Homeຂ່າວການພັດທະນາເສັ້ນທາງລົດໄຟລາວ-ຈີນ ຈະວາງສີລາເລີກ ລົງມືກໍ່ສ້າງໃນໄວນີ້!

ເສັ້ນທາງລົດໄຟລາວ-ຈີນ ຈະວາງສີລາເລີກ ລົງມືກໍ່ສ້າງໃນໄວນີ້!

Published on

railway

ຂປລ. ວັນ​ທີ 04 ຕຸລາ 2015 ທີ່​ຫ້ອງ​ວ່າການ​ລັດຖະບານ ​ໄດ້​ຈັດ​ກອງ​ປະຊຸມ ຄະນະ​ຊີ້ນຳ​ໂຄງການ​ ກໍ່ສ້າງ​ທາງ​ລົດ​ໄຟ ລາວ-​ຈີນ ຂຶ້ນ ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ ທ່ານ ສົມ​ສະຫວາດ ​ເລັ່ງສະຫວັດ ຮອງ​ນາຍົກລັດຖ​ະມົນຕີ, ຜູ້​ຊີ້ນຳ​ວຽກງານ​ ເສດຖະກິດ​ການ​ຜະລິດ ​ແລະ ຈໍລະ​ຈອນ ທັງ​ເປັນ​ຫົວໜ້າຄະນະ​ຊີ້ນຳ​ ໂຄງການ​ດັ່ງ​ກ່າວ ​ເຊິ່ງມີ​ທ່ານ ລັດຖະມົນຕີ​ວ່າການ, ຊ່ວຍ​ວ່າການ, ກົມ​ກອງ​, ຂະ​ແໜງການ ​ແລະ ພະນັກງານ​ວິຊາ​ການ​ ໃນ​ຄະນະ​ຊີ້ນຳ​ໂຄງການ, ບັນດາ​ຜູ້ຕາງໜ້າ​ ສະພາ​ແຫ່ງ​ຊາດ, ອ້ອມ​ຂ້າງ​ສູນ​ກາງ, ບັນດາແຂວງ ​ແລະ ນະຄອນຫລວງ ທີ່​ມີ​ເສັ້ນທາງ​ລົດຜ່ານ ເຂົ້າຮ່ວມ.

ກອງ​ປະຊຸມ ໄດ້​ລາຍ​ງານ​ໃຫ້​ຊາບ ​ກ່ຽວກັບການ​ຈັດຕັ້ງປະຕິບັດ​​ ໂຄງການ​ກໍ່ສ້າງ​ທາງ​ລົດ​ໄຟ ລາວ-​ຈີນ ​ໃນ​ໄລຍະ​ຜ່ານ​ມາ ​ເຊິ່ງໄດ້​ລາຍ​ງານ​ຄວາມ​ຄືບໜ້າ ຂອງ​ໂຄງການ ນັບ​ແຕ່​ເດືອນ​ມີນາ 2015. ​ການ​ນຳ​ສູງ​ສຸດ ແລະ ຄະ ນະ​ຊີ້ນຳ ​ໂຄງການ​ທັງ​ສອງ​ປະ​ເທດ ກໍໄດ້​ພ້ອມ​ກັນຊຸກຍູ້​ໂຄງການ ​ໃຫ້​ມີ​ການ​ຮ່ວມ​ມື​ກັນ ​ຢ່າງ​ສະໜິດ​ແໜ້ນ. ຄຽງຄູ່​ກັນນັ້ນ, ຄະນະ​ປະສານ​ງານ​​ ກໍ​ໄດ້​ມີການປະສານ​ສົມທົບ​ກັບ ​ຝ່າຍ​ຈີນຫລາຍຄັ້ງ ​ເພື່ອ​ແລກປ່ຽນຂໍ້​ມູນ, ປຶກສາ​ຫາລື ​ແລະ ສ້າງ​ເງື່ອນ​ໄຂ​​ເຕັກນິກ​ຕ່າງໆ ບໍ່ວ່າ​ຈະ​ເປັນ​ທາງ​ດ້ານ​ການ​ລົງທຶນ, ການ​ເງິນ ​ແລະ ການ​ສ້າງຕັ້ງບໍລິສັດ​ ຮ່ວມ​ກັນ ຈົນ​ສາມາດ​ທີ່​ຈະ​ວາງ​ສີລາ​​ເລີກ​ໄດ້. ຈາກ​ຜົນສຳ​ເລັດ​ດັ່ງກ່າວ​ນັ້ນ, ​ເພື່ອ​ເປັນ​ການ​ສ້າງ​ ຂະ​ບວນການສະ​ເຫລີມສະຫລອງ ຄຳນັບ​ຮັບ​ຕ້ອນ ວັນຊາດ​ທີ 2 ທັນວາ ຄົບຮອບ 40 ປີ ​ໃນ​ປີ 2015 ນີ້ ທັງ​ສອງ​ຝ່າຍ​ ຈະ​ໄດ້​ວາງ​ສີລາ​​ເລີກກໍ່ສ້າງ​ ໂຄງການ​​ທາງ​ລົດ​ໄຟ ລາວ-​ຈີນ ຮ່ວມ​ກັນ​ ທີ່​ນະຄອນຫລວງວຽງຈັນ ​ໃນ​​ໄວໆ​ນີ້.

ພ້ອມນີ້, ກອງ​ປະຊຸມຍັງ​ໄດ້​ປຶກສາ​ຫາລື​ກັນ ກ່ຽວກັບ​ການກຽມພ້ອມ​ ເພື່ອ​ອຳນວຍ​ຄວາມ​ສະດວກ ​ໃຫ້​ແກ່ໂຄງການ ​​​ແລະ ເຮັດ​ໃຫ້ການ​ຈັດຕັ້ງປະຕິບັດ​ໂຄງການ ​ໄດ້​ຮັບໝາກຜົນ​​ເປັນ​ຢ່າງ​ດີ ທັງ​ການ​ກະກຽມດ້ານ​ແຮງ​ງານ​, ການ​ຕອບ​ສະໜອງຂອງ​ຝ່າຍ​ລາວ ດ້ານ​ວັດຖຸ​ອຸປະກອນ, ​ເຕັກນິກ​ ແລະ ສະບຽງອາຫານ​ ໃຫ້​ແກ່​ໂຄງການ ລວມ​ເຖິງການ​ຄຸ້ມ​ຄອງ​ແລວ​ທາງ ຕາມ​ເສັ້ນທາງລົດ​ໄຟ, ການ​ຊົດ​ເຊີຍ, ການ​ກະກຽມດ້ານ​ນິຕິ​ກຳ​ຕ່າງໆ, ວຽກງານ​ການ​ປ້ອງ​ກັນ​ ຄວາມ​ສະຫງົບ​ປອດ​ໄພ ​ແລະ ວຽກງານ​ອື່ນໆທີ່​ປິ່ນ​ອ້ອມ ​ເພື່ອ​ສ້າງ​ເງື່ອນ​ໄຂ​ສະດວກ ໃຫ້​ແກ່​ການບໍລິການ ​ແລະ ຂົນ​ສົ່ງ ໃນ​ອະນາຄົດ.

ແຫລ່ງຂ່າວ:
ຂປລ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...