spot_img
Homeຂ່າວພາຍ​ໃນໂຄງການທາງລົດໄຟລາວ-ຈີນ ມີກຳນົດໃຫ້ບໍລິການ 23 ປີຂຶ້ນໄປຈິ່ງຈະມີຜົນກຳໄລ

ໂຄງການທາງລົດໄຟລາວ-ຈີນ ມີກຳນົດໃຫ້ບໍລິການ 23 ປີຂຶ້ນໄປຈິ່ງຈະມີຜົນກຳໄລ

Published on

ໂຄງການທາງລົດໄຟລາວ-ຈີນ ມີແຜນໃຫ້ບໍລິການເຖິງ 23 ປີຈິ່ງຈະສາມາດຈ່າຍຄ່າຕົ້ນທຶນການກໍ່ສ້າງໄດ້ ກ່ອນຈະສ້າງຜົນກຳໄລຫຼັງຈາກປີທີ 24 ເປັນຕົ້ນໄປ ເນື່ອງຈາກວ່າໂຄງການດັ່ງກ່າວມີມູນຄ່າການລົງທຶນສູງ ແລະການເກັບກູ້ທຶນຄືນຈິ່ງໃຊ້ເວລາຍາວນານ

ທ່ານ ອຸຕະແກ້ວ ແກ້ວດວງສິນ, ຫົວໜ້າກົມສົ່ງເສີມການລົງທຶນ, ກະຊວງແຜນການ ແລະການລົງທຶນ ກ່າວໃນອາທິດຜ່ານມາວ່າ ມູນຄ່າການລົງທຶນຂອງໂຄງການທາງລົດໄຟ ລາວ-ຈີນ ທັງໝົດ ປະມານ 5.986 ລ້ານໂດລາ ເຊິ່ງມີອາຍຸສຳປະທານ 50 ປີ. ໃນນີ້, 40% ຂອງມູນຄ່າການລົງທຶນທັງໝົດເປັນເງິນຕົ້ນທຶນ, ສ່ວນອີກ 60% ແມ່ນກູ້ຢືມຈາກ ທະນາຄານຂາເຂົ້າ-ຂາອອກ ສປ ຈີນ. ສໍາລັບຕົ້ນທຶນຂອງຝ່າຍລາວ ແມ່ນ 730 ລ້ານໂດລາ, ລັດຖະບານອອກເງິນ 250 ລ້ານໂດລາ, ສ່ວນອີກ 480 ລ້ານໂດລາ ແມ່ນກູ້ຢືມຈາກທະນາຄານຂາເຂົ້າ-ຂາອອກ ສປ ຈີນ ເຊິ່ງບໍລິສັດ ທາງລົດໄຟ ລາວ-ຈີນ ແມ່ນເປັນຜູ້ຮັບຜິດຊອບຄ່າໃຊ້ຈ່າຍໃນການບໍາລຸງຮັກສາ ລວມທັງຄວາມສ່ຽງຕ່າງໆ ເມື່ອໝົດອາຍຸສຳປະທານ 50 ປີແມ່ນຕ້ອງໄດ້ສົ່ງມອບໂຄງການຄືນໃຫ້ແກ່ລັດຖະບານລາວ ແຕ່ບໍລິສັດສາມາດສະເໜີລັດຖະບານລາວເປັນຜູ້ພິຈາລະນາໃນການຂໍຕໍ່ອາຍຸສໍາປະທານ.

ທ່ານກ່າວຕື່ມວ່າ ລັດຖະບານ ຈະບໍ່ມີການຈັດຫາທີ່ດິນເພີ່ມສຳລັບການລົງທຶນໃສ່ບັນດາທຸລະກິດທີ່ປິ່ນອ້ອມໂຄງການທາງລົດໄຟ ລາວ-ຈີນ ເຊິ່ງການພັດທະນາພື້ນຖານໂຄງລ່າງປິ່ນອ້ອມສະຖານີ ທີ່ໄດ້ກຳນົດໄວ້ 4 ຈຸດ ຄື: ຈຸດເມືອງໄຊ ແຂວງ ອຸດົມໄຊ ແລະ ສະຖານີ ນະຄອນຫຼວງວຽງຈັນ ມີ 1.000 ເຮັກຕາຕໍ່ຈຸດ ສ່ວນຈຸດສະຖານີ ວັງວຽງ ແຂວງວຽງຈັນ ແລະ ສະຖານີຫຼວງພະບາງ 500 ເຮັກຕາຕໍ່ຈຸດ.

ບໍລິສັດທາງລົດໄຟ ລາວ-ຈີນ ເປັນຜູ້ຮັບຜິດຊອບຄ່າເວນຄືນເນື້ອທີ່ດິນ, ລວມທັງສິ່ງປຸກສ້າງ ແລະ ເສຍຄ່າເຊົ່າ ແລະຮັບຜິດຊອບຕໍ່ຄ່າຊົດເຊີຍ ຫຼື ຍົກຍ້າຍຈັດສັນຕາມລະບຽບກົດໝາຍ ເຊິ່ງບໍ່ໄດ້ລວມໃນມູນຄ່າຂອງໂຄງການກໍ່ສ້າງທາງລົດໄຟ.

ຂໍ້ມູນຈາກ: Lao National Radio

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...