼ້າສຸດປາກົດວ່າ ຊຸບເປີຄອມພິວເຕີຈາກອາເມຣິກາແຊງໜ້າຈີນຄວ້າອັນດັບ 1 ແລະ 2 ໄປຄອງ ສ່ວນຈີນຕົກລົງມາຢູ່ອັນດັບທີ 3.

ຊຸບເປີຄອມພິວເຕີຈາກອາເມຣິກາຄື ຊຳມິດ (Summit) ຂອງກະຊວງພະລັງງານຊຶ່ງສ້າງໂດຍໄອບີເອມສາມາດຄວ້າອັນດັບ 1 ດ້ວຍປະສິດທິພາບຄວາມໄວໃນການປະມວນຜົນ 200 petaflops-200 quadrillion ຕໍ່ 1 ວີນາທີ ສ່ວນຊຸບເປີຄອມພິວເຕີອັນດັບ 2 ມີຊື່ວ່າ ເຊຍຣາ (Sierra) ຂອງກະຊວງພະລັງງານອາເມຣິກາ ແລະ ສ້າງໂດຍໄອບີເອັມເຊັ່ນກັນ ຂະນະທີ່ອັນດັບທີ 3 ເປັນຂອງແຊ໋ມເກົ່າຄື ຊັນເວ (Sunway TaihuLight) ຂອງສູນຊຸບເປີຄອມພິວເຕີແຫ່ງຊາດຈີນສ້າງໂດຍ NRCPC.

ການຈັດອັນດັບຄັ້ງນີ້ຍັງຖືເປັນຄັ້ງທຳອິດທີ່ຄອມພິວເຕີ 3 ອັນດັບທຳອິດມີຄວາມສາມາດໃນການປະມວນຜົນໃນລະດັບ petaflops ຂຶ້ນໄປ ໂດຍ 1 petaflops ເທົ່າກັບຄວາມສາມາດໃນການປະມວນຄຳສັ່ງໄດ້ 1.000 ລ້ານລ້ານຄຳຕໍ່ວິນາທີ ຢ່າງ ໃດກໍຕາມ ເຖິງແມ່ນວ່າຊຸບເປີຄອມພິວເຕີຂອງຈີນຈະສູນເສຍແຊ໋ມໄປໃນຄັ້ງນີ້ ແຕ່ຈີນກໍຍັງຄົງເປັນປະເທດທີ່ຄອບຄອງຊຸບເປີຄອມພິວເຕີໃນຈຳນວນຫຼາຍທີ່ສຸດຄື ມີເຖິງ 219 ເຄື່ອງ ຫຼຸດລົງມາຈາກ 227 ເຄື່ອງ.

ຂະນະທີ່ຈຳນວນຊຸບເປີຄອມພິວເຕີຈາກອາເມຣິກາມີຫຼາຍເປັນອັນດັບ 2 ຢູ່ທີ່ 116 ເຄື່ອງ ເພີ່ມຂຶ້ນຈາກ 109 ເຄື່ອງ ສ່ວນອັງ ກິດມີຊຸບເປີຄອມພິວເຕີທີ່ຊົງພະລັງຕິດ 500 ອັນດັບ ທຳອິດຂອງໂລກມີ 18 ເຄື່ອງເທົ່າກັບຝຣັ່ງ ສ່ວນຍີ່ປຸ່ນມີ 19 ເຄື່ອງ ເພີ່ມຈາກອັນດັບກ່ອນ 1 ເຄື່ອງ ແລະ ເຢຍລະມັນມີ 14 ເຄື່ອງ ການຈັດອັນດັບຫຼ້າສຸດຍັງພົບວ່າ ເມື່ອລວບລວມຂຸມພະລັງຂອງຊຸບເປີຄອມພິວເຕີທັງ 500 ເຄື່ອງເຂົ້າກັນຄວາມສາມາດໃນການປະມວນຜົນຈະສູງເຖິງ 1.56 exaflops ຫຼື ເຮັດວຽກໄດ້ປະມານ 1.500 ລ້ານລ້ານລ້ານຄຳສັ່ງຕໍ່ວິນາທີ.

ຢ່າງໃດກໍຕາມ ຄາດວ່າປະສິດທິພາບຂອງຊຸບເປີຄອມພິວເຕີໃນປີ 2021 ຈະຫຍັບສູງຂຶ້ນອີກ ເນື່ອງຈາກອາເມຣິກາກຳລັງສ້າງຊຸບເປີຄອມພິວເຕີໃໝ່ໃນຊື່ ຟຣອນເທຍ (Frontier) ແລະ ອໍໂຣຣາ (Aurora) ຊຶ່ງແຕ່ລະເຄື່ອງຈະປະມວນຜົນໄດ້ໃນລະດັບ 1 exaflops ຕໍ່ວິນາທີຂຶ້ນໄປ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: thairath

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...