Homeຂ່າວທ່ອງທ່ຽວໝູ່ບ້ານຊ້າງ ແຂວງ ຫຼວງພະບາງ ໝູ່ບ້ານຊ້າງ ແຂວງ ຫຼວງພະບາງ ຂ່າວທ່ອງທ່ຽວ Published on 18/03/2016 By ບຸດສະດີ ສາຍນ້ຳມັດ FacebookTwitterPinterestWhatsApp 2197 ທ່ອງທ່ຽວກັບລາວໂພສຕ໌ ວານນີ້ເຮົາໄດ້ໄປທ່ຽວຖ້ຳທ່ານປະທານໄກສອນ ພົມວິຫານ ທີ່ເມືອງວຽງໄຊ ແຂວງ ຫົວພັນມາແລ້ວ ມື້ນີ້ເຮົາຈະພາທຸກທ່ານໄປທ່ຽວ “ໝູ່ບ້ານຊ້າງ” ແຂວງຫຼວງພະບາງ ເຖິງຊື່ສຽງຂອງ “ໝູ່ບ້ານຊ້າງ” ອາດຈະບໍ່ໂດ່ງດັງເທົ່າສະຖານທີ່ຕ່າງໆໃນຫຼວງພະບາງ ເຊັ່ນ: ຕາດກວາງຊີ,ວັດພູສີ… ແລະ ບາງຄົນອາດຈະຮູ້ຈັກ, ບາງຄົນອາດຈະບໍ່ຮູ້ກໍ່ຕາມ ແຕ່ຖ້າໄດ້ມາທ່ຽວຫຼວງພະບາງແລ້ວ ຫາກທ່ານມີເວລາພໍກໍ່ຄວນລອງມາທ່ຽວທີ່ “ໝູ່ບ້ານຊ້າງ” ແລ້ວທ່ານຈະຮູ້ວ່າ ຫຼວງພະບາງມີຫຼາຍຢ່າງກ່ວາທີ່ທ່ານຄິດ. “ໝູ່ບ້ານຊ້າງ” ຕັ້ງຢູ່ທີ່ບ້ານຊຽງລ້ອມ ໃຊ້ເສັ້ນທາງດຽວກັນກັບທາງໄປບ້ານຜານົມ ໄລຍະທາງປະມານ 15 ກິໂລແມັດ ສຳລັບການເດີນທາງທ່ານສາມາດນຳລົດສ່ວນຕົວໄປເອງ, ໄປນຳກລຸບທົວ ຫຼື ຈະເມົາລົດຮັບຈ້າງໃນຕົວເມືອງຫຼວງພະບາງໄປກໍ່ໄດ້ ສ່ວນລາຄາແມ່ນຕໍ່ລອງກັນເອງ. ເຖິງຈະເດີນທາງໄກແນ່! ແຕ່ຂໍບອກເລີຍວ່າຄຸ້ມຄ່າ ເພາະທ່ານຈະໄດ້ມີຄວາມຮູ້ສຶກຕື່ນເຕັ້ນເມື່ອເວລາໄດ້ຂຶ້ນຂີ່ຊ້າງເລາະຊົມທິວທັດທຳມະຊາດທີ່ສວຍງາມລຽບແຄມນ້ຳຄານ ພ້ອມຮັບສາຍລົມເຢັນໆທີ່ພັດຜ່ານ ແລະ ຍັງໄດ້ຊົມການສະແດງຂອງຊ້າງທີ່ແສນຮູ້… ຂໍເລົ່າວ່າຊ້າງໜ້າຮັກສຸດໆ. “ຊ້າງ” ເປັນສັດທີ່ປະເສີດເປັນສັດໃນຕຳນານຂອງລາວເຮົາ ດັ່ງນັ້ນທຸກຄົນຈົ່ງຢ່າທຳຮ້າຍ, ຢ່າຂ້າຊ້າງເພື່ອຕັດເອົາງາມັນໄປ ແລະ ອື່ນໆ ຂໍໃຫ້ຊ່ວຍກັນອະນຸລັກຮັກສາຊ້າງລາວໄວ້ເພື່ອຄົນລຸ້ນລູກຫຼານຈະໄດ້ມີຊ້າງໄວ້ເບິ່ງ. ຮຽບຮຽງເລື່ອງໂດຍ: ລາວໂພສຕ໌ ຂໍ້ມູນຈາກ: ທ່ອງທ່ຽວ ແຂວງຫຼວງພະບາງ. Tagsທ່ອງທ່ຽວລາວໝູ່ບ້ານຊ້າງໝູ່ບ້ານຊ້າງ ແຂວງ ຫຼວງພະບາງ ບົດຄວາມຫຼ້າສຸດ ຂ່າວກິລາ ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ... 19/11/2025 ຂ່າວຕ່າງປະເທດ ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ... 17/11/2025 ຂ່າວກິລາ ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ... 16/11/2025 ກອງປະຊຸມສະໄໝສາມັນ ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ... 14/11/2025