ຊີຣີປະສົບບັນຫາ ໄຟຟ້າດັບທົ່ວປະເທດ ເຈົ້າໜ້າທີ່ເລັ່ງຊອກຫາສາເຫດ!

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 3 ມີນາຜ່ານມານີ້ວ່າ ປະເທດຊີຣີ ຊຶ່ງກຳລັງປະເຊີນກັບ ສະພາວະສົງຄາມກາງເມືອງ ໄດ້ປະສົບບັນຫາໄຟຟ້າດັບທົ່ວປະເທດ ໃນວັນພະຫັດທີ 3 ມີນາຜ່ານມາ ໂດຍໄຟຟ້າໄດ້ດັບພ້ອມກັນ ໃນທຸກໆແຂວງທົ່ວປະເທດ ເຮັດໃຫ້ເຈົ້າໜ້າທີ່ຊີຣີ ເລັ່ງສະຫລຸບຫາຕົ້ນຕໍຂອງບັນຫາ ທີ່ເປັນສາເຫດເຮັດໃຫ້ໄຟຟ້າດັບ ແບບໍ່ຄາດໝາຍຄືແນວນີ້. ໃນຂະນະດຽວກັນນັ້ນ ການບໍລິການສັນຍານອິນເຕີເນັດ ກໍໃຊ້ງານບໍ່ໄດ້ອີກບາງສ່ວນ ສືບເນື່ອງມາຈາກບັນຫາຂັດຂ້ອງທາງເຄືອຂ່າຍ ອີກດ້ວຍ.

ທັງນີ້ ອີງຕາມຄຳຖະແຫລງຂອງລັດຖະສະພາຊີຣີ ສະຖານີພະລັງງານໄຟຟ້າຫລັກຂອງປະເທດ ຈຳນວນ 5 ແຫ່ງ ໃນຈຳນວນທັງໝົດ 13 ແຫ່ງ ແມ່ນໄດ້ຮັບຄວາມເສຍຫາຍໂດຍກົງ ຈາກໄພສົງຄາມ.