ຕົ້ນແບບລົດໄຟຟ້າ MINI Electric Concept ກຽມຂາຍແທ້ໃນປີ 2019

MINI Electric Concept ນັ້ນເປັນລົດຕົ້ນແບບພະລັງງານໄຟຟ້າທີ່ໃຊ້ໂຄງສ້າງຕົວຖັງຂອງ Mini Hatchback ຮຸ້ນປັດຈຸບັນ ໂດດເດັ່ນດ້ວຍໄຟທ້າຍ LED ຈັດຮຽງເປັນຮູບຊົງທຸງຊາດອັງກິດ Union Jack ເຊິ່ງຄາດການວ່າອີກ 2 ປີຕໍ່ໜ້າ ຫຼື 2019 ເຮົາຈະໄດ້ເຫັນລົດ Mini ຮຸ້ນພະລັງງານໄຟຟ້າສຸດລ້ຳສະໄໝໃນໂລກແຫ່ງອານາຄົດແລ້ວ ສ່ວນລາຄາຈະຂາຍຄັນລະເທົ່າໃດນັ້ນຕ້ອງລໍຖ້າການແຈ້ງລາຄາຢ່າງເປັນທາງການກ່ອນ