ໂຄດຄໍາສັ່ງ: ເສຍຊີວິດ
ມຽນມາເຜີຍ ປະຊາຊົນເສຍຊີວິດເພີ່ມອີກ ລວມ 10 ຄົນ ຈາກພະຍາດໄຂ້ຫວັດໃຫຍ່ H1N1
ສຳນັກຂ່າວຣອຍເຕີ້ ລາຍງານໃນວັນທີ 31 ກໍລະກົດນີ້ວ່າ ເຈົ້າໜ້າທີ່ກະຊວງສາທາລະນະສຸກມຽນມາ ໄດ້ເປີດເຜີຍ ມີປະຊາຊົນເສຍຊີວິດເພີ່ມອີກ 4 ຄົນ ຈາກການແຜ່ລະບາດຂອງ ພະຍາດໄຂ້ຫວັດໃຫຍ່ສາຍພັນ H1N1 ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດຈາກພະຍາດດ່ັງກ່າວນີ້ແລ້ວ 10 ຄົນ ໃນຂະນະທີ່ລັດຖະບານມຽນມາ ກຳລັງເພີ່ມທະວີວຽກງານໂຄສະນາ ສ້າງຄວາມຮູ້ໃຫ້ແກ່ປະຊາຊົນ ໃນການປ້ອງກັນການຕິດເຊື້ອພະຍາດດັ່ງກ່າວ.
ທັງນີ້ ພະຍາດໄຂ້ຫວັດໃຫຍ່ສາຍພັນ H1N1 ເປັນໜຶ່ງໃນສາຍພັນໄວຣັສໄວ້ຫວັດໃຫຍ່ ທີ່ມັກວົນວຽນເກີດຢ່າງເປັນປົກກະຕິໃນປະເທດມຽນມາ ຕາມລະດູການ ນັບຕັ້ງແຕ່ເລີ່ມມີການລະບາດຂອງພະຍາດດັ່ງກ່າວໃນທົ່ວໂລກ ເມື່ອປີ 2009.
ນ້ຳຖ້ວມກະທັນຫັນຢູ່ພາກເໜືອຫວຽດນາມ ຍ້ອນຝົນຕົກໜັກຕິດຕໍ່ກັນ ມີຜູ້ເສຍຊີວິດແລ້ວ 14 ຄົນ
ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 14 ກໍລະກົດນີ້ວ່າ ຄະນະກຳມະການຄຸ້ມຄອງ ແລະ ປ້ອງກັນໄພພິບັດແຫ່ງຊາດຫວຽດນາມ ໄດ້ລະບຸ ມີປະຊາຊົນເສຍຊີວິດຢ່າງໜ້ອຍ 14 ຄົນ ແລະ ເຮືອນຊານປະຊາຊົນເສຍຫາຍ ປະມານ 500 ຫລັງ ຈາກເຫດນ້ຳຖ້ວມກະທັນຫັນ ອັນເນື່ອງມາຈາກຝົນຕົກໜັກ ໃນພື້ນທີ່ 9 ແຂວງທາງພາກເໜືອຂອງປະເທດ ໃນໄລຍະໜຶ່ງອາທິດຜ່ານມາ ຊຶ່ງຄາດການອີກວ່າ ຝົນຍັງຈະສືບຕໍ່ຕົກເພີ່ມອີກ.
ນອກຈາກນັ້ນ,...
ປິດຕຳນານ “ໂຣເຈີ ມົວ” ສາຍລັບເຈົ້າສະເໜ່ 007 ເສຍຊີວິດແລ້ວ
ບັນເທີງຕ່າງປະເທດກັບລາວໂພສຕ໌ ມື້ນີ້ແອັດມີຂ່າວຄວາມໂສກເສົ້າທາງຝັ່ງ ຮໍລີວູດ ມາຝາກ ເນື່ອງຈາກ "ເຊີໂຣເຈີ ມົວ" ນັກສະແດງຮຸ່ນໃຫຍ່ຊາວອັງກິດ ເຊິ່ງຮັບບົດບາດຂອງ "ເຈມສ໌ ບອນ" ສາຍລັບເຈົ້າສະເໜ່ລະຫັດ 007 ໄດ້ເສຍຊີວິດລົງແລ້ວ ດ້ວຍໂຣກມະເຮັງຕ່ອມລູກໝາກ ໃນວັນອັງຄານ ທີ 23 ພຶດສະພາ 2017 ດ້ວຍໄວອາຍຸ 89 ປີ ທີ່ປະເທດສະວິດເຊີເລນ.
ໂຣເຈີ...
ຟີແດນ ກາສໂຕຣ ຜູ້ນຳການປະຕິວັດກູບາ ເຖິງແກ່ມໍລະນະກຳແລ້ວ ລວມອາຍຸໄດ້ 90 ປີ
ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 26 ພະຈິກນີ້ວ່າ ທ່ານ ຟີແດນ ກາສໂຕຣ ອະດີດປະທານປະເທດກູບາ ແລະ ຜູ້ນຳແຫ່ງການປະຕິວັດສັງຄົມນິຍົມກູບາ ໄດ້ເຖິງແກ່ມໍລະນະກຳແລ້ວ ທີ່ນະຄອນຫລວງລາຮາວານ ລວມອາຍຸໄດ້ 90 ປີ ໂດຍທ່ານ ຣາອູນ ກາສໂຕຣ ປະທານປະເທດກູບາຄົນປັດຈຸບັນ ໄດ້ອອກມາປະກາດການເສຍຊີວິດດັ່ງກ່າວຢ່າງເປັນທາງການ ຜ່ານສະຖານີໂທລະພາບແຫ່ງຊາດກູບາ ໃນຕອນຄ່ຳຂອງວັນສຸກທີ 25 ພະຈິກ...
ກະຊວງສາທາຯເຜີຍ ທົ່ວປະເທດມີຜູ້ເສຍຊີວິດ ຈາກພະຍາດໄຂ້ເລືອດອອກ ເພີ່ມເປັນ 10 ຄົນແລ້ວ!
ຕາມການລາຍງານຂອງ ໜ່ວຍເຝົ້າລະວັງພະຍາດລະບາດ, ກະຊວງສາທາລະນະສຸກ ຕໍ່ນັກຂ່າວພວກເຮົາ ໃນວັນທີ 30 ກັນຍານີ້ວ່າ: ປັດຈຸບັນສະພາບການລະບາດຂອງ ພະຍາດໄຂ້ເລືອດອອກ ຫຼື ໄຂ້ຍຸງລາຍ ຢູ່ຫລາຍແຂວງ ແມ່ນຍັງມີແນວໂນ້ມເພີ່ມຂື້ນເລື້ອຍໆ, ຊຶ່ງນັບແຕ່ເດືອນມັງກອນມາຮອດດຽວນີ້ ທົ່ວປະເທດມີຍອດຜູ້ຕິດເຊື້ອແລ້ວ ຫຼາຍກວ່າ 3.800 ກໍລະນີ ເພີ່ມຂື້ນຈາກເດືອນຜ່ານມາ 600 ກວ່າກໍລະນີ, ໃນນັ້ນມີຜູ້ເສຍຊີວິດແລ້ວ 10 ຄົນຄື:...
ນ້ຳຖ້ວມໜັກຢູ່ເກົາຫລີເໜືອ ເສຍຊີວິດຢ່າງໜ້ອຍ 60 ຄົນ ປະຊາຊົນກວ່າ 44 ພັນຄົນ ບໍ່ມີທີ່ຢູ່ອາໄສ!
ຂປລ. ຕາມຂ່າວຕ່າງປະເທດ, ວັນທີ 6 ກັນຍາ, ເຈົ້າໜ້າທ່ີສຳນັກງານ ເພື່ອການປະສານງານດ້ານມະນຸດສະທຳ ແຫ່ງ ສະຫະປະຊາຊາດ (OCHA) ໃຫ້ຮູ້ວ່າ ເກີດອຸທົກກະໄພໃນ ສປປ ເກົາຫລີ ຫລື ເກົາຫລີເໜືອ ເຮັດໃຫ້ມີຜູ້ເສຍຊີວິດ ຢ່າງໜ້ອຍ 60 ຄົນ, ສູນຫາຍ 15 ຄົນ ແລະ...
ກຸ່ມໄອເອັສ ບຸກຈັບຕົວປະກັນ ໂບດກາໂຕລິກຢູ່ຝຣັ່ງ ປາດຄໍຄຸນພໍ່ເສຍຊີວິດ 1 ຄົນ!
ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 27 ກໍລະກົດນີ້ວ່າ ໃນມື້ວານນີ້ (26 ກໍລະກົດ) ເກີດເຫດຄົນຮ້າຍ ໃຊ້ອາວຸດມີດ ບຸກຈັບຕົວປະກັນຫລາຍຄົນ ພາຍໃນໂບດກາໂຕລິກ ຢູ່ເຂດແຊັງເອຕຽນ ດູ ຣູບເຣ ແຂວງນໍມັງດີ ປະເທດຝຣັ່ງ ສົ່ງຜົນເຮັດໃຫ້ຕົວປະກັນ ຊຶ່ງເປັນຄຸນພໍ່ຖືກປາດຄໍເສຍຊີວິດ ແລະ ມີຕົວປະກັນອີກ 1 ຄົນ ບາດເຈັບສາຫັດ ສ່ວນຕົວປະກັນຄົນອື່ນໆ...
ເຮືອບິນຂະໜາດນ້ອຍຈີນຕົກເສຍຊີວິດ 5 ຄົນ
ເຮືອບິນໂດຍສານຂະໜາດນ້ອຍຂອງຈີນ ນຳສື່ມວນຊົນບິນຊົມເສັ້ນທາງທ່ອງທ່ຽວໝູ່ເກາະນອກແຄມຝັ່ງຕົກຕໍາກັບຂົວທາງຫຼວງ ນອກເມືອງຊຽງໄຮ້ໃນວັນທີ 20 ກໍລະກົດທີ່ຜ່ານມາ ເຮັດໃຫ້ມີຜູ້ເສຍຊີວິດ 5 ຄົນ ແລະ ໄດ້ຮັບບາດເຈັບ 5 ຄົນ ເບື້ອງຕົ້ນຍັງບໍ່ຮູ້ສາເຫດ.
ສຳນັກຂ່າວຕ່າງປະເທດລາຍງານວ່າ ເກີດອຸບັດເຫດເຮືອບິນຂະໜາດນ້ອຍແບບສະເທືອນນ້ຳສະເທືອນບົກ ເຊສນາ 208 ບີຕົກຕຳກັບຂົວທາງຫຼວງນອກເມືອງຊຽງໄຮ້ທາງພາກຕາເວັນອອກຕອນກາງຂອງຈີນໃນວັນທີ 20 ກໍລະກົດທີ່ຜ່ານມາ ເຮັດໃຫ້ຜູ້ທີ່ຢູ່ເທິງເຮືອບິນເສຍຊີວິດ 5 ຄົນ ແລະ ໄດ້ຮັບບາດເຈັບ...
ຈີນຈັດສັນງົບ 199 ລ້ານຢວນແກ້ໄຂສະພາບອາກາດ
ກະຊວງການເງິນຈີນຖະແຫຼງວ່າ ລັດຖະບານໄດ້ຈັດສັນງົບປະມານ 199 ລ້ານຢວນ ໃຫ້ແກ່ໂຄງການປ່ຽນແປງສະພາບອາກາດ ພາຍໃຕ້ນະໂຍບາຍຕໍ່ສູ້ກັບພາວະໄພແຫ້ງແລ້ງ ແລະ ຫຼຸດຜ່ອນຜົນກະທົບຈາກໄພພິບັດທາງທຳມະຊາດ ຫຼັງຈາກມີລາຍງານປະຊາຊົນເສຍຊີວິດຈາກອຸທົກກະໄພ 237 ຄົນ.
ກະຊວງການເງິນລະບຸວ່າ ໃນບ້ວງເງິນດັ່ງກ່າວ ຈະນຳໄປຊ່ວຍພື້ນທີ່ຕ່າງໆຮັບມືກັບສະພາບອາກາດຮຸນແຮງທີ່ເກີດຂຶ້ນຫຼາຍຄັ້ງໃນປີນີ້ເປັນຕົ້ນ: ນ້ຳຖ້ວມທາງພາກໃຕ້-ພາກກາງ ແລະ ໄພແຫ້ງແລ້ງທາງພາກຕາເວັນຕົກສຽງເໜືອ ປັດຈຸບັນຈີນໃຊ້ເຕັກໂນໂລຊີປ່ຽນແປງພາບອາກາດເຊັ່ນ: ຫວ່ານສານເຄມີເຂົ້າໄປໃນເມເພື່ອເຮັດຝົນທຽມໃນໄລຍະແຫ້ງແລ້ງ ແລະ ເຮັດໃຫ້ສະພາບອາກາດປອດໂປ່ງ ຈີນເຄີຍລະບຸໃນເອກະສານທີ່ເຜີຍແພ່ໃນປີກ່ອນວ່າ ຈະໃຊ້ເຕັກໂນໂລຊີປ່ຽນແປງສະພາບອາກາດເຮັດຝົນທຽມປີລະ 60 ຕື້ແມັດກ້ອນພາຍໃນປີ...
ໂຄດລົດຕິດ! ຊາວອິນໂດຯຂັບລົດອອກທ່ຽວ ລົດຕິດຕໍ່ເນື່ອງ 20 ຊົ່ວໂມງ ຈົນມີຜູ້ເສຍຊີວິດ 18 ຄົນ!
ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 7 ກໍລະກົດນີ້ວ່າ ເຈົ້າໜ້າທີ່ຕຳຫລວດອິນໂດເນເຊຍ ໄດ້ອອກມາຢືນຢັນ ກໍລະນີສະພາບລົດຕິດແກ່ຍາວຕໍ່ເນື່ອງ ດົນນານເຖິງ 20 ຊົ່ວໂມງ ໃນວັນທີ 5 ກໍລະກົດ 2016 ຜ່ານມານີ້ ເນື່ອງຈາກຊາວອິນໂດເນເຊຍ ຊຶ່ງສ່ວນໃຫຍ່ເປັນຊາວມຸດສະລິມ ໄດ້ພາກັນເດີນຈາກນະຄອນຫລວງຈາກາຕາ ອອກໄປທ່ອງທ່ຽວ ສະເຫລີມສະຫລອງວັນອອກເດືອນຖືສິນອົດ ຊຶ່ງເປັນປາງບຸນສຳຄັນຂອງສາສະໜາອິດສະລາມ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດລວມ 18 ຄົນ.
ດຣ...
ກະຊວງສາທາຯເຜີຍ ທົ່ວປະເທດມີຜູ້ເສຍຊີວິດ ຈາກໄຂ້ເລືອດອອກ ເພີ່ມເປັນ 8 ຄົນແລ້ວ!
ຕາມການລາຍງານຂອງ ໜ່ວຍເຝົ້າລະວັງພະຍາດລະບາດ, ກະຊວງສາທາລະນະສຸກ ຕໍ່ນັກຂ່າວພວກເຮົາໃນວັນທີ 1 ກໍລະກົດນີ້ວ່າ: ປັດຈຸບັນສະພາບການລະບາດ ຂອງພະຍາດໄຂ້ເລືອດອອກ ຫຼື ໄຂ້ຍຸງລາຍຢູ່ຫຼາຍແຂວງ ແມ່ນມີແນວໂນ້ມເພີ່ມຂຶ້ນເລື້ອຍໆ, ໂດຍສະເພາະຢູ່ບັນດາແຂວງພາກໃຕ້ ມາຮອດດຽວນີ້ ມີຍອດຜູ້ຕິດເຊື້ອຫຼາຍກວ່າ 1400 ກໍລະນີ້, ເພີ່ມຂື້ນຈາກເດືອນຜ່ານມາ 400 ກໍລະນີ, ໃນນັ້ນມີຜູ້ເສຍຊີວິດແລ້ວ 8 ຄົນ ຄື: ຢູ່ແຂວງຈຳປາສັກ ມີຜູ້ຕິດເຊື້ອແລ້ວຫຼາຍກວ່າ...
ຍອດເສຍຊີວິດ ແລະ ສູນຫາຍຈາກດິນຖະຫຼົ່ມໃນຈີນເພີ່ມຂຶ້ນ
ເຈົ້າໜ້າທີ່ທ້ອງຖິ່ນຈີນລາຍງານວ່າ ຝົນຕົກໜັກຈາກດິນຖະຫຼົ່ມທາງພາກຕາເວັນຕົກສຽງໃຕ້ຂອງຈີນວານນີ້ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 6 ຄົນ ແລະ ສູນຫາຍ 17 ຄົນ.
ເວັບໄຊສຳນັກງານກິດຈະການພົນລະເຮືອນມົນທົນກຸ້ຍໂຈຖະແຫຼງວ່າ ເຫດດິນຖະຫຼົ່ມເກີດຂຶ້ນໃນເຊົ້າວານນີ້ ແລະ ຝັງທັງເປັນຊາວບ້ານ 30 ຄົນໃນໝູ່ບ້ານທີ່ມົນທົນກຸ້ຍໂຈ ໂດຍມີ 13 ຄົນທີ່ໄດ້ຮັບຄວາມຊ່ວຍເຫຼືອອອກຈາກກອງຊາກເປເພໃນບ່າຍວານນີ້ ຊຶ່ງມີ 6 ຄົນເສຍຫາຍຊີວິດແລ້ວ ໃນຂະນະທີ່ 7 ຄົນໄດ້ຮັບການຮັກສາຕົວໃນໂຮງໝໍ ໜ່ວຍກູ້ໄພຍັງຄົງອອກຕິດຕາມຄົ້ນຫາ...