spot_img
Homeຂ່າວກິລາພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

Published on

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025.

ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ພະຈິກ 2025 ນີ້, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດ, ມີບັນດາການນຳ, ອະດີດການນຳຂັ້ນສູງ ພັກ-ລັດ ຂັ້ນສູນກາງ ແລະ ທ້ອງຖິ່ນ ພ້ອມດ້ວຍບັນດາຄະນະນຳນັກກິລາ, ຄູຝຶກ, ກຳມະການຕັດສິນ, ນັກກິລາ ແລະ ມວນຊົນ ຊາວນະຄອນຫລວງວຽງຈັນ, ແຂກທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມຢ່າງຫຼວງຫຼາຍ.

ໃນພິທີເປີດມະຫະກຳກິລາ ແຫ່ງຊາດ ຄັ້ງນີີ້, ເລີ່ມຕົ້ນດ້ວຍການສະແດງໂດດຈ້ອງ ຂອງທີມໂດດຈ້ອງ ຈາກກອງຮ້ອຍ 306 ກອງພັນໃຫຍ່ 703 ກອງບັນຊາການທະຫານອາກາດ, ຕາມດ້ວຍສະແດງສິລະປະ (ຟ້ອນ, ຮ້ອງເພງ ຈາກສິນລະປິນ ທີ່ີມີຊື່ສຽງ ຂອງ ສປປ ລາວ), ຕໍ່ດ້ວຍຂະບວນສວນສະໜາມ ຂອງກ້ອນກຳລັງຕ່າງໆ ເປັນຕົ້ນ ຂະບວນປ້າຍຄຳຂວັນ, ເຄື່ອງໝາຍສັນຍາລັກງານມະຫະກຳກິລາ​ແຫ່ງຊາດ ​ຄັ້ງ​ທີ XII, ກ້ອນທຸງຊາດ, ທຸງກິລາ, ກ້ອນກຳລັງຂອງກຳມະການຕັດສິນ, ກ້ອນກຳລັງ ຄະນະນຳ, ຄູຝຶກ ແລະ​ ນັກ​ກິລາ​ ຈາກພາກສ່ວນຕ່າງໆ, ກ້ອນກໍາລັງ​ເຍົາວະ​ຊົນທັນວາ ແລະ ກ້ອນກໍາລັງຕ້ານການໃຊ້ສານຕ້ອງຫ້າມໃນນັກກິລາ. ພ້ອມນີ້, ຍັງໄດ້ແລ່ນທວນໄຟ ແລະ ຈູດອ່າງໄຟ ຊຶ່ງ​ສ່ອງ​ແສງ​ເຖິງ​ການ​ນຳພາ​ໄປ​ສູ່​ຜົນສຳ​ເລັດ​ ຂອງ​ການ​ຈັດ​ງານ​ມະຫະກຳ​ກິລາແຫ່ງຊາດ ຄັ້ງ​ທີ XII ທີ່​ ນະຄອນຫລວງວຽງຈັນ ​ເປັນ​ເຈົ້າພາບ​​ໃຫ້​ປະສົບ​ຜົນສຳ​ເລັດຕາມຄາດໝາຍ ແລະ ໃນຕອນທ້າຍ ຍັງໄດ້ຍິງບັ້ງໄຟດອກ ເພື່ອສ້າງສີສັນໃຫ້ພາຍໃນງານມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ດ້ວຍບັນຍາກາດທີ່ຄຶກຄື້ນ.

ໂອກາດນີ້, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ທັງເປັນປະທານຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ໃຫ້ຮູ້ວ່າ: ງານມະຫະກຳກິລາແຫ່ງຊາດຄັ້ງທີ XII ຈະດຳເນີນ ໄປຈົນຮອດວັນທີ 25 ພະຈິກ 2025 ພາຍໃຕ້ຄໍາຂວັນ “ສາມັກຄີ ມີວິໄນ, ໂປ່ງໃສ, ໄດ້ການພັດທະນາ”, ໂດຍມີສັດນຳໂຊກ ແມ່ນຮູບນົກ​ຍຸງ, ປະກອບມີ 33 ປະເພດກິລາແຂ່ງຂັນ, ມີຄະນະນໍາ, ນັກກິລາ, ຄູຝຶກ, ກໍາມະການຕັດສິນ, ນັກວິຊາການ ແລະ ເຈົ້າໜ້າທີ່ອື່ນໆລວມ 9.485 ທ່ານ ໃນນັ້ນ, ສະເພາະນັກກິລາທີ່ລົງທະບຽນເຂົ້າແຂ່ງຂັນ 4.065 ທ່ານ, ມາຈາກ 3 ກະຊວງ, 17 ແຂວງ ແລະ ນະຄອນຫຼວງວຽງຈັນເຈົ້າພາບ ລວມເປັນ 21 ພາກສ່ວນ ເພື່ອແຂ່ງຂັນຊິງເອົາຫຼຽນປະເພດຕ່າງໆ ທັງໝົດ 1.563 ຫຼຽນ ໃນນັ້ນ, ຫຼຽນຄໍາ 432 ຫຼຽນ, ຫຼຽນເງິນ 432 ຫຼຽນ ແລະ ຫຼຽນທອງ 699 ຫຼຽນ.

ມະຫະກຳກິລາແຫ່ງຊາດ ແມ່ນງານແຂ່ງຂັນກິລາກາຍຍະກໍາ ເພື່ອສຸຂະພາບ, ມິດຕະພາບ ແລະ ເພື່ອການພັດທະນາກິລາ ໂດຍການຮ່ວມມືຂອງທົ່ວປວງຊົນໃນວົງຄະນະຍາດແຫ່ງຊາດ, ຊຶ່ງພັກ-ລັດຖະບານ ໄດ້ອະນຸຍາດໃຫ້ແຕ່ລະແຂວງຜັດປ່ຽນກັນເປັນເຈົ້າພາບ ຈັດຂຶ້ນເປັນຮອບວຽນ 3 ປີໃດ ຈັດຂຶ້ນ 1 ຄັ້ງ ແລະ ຄັ້ງຫຼ້າສຸດກ່ອນນີ້ ແມ່ນຄັ້ງທີ 11 ຊຶ່ງແມ່ນແຂວງຊຽງຂວາງ ໄດ້ຮັບກຽດເປັນເຈົ້າພາບ ຈັດຂຶ້ນໃນທ້າຍປີ 2022 ຜ່ານມາ, ຄັ້ງນີ້ ເປັນຄັ້ງທີ 12 ຊຶ່ງນະຄອນຫລວງວຽງຈັນ ໄດ້ຮັບກຽດເປັນເຈົ້າພາບ ຕາມການໝູນວຽນ ມອບໝາຍ, ຊຶ່ງເປັນອີກວາລະໂອກາດອັນດີ ອີກວາລະໜຶ່ງຂອງນະຄອນຫຼວງວຽງຈັນ.

ທີ່ມາ: ປະເທດລາວ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...