Homeຂ່າວພາຍ​ໃນປະທານາທິບໍດີ ແຫ່ງ ໄອແລນ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

ປະທານາທິບໍດີ ແຫ່ງ ໄອແລນ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

Published on

ຂປລ. ໃນຕອນເຊົ້າຂອງ ວັນທີ 15 ພະຈິກ 2016 ທີ່ທຳນຽບປະທານປະເທດ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໄດ້ຕ້ອນຮັບທ່ານ ໄມເຄີນ ດານຽວ ຮິກກີນ ປະທານາທິບໍດີ ແຫ່ງ ໄອແລນ ພ້ອມດ້ວຍພັນລະຍາ ແລະ ຄະນະ ຢ່າງອົບອຸ່ນ ແລະ ສົມກຽດ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 14-16 ພະຈິກ 2016.
ຫລັງຈາກນັ້ນໄດ້ມີພິທີພົບປະສອງຝ່າຍ ລະຫວ່າງ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ແລະ ທ່ານ ໄມເຄີນ ດານຽວ ຮິກກີນ ປະທານາທິບໍດີ ແຫ່ງ ໄອແລນ ພ້ອມດ້ວຍຄະນະ. ໃນໂອກາດດັ່ງກ່າວ ທັງສອງຝ່າຍໄດ້ປຶກສາຫາລືກ່ຽວກັບການເສີມຂະຫຍາຍການພົວພັນຮ່ວມມືລະຫວ່າງສອງປະເທດໃນຕໍ່ໜ້າ, ໃນໄລຍະຜ່ານມາ ໄອແລນ ໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອ ໃນດ້ານການສົ່ງເສີມຂີດຄວາມສາມາດຂອງບຸກຄະລະກອນລາວ ກໍຄືດ້ານການສຶກສາ ໂດຍສະເພາະການຝຶກອົບຮົມດ້າພາສາອັງກິດ, ດ້ານສະຖາບັນການທ່ອງທ່ຽວ ແລະ ການໂຮງແຮມແຫ່ງຊາດ ເພື່ອສົ່ງເສີມການສ້າງຊັບພະຍາກອນມະນຸດໃນຂະແໜງການທ່ອງທ່ຽວ ແລະ ໄດ້ໃຫ້ທຶນການສຶກສາແກ່ນັກສຶກສາລາວ ໄປຮຽນຕໍ່ຢູ່ປະເທດໄອແລນ. ນອກຈາກນັ້ນທັງສອງຝ່າຍ ຍັງໄດ້ມີການປຶກສາຫາລືກ່ຽວກັບ ການສົ່ງເສີມການຮ່ວມມືດ້ານເສດຖະກິດ-ການຄ້າ ແລະ ການລົງທຶນຢູ່ ສປປ ລາວ ພ້ອມທັງໄດ້ແລກປ່ຽນຄວາມຄິດເຫັນຕໍ່ບັນຫາທັງພາກພື້ນ ແລະ ສາກົນ ທີ່ທັງສອງຝ່າຍມີຄວາມສົນໃຈ. ພ້ອມດຽວກັນນີ້ ທ່ານ ປະທານາທິບໍດີໄອແລນ ຍັງໄດ້ຊົມເຊີຍຕໍ່ຜົນສຳເລັດການເປັນປະທານກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28-29 ແລະ ກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງຂອງ ສປປ ລາວ.

24

ການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນຄັ້ງນີ້ ເປັນການສະແດງເຈດຕະນາລົມອັນດີຂອງຝ່າຍໄອແລນ ເພື່ອເພີ່ມທະວີການພົວພັນຮ່ວມມືລະຫວ່າງສອງປະເທດ ກ້າວສູ່ຄຸນນະພາບໃໝ່ ໃນປະຫວັດສາດແຫ່ງການພົວພັນ ລາວ ແລະ ໄອແລນ, ເຊິ່ງເປັນຂີດໝາຍສຳຄັນ ໃນການເສີມຂະຫຍາຍການພົວພັນ ແລະ ການຮ່ວມມືອັນດີຂອງສອງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ພາຍຫລັງທີ່ໄດ້ມີການສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 7 ສິງຫາ 1998.

 

ຂ່າວຈາກ: ສຳນັກຂ່າວສານປະເທດລາວ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...