spot_img
Homeຂ່າວທ້ອງຖິ່ນໄຟໄໝ້ປ່າສະຫງວນແຫ່ງຊາດພູພະນັງຄວບຄຸມໄດ້ແລ້ວ

ໄຟໄໝ້ປ່າສະຫງວນແຫ່ງຊາດພູພະນັງຄວບຄຸມໄດ້ແລ້ວ

Published on

ຫລັງເກີດເຫດໄຟໄໝ້ປ່າສະຫງວນແຫ່ງຊາດພູພະນັງ ເມືອງສັງທອງ ນະຄອນຫລວງວຽງຈັນແຕ່ວັນທີ 7 ມີນາເປັນຕົ້ນມາ, ອົງການປົກຄອງເມືອງສັງທອງ ແລະ ພາກສ່ວນກ່ຽວຂ້ອງໂດຍສະເພາະກຳລັງ ປກສ, ປກຊ ແລະ ພໍ່ແມ່ປະຊາຊົນເຂດໃກ້ຄຽງ ໄດ້ຮ່ວມກັນມອດໄຟຢ່າງເປັນເຈົ້າການ, ຂະນະທີ່ມາຮອດວັນທີ 12 ເດືອນດຽວກັນສາມາດຄວບຄຸມໄຟໄດ້ແລ້ວ 90%.

ຮ້ອຍເອກ ອຳຫລ້າ ສິງສະໄໝ ຫົວໜ້າການເມືອງກອງຮ້ອຍທະຫານຮາບ 303 ກ່າວວ່າ: ສາເຫດຕົ້ນຕໍຂອງການເກີດໄຟໄໝ້ລາມປ່າດັ່ງກ່າວ ແມ່ນຍ້ອນປະຊາຊົນຈຳນວນໜຶ່ງຈູດສວນ, ໄຮ່ ແລະ ເຂົ້າໄປທຳມາຫາກິນຂາດສະຕິລະມັດລະວັງ ໂດຍສະເພາະກ່ອນຈູດສວນ, ໄຮ່ ບໍ່ໄດ້ແກວກ ຫຼື ເຮັດແລວປ້ອງກັນໄຟບໍ່ກວ້າງ ແລະ ບໍ່ມອດໄຟຫລັງແຕ່ງຢູ່ຄົວກິນໃນປ່າ.

ໄຟໄໝ້ສະເພາະປ່າສະຫງວນແຫ່ງຊາດພູພະນັງມີສອງຈຸດຄື: ປ່າສະຫງວນພູພະນັງເຂດບ້ານເພຍລາດ, ບ້ານທ່ານາຂາມ 20 ເຮັກຕາ; ປ່າສະຫງວນພູພະນັງເຂດບ້ານຫີນສິ່ວ, ບ້ານໄຮ່ໃຕ້ 10 ເຮັກຕາ. ນອກນີ້, ຍັງໄໝ້ພູຜາເດືອນເຂດບ້ານຫີນສິ່ວ, ບ້ານເພຍລາດ 30 ເຮັກຕາ, ດອນຫໍບ້ານອ່າງນ້ອຍ 15 ເຮັກຕາ, ບ້ານຊໍ້ 10 ເຮັກຕາ ແລະ ບ້ານຫ້ວຍຫາງ 10 ເຮັກຕາ. 

ຮ້ອຍເອກ ອຳຫລ້າ ຍັງກ່າວຕື່ມວ່າ ດ້ວຍຄວາມເອົາໃຈໃສ່ຂອງຫລາຍພາກສ່ວນໃນການສະກັດກັ້ນແຕ່ຫົວທີ ນັ້ນມາຮອດປັດຈຸບັນ ສາມາດດັບມອດໄຟລາມປ່າເຂດດັ່ງກ່າວໄດ້ແລ້ວ 90%, ແຕ່ກໍ່ເຫຼືອພຽງແຕ່ຕໍໄມ້ໄໝ້ເທົ່ານັ້ນທີ່ບໍ່ສາມາດເອົານ້ຳຂຶ້ນໄປຫົດໄດ້. ແນວໃດກໍ່ຕາມຂໍຮຽກຮ້ອງພໍ່ແມ່ປະຊາຊົນຈົ່ງມີສະຕິລະມັດລະວັງການໃຊ້ຟືນໄຟໃນການທຳມາຫາກິນ ແລະ ກໍຄືການຈູດໄຮ່, ສວນ ເຊິ່ງຕ້ອງໄດ້ປ້ອງກັນຢ່າງປອດໄພເພື່ອບໍ່ໃຫ້ເກີດໄຟໄໝ້ລາມປ່າທີ່ສົ່ງຜົນກະທົບສ້າງຄວາມເສຍຫາຍຕໍ່ສິ່ງແວດລ້ອມກໍຄືລະບົບນະເວດວິທະຍາ.

 

 

 

 

 

 

 

 

ຮຽບຮຽງບົດ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ:​ ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...