spot_img
Homeຂ່າວທ້ອງຖິ່ນເຮືອນ 53 ຫຼັງຖືກພາຍຸລະດູຮ້ອນພັດຖະລົ່ມ! ອຳນາດການປົກຄອງເລັ່ງໃຫ້ການຊ່ວຍເຫຼືອ

ເຮືອນ 53 ຫຼັງຖືກພາຍຸລະດູຮ້ອນພັດຖະລົ່ມ! ອຳນາດການປົກຄອງເລັ່ງໃຫ້ການຊ່ວຍເຫຼືອ

Published on

ໃນຄໍ່າຄືນຂອງວັນທີ 23 ເມສາ 2019 ທີ່ຜ່ານມາ ເວລາປະມານ 23:00 ໂມງ ໄດ້ເກີດພາຍຸລະດູຮ້ອນທີ່ ບ້ານນ້ຳທົນ ແລະ ບ້ານດອນສະຫວ່າງ ເມືອງເງິນ ແຂວງ ໄຊຍະບູລີ  ເຮັດໃຫ້ມີບ້ານເຮືອນຂອງປະຊາຊົນ, ຫ້ອງການບ້ານ ແລະ ໂຮງຮຽນ ເສຍຫາຍ ລວມທັງໝົດ 53 ຫຼັງ, ໂດຍໃນນີ້ ບ້ານນ້ຳທົນ ມີເຮືອນ 16 ຫຼັງ, ບ້ານດອນສະຫວ່າງ ມີເຮືອນ 37 ຫຼັງ ເຮັດໃຫ້ປະຊາຊົນກວ່າ 300 ຄົນ ໄດ້ຮັບຜົນກະທົບ ມີເຮືອນທີ່ຖືກເສຍຫາຍໜັກ ມີຈຳນວນ 15 ຫຼັງ, ໂຮງຮຽນ 1 ຫຼັງ, ຫ້ອງການບ້ານ 1 ຫຼັງ ລວມມູນຄ່າຄວາມເສຍຫາຍ ຈາກການລົງເກັບກຳຂໍ້ມູນເບື້ອງຕົ້ນ 276.504.000 ກີບ.

ໃນວັນທີ 24 ເມສາ 2019 ທ່ານ ນາງ ບຸນພັກ ອິນທະປັນຍາ, ກຳມະການຄະນະປະຈຳພັກແຂວງ, ຮອງເຈົ້າແຂວງ ແລະ ປະ ທານຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນແຂວງໄຊຍະບູລີ, ພ້ອມດ້ວຍທ່ານນາງ ແພງຈັນ ແກ້ວມະນີວົງ, ກໍາມະການພັກແຂວງ, ຫົວໜ້າພະແນກແຮງງານສະຫວັດດີການ-ສັງຄົມແຂວງ ແລະ ທີມງາານ ຈຶ່ງໄດ້ລົງໄປກວດກາຕົວຈິງທີ່ບ້ານນ້ຳທົນ ແລະ ບ້ານດອນສະຫວ່າງ ຢ່າງຮີບດ່ວນ, ທັງເພື່ອໃຫ້ຄວາມອົບອຸ່ນ ແລະ ໃຫ້ກຳລັງໃຈຕໍ່ຜູ້ປະສົບເຄາະຮ້າຍໃນຄັ້ງນີ້.

ທາງຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນເມືອງ ໄດ້ນຳພາ ພະນັກງານ, ທະຫານ-ຕຳຫຼວດ ລົງຊ່ວຍເຫຼືອຢ່າງຮີບດ່ວນ ເປັນຕົ້ນແມ່ນໄດ້ຊ່ວຍສ້ອມແປງ ເຮືອນທີ່ຖືກເສຍຫາຍ ແລະ ຊ່ວຍເກັບມ້ຽນເຄື່ອງຂອງ ແລະ ເກັບມ້ຽນສິ່ງເສດເຫຼືອຕ່າງໆຕື່ມອີກ, ພ້ອມທັງ ໄດ້ມອບເຄື່ອງອຸປະກອນທີ່ຈຳເປັນຈຳນວນໜຶ່ງ ໂດຍແມ່ນທາງອົງການປົກຄອງເມືອງເປັນຜູ້ສະໜອງໃຫ້ເຊັ່ນ: ກະເບື້ອງ, ສັງກະສີ, ເຫຼັກຕະປູ, ປູນຊີເມັນ ເປັນຕົ້ນ. ຈາກນັ້ນ, ທາງຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນແຂວງ ກໍ່ໄດ້ມອບເງິນຊ່ວຍເຫຼືອບັນເທົາທຸກເບື້ອງຕົ້ນ ມູນຄ່າ 20 ລ້ານກີບ ໃຫ້ທາງອົງການປົກຄອງເມືອງ ເຊີ່ງໃຫ້ກຽດຮັບໂດຍແມ່ນທ່ານ ເຈົ້າເມືອງໆເງິນ.

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: ໜັງສືພິມເສດຖະກິດ-ການຄ້າ.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...