spot_img
Homeຂ່າວພາຍ​ໃນໄຟຟ້າລາວ ລະບຸ ຄວາມຕ້ອງການພະລັງງານໄຟຟ້າ ຂອງປະເທດເຮົາ ຈະເພີ່ມຂຶ້ນ 18-20% ຕໍ່ປີ!

ໄຟຟ້າລາວ ລະບຸ ຄວາມຕ້ອງການພະລັງງານໄຟຟ້າ ຂອງປະເທດເຮົາ ຈະເພີ່ມຂຶ້ນ 18-20% ຕໍ່ປີ!

Published on

11707702_1459601431023273_3534244058050413916_o-938x535

ຂປລ. ຂະ​ແໜງ​ພະລັງງານ-​ໄຟຟ້າ ​ໄດ້​ຄາດ​ຄະ​ເນຄວາມ​ຕ້ອງການ​ພະລັງງານ​ໄຟຟ້າ ທົ່ວ​ປະ​ເທດ ສະ​ເລ່ຍ​ເພີ່ມ​ຂຶ້ນປະມານ 18-20% ຕໍ່​ປີ, ຄວາມ​ຕ້ອງການ​ຊົມ​ໃຊ້​ໄຟຟ້າ​ສູງ​ສຸດ ​ໃນ​ປີ 2015 ​ແມ່ນ 989 MW. ຮອດ​ປີ 2030 ​ເພີ່ມ​ຂຶ້ນ​ເປັນ 7.093 MW. ​ເຊິ່ງ​ໄຟຟ້າລາວ ຕ້ອງມີ​ແຫ​ລ່ງຜະລິດ​ແຮ​ໄວ້​ໃຊ້​ໃນ​ກໍລະນີ​ສຸກ​ເສີນຢ່າງ​ຕ່ຳ 30% ຂອງ​ຄວາມ​ຕ້ອງການ​ໃນ​ປີ​ນັ້ນໆ.

ທ່າ​ນ ສີ​ສະຫວາດ ທິຣະວົງ ຜູ້ອຳນວຍການ​ໃຫຍ່ ລັດ​ວິ​ສາ​ຫະກິດ​ໄຟຟ້າ​ລາວ ​​ໃຫ້ຮູ້​ວ່າ: ເພື່ອ​ເຮັດ​ໃຫ້​ລະບົບ​ໄຟຟ້າ​ມີ​ຄວາມ​ໝັ້ນ​ຄົງ ​ໄຟຟ້າລາວ ຕ້ອງມີ​ແຫ​ລ່ງຜະລິດ​ແຮ​ໄວ້​ໃຊ້​ໃນ​ກໍລະນີ​ສຸກ​ເສີນຢ່າງ​ຕ່ຳ 30% ຂອງ​ຄວາມ​ຕ້ອງ ການ​ໃນ​ປີ​ນັ້ນໆ. ສ່ວນ​ການ​ດຸ່ນດ່ຽງ​ພະລັງງານ​ໄຟຟ້າ​ທົ່ວ​ປະ​ເທດ ​ແຕ່​ປີ 2016 ​ເປັນ​ຕົ້ນ​ໄປ​ ແມ່ນ​ເຫລືອ​ຊົມ​ໃຊ້​ພາຍ​ໃນ​ປະ​ເທດ ໝາຍ​ຄວາມ​ວ່າ ​ໄຟຟ້າ​ລາວ ຕ້ອງ​ໄດ້​ສົ່ງ​ໄຟຟ້າ​ອອກ​ຕ່າງປະ​ເທດ ປະມານ 1.400 GWh ​ໃນ​ປີ 2016 ​ແລະ ​ເພີ່ມ​ຂຶ້ນ​ເປັນ 10.000 GWh ​ໃນ​ປີ 2025.

ປັດຈຸບັນ ທົ່ວ​ ປະ​ເທດ​ມີ​​ແຫ​ລ່ງຜະລິດ​ກະ​ແສ​ໄຟຟ້າ​ດ້ວຍ​ພະລັງງານ​ນ້ຳ ​ແລະ ພະລັງງານ​ຄວາມ​ຮ້ອນ ​ທັງ​ໝົດ 38 ​ແຫ່ງ ມີ​ກຳລັງ​ຕິດ​ຕັ້ງ 6.264,8 ​ເມ​ກາ​ວັດ, ສາມາດ​ຜະລິດ​ພະລັງງານ​ໄດ້ 33.315,1 ລ້ານ​ກິ​ໂລ​ວັດ​ໂມງ​ຕໍ່​ປີ ທຽບ​ໃສ່​ປີ 1975 ​ເພີ່ມ​ຂຶ້ນ​ເກືອບ 200 ​ເທົ່າ​ຕົວ, ສາມາດ​ຕອບ​ສະໜອງ​ການ​ຊົມ​ໃຊ້​ກະ​ແສ​ໄຟຟ້າ​ພາຍ​ໃນ​ປະ​ເທດ ​ກວມ 89,6% ຂອງ​ຈຳນວນ​ຄອບຄົວ​ໃນ​ທົ່ວ​ປະ​ເທດ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...