Homeຂ່າວຕ່າງປະເທດຊາວນາຈີນ ຄົ້ນພົບຫລຽນບູຮານ ໜັກເກືອບເຄິ່ງໂຕນ ອາຍຸກວ່າ 2,000 ປີ!

ຊາວນາຈີນ ຄົ້ນພົບຫລຽນບູຮານ ໜັກເກືອບເຄິ່ງໂຕນ ອາຍຸກວ່າ 2,000 ປີ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 3 ມີນາຜ່ານມານີ້ວ່າ ຊາວນາຈີນທ່ານໜຶ່ງ ຢູ່ເມືອງຊິງຜິງ ແຂວງສ່ານຊີ ໄດ້ຄົ້ນພົບຫລຽນບູຮານຈຳນວນຫລາຍ ໃນຂະນະທີ່ກຳລັງຂຸດດິນເພື່ອກຽມປຸກເຮືອນ ໃນວັນເສົາທີ 27 ກຸມພາຜ່ານມານີ້ ໂດຍຫລຽນທີ່ຖືກພົບ ແມ່ນຝັງຢູ່ໃນຂຸມຂະໜາດກວ້າງ 50×60 ຊັງຕີແມັດ ແລະ ມີນ້ຳໜັກລວມ 459 ກິໂລກຣາມ.

ເຈົ້າໜ້າທີ່ບູຮານຄະດີໃນທ້ອງຖິ່ນຂອງຈີນ ໄດ້ສັນນິຖານວ່າ ຫລຽນດັ່ງກ່າວຖືກຜະລິດຂຶ້ນ ໃນສະໄໝຮ່ອງເຕ້ ຫວັງໝັ່ງ (ຄ.ສ 8-23) ຜູ້ທີ່ລົ້ມລ້າງລາຊະວົງຫ້ານຕາເວັນຕົກ ໂດຍຫລຽນທັງໝົດນີ້ອ ຈະຖືກກວດສອບວິເຄາະລະອຽດ ກ່ອນທີ່ຈະສົ່ງໃຫ້ພິພິທະພັນເປັນຜູ້ເກັບຮັກສາມ້ຽນ.

 

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...