ທີມຊາດລາວ ຄອງອັນດັບທີ 3 ການແຂ່ງຂັນບານເຕະ AFC Solidarity Cup 2016

ການແຂ່ງຂັນບານເຕະ AFC Solidarity Cup 2016 ໄດ້ດຳເນີນການແຂ່ງຂັນ ມາຮອດຊ່ວງທ້າຍແລ້ວ ໂດຍທີ່ການແຂ່ງຂັນ ນັດຊີງຊະນະເລີດ ຈະຈັດຂຶ້ນໃນວັນທີ 15 ພະຈິກ 2016 ໂດຍການລົງສະໜາມລະຫວ່າງ ທີມຊາດເນປານ ກັບ ເຂດປົກຄອງພິເສດ ມາເກົ້າ.

ໃນມື້ນີ້ ວັນທີ 14 ພະຈິກ 2016 ທີມຊາດລາວ ໄດ້ລົງສະໜາມ ຮອບຊີງອັນດັບທີ 3 ພົບກັບ ທີມຊາດບຣູໄນ  ເວລາ 18:30. ການແຂ່ງຂັນໃນເຄິ່ງເວລທີ 1 ເປັນທາງ ທີມຊາດລາວ ທີ່ຍິງປະຕູຂຶ້ນນຳໄວ ໃນຊ່ວງຕົ້ນເກມ ໃນນາທີ 05 ໂດຍ ແກ້ວວຽງເພັດ ເປັນ 1 ປະຕູຕໍ່ 0, ແຕ່ມາຮອດນາທີທີ 23 ທີມຊາດບຣູໄນ ກໍ່ມາຍິງປະຕູຕີສະເໝີ ເປັນ 1 ປະຕູຕໍ່ 1 ໂດຍ Shahrazen ແລະ ໃນເວລາທີ່ເຫຼືອ ກໍ່ບໍ່ສາມາດຍິງປະຕູກັນໄດ້ ຈົບ 45 ນາທີທຳອິດ ທີມຊາດລາວ 1 -1 ທີມຊາດບຣູໄນ. ເລີ່ມເຂົ້າສູ່ເກມໃນເຄິ່ງເວລາທີ 2 ທີມຊາດລາວ ກໍ່ມາໄດ້ປະຕູຂຶ້ນນຳອີກຄັ້ງ ເປັນ 2 ປະຕູຕໍ່ 1 ຈາກ ສິດທິເດດ ໃນນາທີ 53, ແຕ່ອີກພຽງ 1 ນາທີຕໍ່ມາ ທີມຊາດບຣູໄນ ກໍ່ເລັ່ງເຄື່ອງຍິງຕີສະເໝີເປັນ 2 ປະຕູຕໍ່ 2 ໂດຍ Shahrazen ໃນນາທີທີ 54 ແບບບໍ່ໃຫ້ ທີມຊາດລາວ ທັນຕັ້ງໂຕ ແລະ ໃນຊ່ວງເວລາທີເຫຼືອຢູ່ ເບິ່ງຄືວ່າຈະສະເໝີກັນໃນ 90 ນາທີ ແຕ່ໃນນາທີທີ 82 ໄຊສົງຄາມ ກໍ່ມາຍິງປະຕູໄດ້ ແລະ ເປັນຮີໂຣ ຊ່ວຍໃຫ້ ທີມຊາດລາວ ເອົາຊະນະ ທີມຊາດບຣູໄນ ໄປ 3 ປະຕູຕໍ່ 2 ເຮັດໃຫ້ ທີມຊາດລາວ ຄອງອັນດັບທີ 3 ການແຂ່ງຂັນບານເຕະ AFC Solidarity Cup 2016 ໄດ້ສຳເລັດ.

ກໍ່ຖືວ່າຈົບກັນໄປແລ້ວສຳລັບ ການແຂ່ງຂັນຂອງ ທີມຊາດລາວ ໃນລາຍການ AFC Solidarity Cup 2016 ແລະ ພວກເຂົາກໍ່ທຸ້ມເທ ເຮັດໄດ້ດີທີ່ສຸດແລ້ວ ແລະ ທີມງານ laosportnews ກໍ່ຂໍເປັນກຳລັງໃຫ້ກັບທຸກໆຄົນ.

ຂອບໃຈຂໍ້ມູນ ແລະ ພາບຈາກ the-afc.com

ຂອບໃຈທີ່ມາຂອງຂ່າວຈາກ: 

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!